ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີ​ເຣຍ ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ ແລະ ເທີ​ກີ ຖອນ​ກຳ​ລັງ ​ທັງ​ໝົດ ​ອອກ​ຈາກ​ປະ​ເທດ


ກອງ​ກຳ​ລັງ ສະ​ຫະ​ລັດ ລາດ​ຕ​ະ​ເວນ ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ ໃນ​ເມືອງ ຮາ​ຊາ​ກາ, ປະ​ເທດ ຊີ​ເຣຍ. 4 ພະ​ຈິກ, 2018.
ກອງ​ກຳ​ລັງ ສະ​ຫະ​ລັດ ລາດ​ຕ​ະ​ເວນ ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ ໃນ​ເມືອງ ຮາ​ຊາ​ກາ, ປະ​ເທດ ຊີ​ເຣຍ. 4 ພະ​ຈິກ, 2018.

ທູດ​ລະ​ດັບ​ສູງ​ຂອງ ຊີ​ເຣຍ ໃນ​ວັນ​ເສົາ​ວານນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ກອງ​ກຳ​ລັງ ອາ​ເມ​ຣິ​ກັນ
ແລະ ເທີ​ກີ ຖ​ອນ​ອອກ​ຈາກ​ປະ​ເທດ​ໃນ​ທັນ​ທີ ແລະ ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​
ສົມ​ຄວນ​ໄດ້​ຮັບ​ສິດ​ທິ​ທີ່​ຈະ​ປ້ອງ​ກັນ​ເຂດ​ແດນ​ຕົນ​ເອງ ໃນ​ວິ​ທີ​ທາງ​ທີ່​ຈຳ​ເປັນ​ຖ້າ​ມັນ​ຍັງ​
ຄົງ​ມີ​ຢູ່.

ຄຳ​ປາ​ໄສ​ຂອງລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທ່ານ ວາ​ລິດ ອາ​ລ-ໂມ​ອາ​ລ​ເລັ​ມ ຕໍ່​ກອງ​ປະ​ຊຸມ​
ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ເທີ​ກີ ແລະ ສະ​ຫະ​ລັດ
ໄດ້ສືບ​ຕໍ່​ເຮັດ​ຂໍ້​ຕົກ​ລົງ​ເພື່ອ​ສ້າງ​ເຂດ​ປອດ​ໄພ​ຢູ່​ຕາມ​ຊາຍ​ແດນ​ຂອງ​ ຊີ​ເຣຍ ກັບ ເທີ​ກີ.

ໃນ​ແງ່​ການ​ເມືອງ​ນັ້ນ, ທ່ານ​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ນຶ່​ງ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ
​ບານ​ຂອງ​ທ່ານ ສຳ​ລັບ​ຄະ​ນະ​ກຳ​ມະ​ການ​ທີ່​ໄດ້​ຕົກ​ລົງ​ກັນ​ເມື່ອບໍ່​ດົນ​ມານີ້ ເພື່ອ​ຮ່າງ​ລັດ​
ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ສຳ​ລັບ​ປະ​ເທດ. ດັ່ງ​ທີ່​ໄດ້​ເປັນ​ນ້ຳ​ສຽງ​ຂອງ​ລັດ​ຖະ​ບານ​ນັບ​ຕັ້ງ​
ແຕ່​ການ​ລຸກ​ຮື້​ໃນ ຊີ​ເຣຍ ເມື່ອ​ປີ 2011 ເປັ​ນ​ຕົ້ນ​ມາ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ໄດ້​ເອົາມາດ​
ຕະ​ການ​ເຄັ່ງ​ຄັດ, ໂດຍ​ກ່າວ​ຢໍ້​າ​ວ່າ ມັນ​ບໍ່​ຄວນ​ມີ​ການ​ແຊກ​ແຊງ​ຈາກ​ຕ່າງ​ປະ​ເທດ ຫຼື
ການ​ວາງແຜນ​ການ​ກ່ຽວ​ກັບ​ຂະ​ບວນ​ການ​ດັ່ງ​ກ່າວ.

ຄຳ​ປາ​ໄສ​ຂອງ​ທ່ານ ອາ​ລ-ໂມອ​າ​ລ​ລຳ ໄດ້​ເນັ້ນ​ຢ້ຳ​ເຖິງ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່ຫຼວງ​ເພື່ອ​ບັນ
​ລຸ​ການ​ປອງດອງ​ກັນ​ໃນ ຊີ​ເຣຍ, ບ່ອນ​ທີ່​ປະ​ຊາ​ຊົນຫຼາຍກວ່າ 400,000 ຄົນ​ຖືກ​ຂ້າ​ຕາຍ​
ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ ແລະ ຫຼາຍ​ລ້ານ​ຄົນ​ໄດ້ຫຼົບ​ໜີ​ອອກ​ໄປ.

