ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ລັດຖະບານ ສູ້ລົບກັບ ທະຫານທີ່ໂຕນທັບ ໃນພາກເໜືອຊີເຣຍ


ເອກອັກຄະລັດຖະທູດຊີເຣຍ ທ່ານ Faysal Khabbaz Hamoui (ກາງ) ໃນກອງປະຊຸມນັດພິເສດຂອງສະພາ ສິດທິມະນຸດ ກ່ຽວກັບສະຖານະການໃນຊີເຣຍ ທີ່ສຳນັກງານອົງການສະຫະປະຊາຊາດ ໃນນະຄອນເຈນີວາ (2 ທັນວາ 2011)
ເອກອັກຄະລັດຖະທູດຊີເຣຍ ທ່ານ Faysal Khabbaz Hamoui (ກາງ) ໃນກອງປະຊຸມນັດພິເສດຂອງສະພາ ສິດທິມະນຸດ ກ່ຽວກັບສະຖານະການໃນຊີເຣຍ ທີ່ສຳນັກງານອົງການສະຫະປະຊາຊາດ ໃນນະຄອນເຈນີວາ (2 ທັນວາ 2011)

ການປະທະກັນລະຫວ່າງທະຫານລັດຖະບານຊີເຣຍ ແລະພວກທະຫານທີ່ໂຕນທັບ ໃນພາກ
ເໜືອຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 15 ຄົນ.

ອົງການສັງເກດການດ້ານສິດທິມະນຸດໃນຊີເຣຍທີ່ມີສຳນັກງານຢູ່ປະເທດອັງກິດກ່າວວ່າ ການ
ສູ້ລົບກັນໃນຕອນເຊົ້າມືດຂອງວັນເສົາມື້ນີ້ທີ່ເມືອງ Idlib ໃກ້ໆກັບຊາຍແດນເທີກີນັ້ນ ເຮັດໃຫ້ ທະຫານລັດຖະບານຊີເຣຍ 7 ຄົນ ທະຫານທີ່ໂຕນ ທັບ 5 ຄົນ ແລະພົນລະເຮືອນອີກ 3 ຄົນ
ເສຍຊີວິດ.

ການເສຍຊີວິດເທື່ອລ່າສຸດນີ້ມີຂຶ້ນນຶ່ງມື້ຫຼັງຈາກພະແນກການຮັບຜິດຊອບກ່ຽວກັບສິດທິມະ
ນຸດຂອງສະຫະປະຊາຊາດ ໄດ້ລົງມະຕິປະນາມຊີເຣຍທີ່ໄດ້ລ່ວງລະເມີດສິດທິມະນຸດຢ່າງໜັກ
ແລະເປັນລະບົບໃນລະຫວ່າງການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານ.

ມະຕິຊຶ່ງໄດ້ມີການຮັບຮອງເອົາໂດຍສະພາສິດທິມະນຸດຂອງອົງການສະຫະປະຊາຊາດໃນມື້
ວັນສຸກວານນີ້ຍັງໄດ້ສ້າງຕັ້ງຕຳແໜ່ງຜູ້ສືບສວນພິເສດເພື່ອສອບສວນກ່ຽວກັບການລະເມີດ
ສິດທິມະນຸດຢູ່ໃນຊີເຣຍ. ແຕ່ແນວໃດກໍຕາມມະຕິສະບັບນີ້ບໍ່ໄດ້ກ່າວຢ່າງເປັນການສະເພາະ
ເຈາະຈົງ ໃນການທີ່ຈະສົ່ງເລື່ອງຊີເຣຍໄປ ຍັງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ເພື່ອເອົາມາຕະການເພີ່ມຕື່ມ.

ສະມາຊິກ 37 ປະເທດຂອງສະພາສິດທິມະນຸດໄດ້ລົງຄະແນນສຽງເຫັນດີນຳກ່ຽວກັບເລື່ອງ
ນີ້. ຣັດເຊຍ ຄິວບາ ຈີນແລະເອກົວດໍໄດ້ລົງຄະແນນສຽງຄັດຄ້ານ ຂະນະທີ່ອີກ 6 ປະເທດ
ບໍ່ໄດ້ອອກສຽງ.

ບໍ່ດົນກ່ອນຈະມີການລົງຄະແນນສຽງນັ້ນ ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການ
ສະຫະປະຊາຊາດທ່ານນາງ Navi Pillay ກໍໄດ້ກ່າວຕໍ່ກອງປະຊຸມວ່າການສຶກສາທີ່ໄດ້ຮັບ ການສະໜັບສະໜຸນຈາກສະຫະປະຊາຊາດເມື່ອບໍ່ດົນມານີ້ພົບວ່າ ກຳລັງຂອງຊີເຣຍໄດ້ແນ
ເປົ້າໝາຍທີ່ໃສ່ພວກເດັກນ້ອຍແລະຜູ້ໃຫຍ່.

ແຕ່ແນວໃດກໍຕາມເອກອັກຄະລັດຖະທູດຊີເຣຍປະຈຳອົງການສະຫະປະຊາຊາດທີ່ນະຄອນ
ເຈນີວາກ່າວວ່າ ລາຍງານຂອງສະຫະປະຊາຊາດມີຄວາມລຳອຽງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ວໍຊິງຕັນ
ໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ການດຳເນີນຄວາມພະຍາຍາມຂອງສະພາສິດທິມະ
ນຸດທີ່ຈະເປີດເຜີຍການລ່ວງລະເມີດຂອງອຳນາດການປົກຄອງ Assad. ທ່ານນາງເວົ້າວ່າ ລາຍງານຂອງສະຫະປະຊາຊາດສະແດງໃຫ້ເຫັນວ່າລັດຖະບານຊີເຣຍເຕັມໃຈທີ່ຈະດຳເນີນ ການທຸກສິ່ງຢ່າງເພື່ອທັບມ້າງຄວາມໄຝ່ຝັນຢ່າງແຮງກ້າທີ່ຖືກຕ້ອງຊອບທຳຂອງປະຊາຊົນ
ຊາວຊີເຣຍ.

ຂະນະດຽວກັນ ພວກນັກເຄື່ອນໄຫວກ່າວວ່າ ມີຢ່າງນ້ອຍ 8 ຄົນເສຍຊີວິດຍ້ອນຖືກປືນ ຂະນະທີ່ພວກເດີນຂະບວນຫຼາຍພັນຄົນຮຽກຮ້ອງໃຫ້ເທີກກີຊຶ່ງເປັນເພື່ອນບ້ານສ້າງຕັ້ງ
ເຂດກັນຊົນຂຶ້ນເພື່ອປົກປ້ອງພົນລະເຮືອນ.

ໃນອີກດ້ານນຶ່ງນັ້ນ ພວກທີ່ເຫັນເຫດການແລະນັກເຄື່ອນໄຫວກ່າວວ່າ ມີການຍິງໂຈມຕີ
ຢ່າງໜັກໃສ່ໝູ່ບ້ານໃກ້ໆຊາຍແດນຊີເຣຍທີ່ຕິດກັບເລບານອນ.

XS
SM
MD
LG