ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດອິສລາມ ເສຍທີ່ໝັ້ນ 2 ແຫ່ງສຸດທ້າຍ ໃນ ເຂດຊາຍແດນ ອີຣັກ ແລະ ຊີເຣຍ


Syria Iraq IS
please wait
Embed

No media source currently available

0:00 0:01:53 0:00

ກຸ່ມລັດອິສລາມ ໃນວັນສຸກວານນີ້ ໄດ້ຖືກຂັບໄລ່ອອກຈາກຫົວເມືອງສຳຄັນສຸດທ້າຍ 2
ແຫ່ງ ທີ່ກຸ່ມດັ່ງກ່າວຄວບຄຸມ ຢູ່ໃນບໍລິເວນຊາຍແດນອີຣັກ ຕິດກັບຊີເຣຍ ຫຼຼັງຈາກການ
ບຸກໂຈມຕີໂດຍກຳລັງ ຈາກທັງສອງຟາກຂອງຊາຍແດນໃກ້ກັບເຂດຮ່ອມພູຢູເຟຣຕິສ.

ພວກຫົວຮຸນແຮງ ທີ່ປະກາດຕົນເອງເປັນ “ລັດອິສລາມ” ໄດ້ຖືກຕີແຕກກະຈັດກະຈາຍ ຫຼັງຈາກໄດ້ສູນເສຍທີ່ໝັ້ນຕາມຫົວເມືອງໃຫຍ່ໆຢູ່ຊີເຣຍແລະອີຣັກ ພ້ອມກັບການບຸກ
ໂຈມຕີທີ່ມີຂຶ້ນພ້ອມໆກັນທີ່ເມືອງ Deir Ezzor ໃນຊີເຣຍແລະເມືອງ Al-Qaim ໃນອີ
ຣັກ ແລະປ່ອຍໃຫ້ກຸ່ມລັດອິສລາມຍັງຄວບຄຸມແຕ່ດິນແດນນ້ອຍໆຢາຍກັນຢູ່ຕາມເຂດ
ຊາຍແດນ.

ກອງທັບຊີເຣຍໄດ້ປະກາດວ່າ ກ່ຽວກັບເມືອງ Deir Ezzor ກຸ່ມລັດອິສລາມໄດ້ສູນເສຍ
ກອງບັນຊາການໃຫຍ່ ຊຶ່ງເປັນຄະນະນຳພາ ຂອງອົງການ ແລະ ໄດ້ເປັນຜົນກະທົບ ຕໍ່ ຄວາມສາມາດຂອງພວກເຂົາ ໃນການອອກຄຳສັ່ງກ່ຽວກັບການປະຕິບັດງານໂຈມຕີກໍ່ ການຮ້າຍຕ່າງໆ.

ໂຄສົກຂອງກອງບັນຊາການກອງທັບຊີເຣຍ ກ່າວໃນການອອກອາກາດສົດທາງໂທລະ
ພາບຂອງລັດຖະບານວ່າ “ທາງກອງທັບໄດ້ຟື້ນຟູຄວາມປອດໄພແລະສະຖຽນລະພາບ ໂດຍທົ່ວໄປ ໃນເມືອງ Deir Ezzor. ເມືອງ Deir Ezzor ແມ່ນເປັນຂັ້ນຕອນ ສຸດທ້າຍ ໃນການກຳຈັດກຸ່ມລັດອິສລາມໃຫ້ສິ້ນຊາກໄປ.”