ຄວາມ​ຂັດ​ແຍ້ງ​ດົນ​ກວ່າ 8 ປີ ຍັງ​ໄດ້​ດຶງ​ດູດກອງ​ທັບ​ຕ່າງ​ປະ​ເທດ​ຈຳ​ນວນຫຼາຍ ແລະ ນັກ
​ຮົບ​ຕ່າງ​ປະ​ເທດຫຼາຍ​ພັນ​ຄົນ​ໄປ​ສູ່ ຊີ​ເຣຍ, ຫຼາຍ​ຄົນ​ໃນ​ນັ້ນ​ໄດ້​ສະ​ໜັບ​ສະ​ໜູນ​ກຸ່ມ​ຫົວ​ຮຸນ​
ແຮງ​ລັດ​ອິ​ສ​ລາມ ທີ່​ຕອນນີ້​ໄດ້​ຜ່າຍ​ແພ້​ສົງ​ຄາມ​ໄປ​ແລ້ວ ແລະ ຄົນ​ອື່ນໆ​ທີ່​ຍັງຢູ່​ທີ່​ນັ້ນ ໄດ້
ໃຫ້​ການ​ໜູນຫຼັງ​ຝ່າຍ​ຄ້ານ ແລະ ຕໍ່​ສູ້​ກັບ​ກອງ​ກຳ​ລັງ​ລັດ​ຖະ​ບານ. ທ່ານ ອາ​ລ-ໂມ​ອາ​ລ​ລຳ
ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ແລະ​ ເທີ​ກີ ຍັງ​ຄົງ​ທຳ​ການ​ມີ​ໜ້າ​ຂອງກອງ​ທັບ​ຢ່າງ​ຜິດ​ກົດ​ໝາຍ​
ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ. ກອງ​ກຳ​ລັງ​ຂອງ​ປະ​ເທດ​ໃດ ​ທີ່​ກຳ​ລັງ​ປະ​ຕິ​ບັດ​ການ​ໃນ​ເຂດ​
ແດນ​ຂອງ​ພວກ​ເຮົາ​ໂດຍບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ພວກ​ເຮົາ ແມ່ນ​ກອງ​ກຳ​ລັງເຂົ້າ​
ຍຶດ​ຄອງ ແລະ ຄວນ​ຖອນ​ຕົວ​ອອກ​ໄປ​ໃນ​ທັນ​ທີ.”

ທ່ານ​ໄດ້​ກ່າວ​ວ່າ ຖ້າ​ເຂົາ​ເຈົ້າ​ປະ​ຕິ​ເສດ, “ພວກ​ເຮົາ​ມີ​ສິ​ດ​ທີ່​ຈະ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້​
ທຸ​ກ​ຢ່າງ ທີ່​ຖືກ​ອະ​ນຸ​ຍາດ​ໃນ​ກົດ​ໝາຍ​ສາ​ກົນ.”

ມີ​ກອງ​ກຳ​ລັງ ສະ​ຫະ​ລັດ ປະ​ມານ 1,000 ຄົນ​ໃນ​ປະ​ເທດ ຊີ​ເຣຍ ທີ່​ປະ​ຕິ​ບັດ​ການ​ເພື່ອ​ຕໍ່​
ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ. ສະ​ຫະ​ລັດ ຍັງ​ໜູນຫຼັງ ແລະ ສະ​ໜັບ​ສະ​ໜູນ​ກຸ່ມ
​ຊາວ ເຄີດ ໃນ​ພາກ​ຕາ​ເວັນ​ອອ​ກ​ສຽງ​ເໜືອ​ຂອງ​ປະ​ເທດ ທີ່​ຄັດ​ຄ້ານ​ລັດ​ຖະ​ບານ ຊີ​ເຣຍ
ແລະ ໄດ້​ຕໍ່​ສູ້​ກັບ​ກຸ່ມ​ຫົວ​ຮຸນ​ແຮງນິ​ກາຍ ຊຸນ​ນີ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ​ທ່ານ​ຢາກ​ນຳ​ເອົາ​ກອງ​ກຳ​ລັງ​
ດັ່ງ​ກ່າວ​ກັບ​ບ້ານ, ແຕ່​ບັນ​ດ​າ​ເຈົ້າ​ໜ້າ​ທີ່ກອງ​ທັບ​ໄດ້​ສະ​ໜັບ​ສະ​ໜູນການ​ປະ​ຕິ​ບັດ​ພາ​ລະ​
ກິດ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG