ຣັດເຊຍໄດ້ນຳສະເໜີຮ່າງຍັດຕິສະບັບໃໝ່ທີ່ມີຄວາມເຂັ້ມແຂງກວ່າເກົ່າຕໍ່ອົງການສະຫະປະ
ຊາຊາດກ່ຽວກັບຄວາມຮຸນແຮງຢູ່ໃນຊີເຣຍຊຶ່ງພາໃຫ້ມີຄວາມຫວັງຫຼາຍຂຶ້ນໃນການເອົາມາ
ຕະການຂອງອົງການສະຫະປະຊາຊາດຂະນະທີ່ມີການສູ້ລົບກັນເພີ່ມທະວີຂຶ້ນແລະມີຄວາມ ວິຕົກກັງວົນຫຼາຍຂຶ້ນຢ້ານເກີດສົງຄາມກາງເມືອງຢູ່ໃນປະເທດດັ່ງກ່າວ.
ໃນວັນພະຫັດວານນີ້ທ່ານ Vitaly Churkin ເອກອັກຄະລັດຖະທູດຣັດເຊຍປະຈຳອົງການ
ສະຫະປະຊາຊາດ ໄດ້ນຳເຜີຍແຜ່ຮ່າງຍັດຕິສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ໄດ້ປະ ນາມການກໍ່ຄວາມຮຸນແຮງໂດຍທຸກພັກຝ່າຍຢູ່ໃນຊີເຣຍ ແຕ່ບໍ່ເຖິງກັບຂັ້ນຮຽກຮ້ອງໃຫ້ທຳ
ການລົງໂທດ.
ການນຳສະເໜີຮ່າງຍັດຕິດັ່ງກ່າວ ມີຂຶ້ນໃນຂະນະທີ່ພວກນັກເຄື່ອນໄຫວຊີເຣຍ ລາຍງານວ່າ ທະຫານຊີເຣຍທີ່ໂຕນທັບໄດ້ສັງຫານທະຫານລັດຖະບານ 27 ຄົນໃນອັນທີ່ປາກົດວ່າເປັນ ການໂຈມຕີແບບມີການປະສານງານກັນຢູ່ທີ່ແຂວງດາຣາໃນພາກໃຕ້ຂອງປະເທດ ຊຶ່ງເປັນ
ການໂຈມຕີທີ່ຮ້າຍແຮງທີ່ສຸດນັບແຕ່ໄດ້ເລີ່ມມີການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar
al-Assad ເປັນເວລາ 9 ເດືອນ
ບັນດາປະເທດມະຫາອຳນາດຕາເວັນຕົກໄດ້ສະແດງຄວາມຍິນດີກັບການສະເໜີຂອງຣັດເຊຍ
ແຕ່ກໍເວົ້າວ່າ ຍັງບໍ່ເຂັ້ມແຂງພໍສຳລັບທ່ານ Assad ແລະລັດຖະບານຂອງທ່ານ.
ເຖິງແມ່ນໄດ້ມີການຕຳໜິຕິຕຽນກໍຕາມ ແຕ່ທ່ານ Churkin ເວົ້າວ່າ ຣັດເຊຍເຕັມໃຈທີ່ຈະ
ດຳເນີນງານຮ່ວມກັບສະມາຊິກອື່ນໆໃນຈຳນວນສະມາຊິກ 15 ປະເທດຂອງສະພາຄວາມ
ໝັ້ນຄົງເພື່ອຊອກຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວນີ້.