ການກ່າວຫາຄັ້ງໃໝ່ກ່ຽວກັບການປາບປາມຢ່າງໂຫດຮ້າຍຂອງຊີເຣຍຕໍ່ພວກປະທ້ວງຕໍ່ຕ້ານ
ລັດຖະບານ ພາໃຫ້ເກີດມີການຮຽກຮ້ອງຂອງອົງການສະຫະປະຊາຊາດໃຫ້ດຳເນີນຄະດີອຳ ນາດການປົກຄອງຂອງຊີເຣຍ ໃນຂໍ້ຫາກໍ່ອາຊະຍາກຳຕ້ານມະນຸດຊາດ.
ໃນວັນສຸກມື້ນີ້ ຫົວໜ້າຮັບຜິດຊອບດ້ານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ຮຽກ
ຮ້ອງໃຫ້ສົ່ງເລື່ອງຊີເຣຍໄປຍັງສານອາຍານາໆຊາດ. ທ່ານນາງ Navi Pillay ກ່າວຕໍ່ກອງ
ປະຊຸມສະພາສິດທິມະນຸດທີ່ນະຄອນເຈນີວາວ່າ ການປະພຶດຕົນແບບໄຮ້ຄວາມເມດຕາປານີ
ຂອງລັດຖະບານຊີເຣຍຍັງໄດ້ເປັນເຫດໃຫ້ມີການເສຍຊີວິດຂອງພວກເດັກນ້ອຍຫຼາຍຮ້ອຍຄົນ.
ນອກນັ້ນທ່ານນາງຍັງໄດ້ຮຽກຮ້ອງປະຊາຄົມນາໆຊາດເອົາມາຕະການທີ່ຮີບດ່ວນແລະມີປະ
ສິດທິຜົນເພື່ອປົກປ້ອງຄຸ້ມຄອງປະຊາຊົນຊາວຊີເຣຍ.
ຜູ້ສືບສວນທີ່ຖືກແຕ່ງຕັ້ງໂດຍອົງການສະຫະປະຊາຊາດກ່າວຕໍ່ສະພາສິດທິມະນຸດໃນວັນສຸກ
ມື້ນີ້ວ່າມີເດັກນ້ອຍ 307 ຄົນໄດ້ຖືກຂ້າຕາຍໂດຍກຳລັງຂອງລັດຖະບານນັບແຕ່ການປະທ້ວງ
ໄດ້ເລີ່ມຂຶ້ນເມື່ອ 8 ເດືອນກ່ອນ. ນອກນັ້ນທ່ານ Paulo Pinheiro ຍັງເວົ້າວ່າມີເດັກນ້ອຍ
56 ຄົນໄດ້ຖືກຂ້າຕາຍໃນເດືອນພະຈິກຜ່ານມາ ຊຶ່ງເຮັດເດືອນດັ່ງກ່າວ ກາຍເປັນເດືອນທີ່ມີ ເດັກນ້ອຍເສຍຊີວິດຫຼາຍທີ່ສຸດມາຈົນຮອດເວລານີ້.
ຊີເຣຍ ໄດ້ປະນາມລາຍງານຂອງອົງການສະຫະປະຊາຊາດ ໂດຍແຈ້ງໃຫ້ອົງການຂ່າວເອພີ
ຊາບວ່າ ລາຍງານທີ່ວ່ານີ້ມີຄວາມລຳອຽງ.
ການກ່າວຫາ ເທື່ອລ່າສຸດນີ້ມີຂຶ້ນນຶ່ງມື້ ຫຼັງຈາກຄະນະກຳມາທິການສິດທິມະນຸດຂອງອົງການ
ສະຫະປະຊາຊາດເວົ້າວ່າການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານຂອງຊີເຣຍໄດ້ເຮັດ
ສະພາບຊຸດໂຊມລົງກາຍເປັນສົງຄາມກາງເມືອງແລະຈຳນວນຊາວຊີເຣຍທີ່ເສຍຊີວິດທັງໝົດ
ໃນຄວາມວຸ້ນວາຍດັ່ງກ່າວແມ່ນມີກາຍ 4,000 ຄົນແລ້ວ.