ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

30 ຄົນເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດ ສະຫຼະຊີບ ຢູ່ຊີເຣຍ


ຜູ້ຄົນພາກັນຫຸ້ມເບິ່ງທາງເຂົ້າທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກລະເບີດໄດ້ແຕກຂຶ້ນທີ່ຕຶກອາຄານຮັກສາຄວາມ ສະຫງົບ ໃນນະຄອນຫຼວງຊີເຣຍ (23 ທັນວາ 2011)
ຜູ້ຄົນພາກັນຫຸ້ມເບິ່ງທາງເຂົ້າທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກລະເບີດໄດ້ແຕກຂຶ້ນທີ່ຕຶກອາຄານຮັກສາຄວາມ ສະຫງົບ ໃນນະຄອນຫຼວງຊີເຣຍ (23 ທັນວາ 2011)

ໂທລະພາບ​ຂອງ​ທາງ​ການ​ຊີ​ເຣຍກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 30 ຄົນ​ແລະໄດ້​ຮັບ​ບາດ
ເຈັບ​ອີກ 100 ກວ່າ​ຄົນ ​ໃນ​ການ​ໂຈມ​ຕີ​ສະຫຼະຊີບ​ດ້ວຍ​ລະ​ເບີດລົດ ທີ່​ນະຄອນຫຼວງດາ​ມັສ
ກັສ.

ໂທລະພາບ​ຂອງ​ທາງ​ການ​ຊີ​ເຣຍລາຍ​ງານ​ວ່າ ຜູ້​ໂຈມ​ຕີ​ສະຫຼະຊີບ 2 ຄົນ​ໄດ້​ໃຊ້ ລົດ​ທີ່​ບັນ
ຈຸ​ລະ​ເບີດ​ ໂຈມ​ຕີ​ຕຶກ​ໂຮງການ​ຮັກສາ​ຄວາມ​ສະຫງົບ​ຂອງ​ລັດຖະບານ ແລະສະຖານ​ທີ່​ອີກ
ແຫ່ງ​ນຶ່ງ ຂອງ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບໃນ​ວັນ​ສຸກ​ມື້ນີ້. ພວກທີ່​ເຫັນ​ເຫດການ​ລາຍ
ງານ​ວ່າ ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ປືນ​ຍິງ​ຕໍ່ສູ້​ກັນ​ຢ່າງ​ໜັກດັງ​ຂຶ້ນ​ ລຸນ​ຫຼັງສຽງ​ລະ​ເບີດແຕກ​ທີ່​ຄຸ້ມ
Kfar Suseh ​ໃນ​ນະຄອນຫຼວງຂອງ​ຊີ ​ເຣຍ.

ເຈົ້າໜ້າ​ທີ່​ຊີ​ເຣຍກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ອານກາຍ​ດາ​ອາດ​ເປັນ​ຜູ້​ຮັບຜິ​ດຊອບ ​ໃນການ​
ໂຈມ​ຕີ​ທັງ​ສອງ. ລັດຖະບານ​ຊີ​ເຣຍ​ໄດ້​ກ່າວ​ປ້ອງ​ກັນ​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ຂອງ​ຕົນ​
ຕໍ່​ພວກ​ປະ​ທ້ວງ​ຮຽກຮ້ອງ​ເອົາ​ປະຊາທິປະ​ໄຕ ໂດຍ​ເວົ້າວ່າ ຕົນ​ພວມຕໍ່ສູ້​ກັບ​ພວກ​ກໍ່​ກາ​ນ
ຮ້າຍ​ປະກອບ​ອາວຸດ ​ເຖິງ​ແມ່ນ​ການ​ໂຈມ​ຕີ​ໃນ​ວັນ​ສຸກ​ມື້ນີ້ປະກົດ​ວ່າ​ເປັນເທື່ອ​ທຳ​ອິດ​ຂອງ​
ການ​ໂຈມ​ຕີ​ໃນ​ທຳນອງ​ນີ້ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ລຸກ​ຮືຂຶ້ນປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ເລີ່​ມ
ມາ​ແຕ່​ເດືອນ​ມີນາ​ປີນີ້.

ການ​ໂຈມ​ຕີ​ທັງ​ສອງ​ ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຸ່ມ​ຝ່າຍ​ຄ້ານ ​ພວມ​ກະກຽມ​ການ​ໂຮມ​ຊຸມນຸມປະ​
ທ້ວງຂະໜາດ​ໃຫຍ່​ ຕໍ່ຕ້ານ​ກາ​ນປະຕິບັດ​ງາ ຂອງ​ພວກ​ນັກ​ສັງ​ເກດ​ການຈາກ​ສັນນິບາດ​
ອາຣັບທີ່​ເລີ່​ມ​ເດີນທາງ​ໄປ​ເຖິງ​ຊີ​ເຣຍ​ໃນ​ວັນ​ພະຫັດ​ວານ​ນີ້​. ພວກ​ນັກ​ສັງ​ເກດ​ການມີ​ຈຸດປະ
ສົງ​ຢາກ​ຕິດຕາມເບິ່ງ​ວ່າ​ລັດຖະບານ​ຊີ​ເຣຍ​ໄດ້​ປະຕິບັດ​ຕາມຄຳ​ໝັ້ນສັນຍາ​ທີ່​ຕົນ​ໄດ້​ໃຫ້​ໄວ້
ຫຼືບໍ່ ​ທີ່​ຈະຢຸດ​ເຊົາ​ການ​ໂຈມຕີ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

XS
SM
MD
LG