ເມືອງ Deir el-Zour ໃນປະເທດຊີເຣຍ
ເມືອງ Deir el-Zour ໃນປະເທດຊີເຣຍ

ທະຫານຊີເຣຍເລີ້ມບຸກໂຈມຕີເຂົ້າໄປໃນເມືອງ Deir Ezzor ໃນເດືອນກັນຍາປີນີ້ຫຼັງ ຈາກເມືອງດັ່ງກ່າວ ຕົກຢູ່ພາຍໃຕ້ການຄວບຄຸມ ຂອງກຸ່ມລັດອິສລາມມາໄດ້ເກືອບ 3
ປີ. ພວກໜ່ວຍວິສາວະກຳຂອງຊີເຣຍ ເວລານີ້ ກຳລັງຊອກຫາລະເບີດທີ່ປະໄວ້ ໂດຍ
ພວກນັກລົບຂອງກຸ່ມລັດອິສລາມທີ່ພາກັນຫລົບໜີໄປ.

ສ່ວນຢູ່ທາງຟາກຊາຍແດນຂອງອີຣັກນັ້ນ ກຳລັງຂອງລັດຖະບານກໍໄດ້ບຸກເຂົ້າໄປຍຶດ
ເອົາເມືອງ Al-Qaim ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກເຂົ້າຄວບຄຸມດ່ານຂ້າມຊາຍແດນ ທີ່
ຕັ້ງຢູ່ໃກ້ຄຽງ. ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ໄດ້ກ່າວຊົມເຊີຍທະ
ຫານ ໃນຄວາມພະຍາຍາມ ເພື່ອປົດປ່ອຍເມືອງ Al-Qaim ຂອງພວກເຂົາເຈົ້າໃນອັນ ທີ່ທ່ານເອີ້ນວ່າ ໃຊ້ເວລາໜ້ອຍເປັນປະຫວັດການ.

ການປະຕິບັດງານ ເພື່ອເຂົ້າຍຶດເອົາເມືອງ Al-Qaim ເລີ້ມຂຶ້ນຫຼາຍມື້ມາແລ້ວ. ກຳລັງ
ແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ຢູ່ໃນປະເທດອີຣັກເອີ້ນການບຸກໂຈມຕີ
ຄັ້ງນີ້ວ່າ “ເປັນການສູ້ລົບຂະໜາດໃຫຍ່ ເທື່ອສຸດທ້າຍ” ໃນຂະນະທີ່ກອງກຳລັງຂອງອີ
ຣັກ ຍຶດເອົາດິນແດນ ທີ່ສູນເສຍໄປໃຫ້ແກ່ກຸ່ມລັດອິສລາມໃນປີ 2014 ນັ້ນ ຄືນມາໄດ້
ຫລາຍກວ່າ 90 ເປີເຊັນແລ້ວ.

ກອງທັບສະຫະລັດໄດ້ສະແດງຄວາມຊົມເຊີຍຕໍ່ກຳລັງອີຣັກໃນໄຊຊະນະດັ່ງກ່າວ.​ ພົນ
ຕີ Robert P. White ນາຍພົນຜູ້ບັນຊາການ ກຳລັງປະສົມພາກພື້ນດິນໃນການປະຕິ
ບັດງານ Inrerent Resolve ກ່າວວ່າ “ກຳລັງຮັກສາຄວາມສະຫງົບ ຂອງອີຣັກ ໄດ້ສູ້
ລົບຢ່າງໜັກ ເພື່ອມາເຖິງຈຸດນີ້ ແລະກຳລັງທະຫານທີ່ໄດ້ຮັບການພິສູດຈາກສະໜາມ
ລົບມາແລ້ວ ຂອງພວກເຂົາເຈົ້າ ໄດ້ເຂົ້າຍຶດເອົາ ທີ່ໝັ້ນແຫ່ງສຸດທ້າຍ ຂອງກຸ່ມລັດອິສ
ລາມ ຢູ່ໃນອີຣັກຢ່າງວ່ອງໄວ ແລະ ເປັນທີ່ຮຽບຮ້ອຍແລ້ວ. ເວລານີ້ ຍັງມີພວກນັກລົບ ຂອງກຸ່ມລັດອິສລາມ ປະມານ 1,500 ຄົນ ຢູ່ໃນບໍລິເວນອ້ອມແອ້ມ ເມືອງ Al-Qaim ອີງຕາມກອງທັບສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG