ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ພວກນັກສັງເກດການ ສັນນິບາດອາຣັບ ກຳນົດ ໄປຮອດຊີເຣຍ ມື້ນີ້ (ເບິ່ງວີດີໂອ)


ພວກປະທ້ວງຕໍ່ຕ້ານລັດຖະບານ ໄປຮ່ວມພິທິສົ່ງສະການພວກທີ່ເສຍຊີວິດ ໃນການປະທະກັນທີ່ຄຸ້ມ Zabadani ໃນເຂດຊານເມືອງ ຂອງນະຄອນຫຼວງດາມັສກັສ (21 ທັນວາ 2011)

ຄະນະ​ລ່ວງ​ໜ້າ​ຈຸ​ນຶ່ງ​ ຂອງ​ພວກ​ນັກ​ສັງ​ເກດ​ການ​ຈາກ​ສັນນິບາດ​ອາຣັບ​ມີ​ກຳນົດ​ເດີນທາງ​ໄປ
ເຖິງຊີ​ເຣຍ​ໃນ​ວັນ​ພະຫັດ​ມື້ນີ້ເພື່ອ​ຊ່ອຍ​ໃຫ້ການ​ຄໍ້າປະກັນ​ວ່າ​ລັດຖະບານ​ໄດ້​ປະຕິບັດ​ຕາມ​ຄຳ​
ໝັ້ນສັນຍາທີ່​ຈະ​ຢຸດ​ເຊົາ​ການ​ໃຊ້​ກຳລັງ​ຮັກສາ​ຄວາມ​ສະຫງົບບຸກ​ໂຈມ​ຕີ​ພວກ​ປະ​ທ້ວງ​ນັ້ນ.

ທາງຄະນະ​ ພວມ​ກະກຽມທີ່​ຈະ​ສົ່ງພວກ​ນັກ​ສັງ​ເກດ​ການຈຳ​ນວນ​ຫຼາຍຮ້ອຍ​ຄົນເຂົ້າ​ໄປ​ປະຕິ
ບັດ​ໜ້າ​ທີ່​ໃນ​ທີ່​ສຸດ​ຢູ່​ໃນຊີ​ເຣຍ ຊຶ່ງ​ໄດ້​ທຳ​ການ​ຕົກລົງ​ອະນຸຍາດ​ໃຫ້ພວກ​ນັກ​ສັງ​ເກດ​ການ​ເຂົ້າ
ໄປ​ໃນ​ປະ​ເທດ ທ່າມກາງ​ການ​ກົດ​ດັນຂອງ​ປະຊາ​ຄົມໂລກ ​ເພື່ອ​ໃຫ້​ຊີ​ເຣຍຢຸດ​ເຊົາ​ການ​ປາບ
ປາມ​ພວກ​ປະ​ທ້ວງ​ແບບ​ນອງ​ເລືອດ​ທີ່​ດຳເນີນ​ມາ​ໄດ້​ເກົ້າ​ເດືອນ​ແລ້ວນັ້ນ.

ເທີ​ກີ​ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ໄດ້​ປະນາມ​ລັດຖະບານ​ຊີ​ເຣຍ​ໃນ​ວັນ​ພະຫັດ​ມື້ນີ້ໂດຍ​ເວົ້າວ່າ
ນະ​ໂຍບາຍ​ຂອງ​ຊີ​ເຣຍ​ໄດ້​ຫັນປ່ຽນ​ປະ​ເທດ​ດັ່ງກ່າວ ​ໃຫ້​ກາຍ​ເປັນບ່ອນນອງ​ເລືອດ.

ກະຊວງ​ການ​ຕ່າງປະ​ເທດ​ເທີ​ກີ​ກ່າວໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ຄວາມ​ຮຸນ​ແຮງ​ໄດ້​ກໍ່​ໃຫ້
ເກີດ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງໃຫຍ່​ຫຼວງກ່ຽວ​ກັບ​ຄວາມ​ຕັ້ງ​ໃ​ຈອັນ​ແທ້​ຈິງ​ຂອງ​ຊີ​ເຣຍ ​ແລະ​ບໍ່​
ມີ​ລັດຖະບານ​ປະ​ເທດ​ໃດ​ສາມາດ​ເປັນ​ຜູ້​ຊະນະ​ໄດ້​ໃນການ​ຕໍ່ສູ້​ກັບ​ປະຊາຊົນ​ຂອງ​ຕົນ.

ຖະ​ແຫຼງການ​ດັ່ງກ່າວມີ​ຂຶ້ນລຸນ​ຫຼັງການ​ໃຫ້​ຄວາມທີ່​ເຫັນ​ຄ້າຍຄື​ກັນ ໃນ​ມື້ວັນ​ພຸດວານນີ້​ໂດຍ
ທຳນຽບຂາວ​ທີ່​ເວົ້າວ່າ ມັນ​ເປັນ​ພຽງ​ແຕ່ເລື່ອງ​ເວລາ​ທໍ່​ນັ້ນກ່ອນ​ທີ່​ອຳນາດ​ການ​ປົກຄອງ​ຂອງ
ປະທານາທິບໍດີ Bashar al-Assad ຈະ​ສິ້ນສຸດ​ລົງ.

ທ່ານ Jay Carney ​ໂຄສົກ​ຂອງ​ທຳນຽບຂາວ​ກ່າວ​ວ່າຄວາມ​ຢ້ານ​ກົວ​ແມ່ນ​ເປັນພຽງ​ສິ່ງ​ດຽວ​
ທໍ່​ນັ້ນທີ່​ເຮັດ​ໃຫ້​ລັດຖະບານ​ຊີ​ເຣຍຍັງສາມາດ​ດຳ​ເນີນ​ງານ​ຮ່ວມ​ກັນ​ໄດ້​ແລະ​ລັດຖະບານ​ທີ່​ມີ​ພື້ນ
ຖານ​ອີງ​ຕາມ​ຄວາມ​ຢ້ານ​ກົວ ​ແມ່ນ​ມັກ​ຈະ​ພົບ​ກັບຄວາມ​ຫາ​ຍານະສະ​ເໝີ.

ພວກ​ເຈົ້າໜ້າ​ທີ່ຝ່າຍ​ຄ້ານ​ຂອງ​ຊີ​ເຣຍກ່າ​ວວ່ານັບ​ແຕ່​ມື້ວັນ​ຈັນ​ເປັນຕົ້ນມາ​ພວກທະຫານ​ລັດຖະ
ບານ​ໄດ້​ສັງຫານຜູ້​ຄົນ​ໄປ​ແລ້ວ 250 ຄົນ ຊຶ່ງ​ເປັນ​ໄລຍະ​ທີ່​ມີ​ການນອງ​ເລືອດ​ທີ່​ສຸດ​ບັ້ນນຶ່ງນັບ
ແຕ່​ໄດ້​ມີ​ການ​ລຸກຮື​ຂຶ້ນຕໍ່ຕ້ານ​ລັດຖະບານເມື່ອ​ເດືອນມີນາ​ເປັນຕົ້ນມາ.

XS
SM
MD
LG