ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຊີເຣຍ ທີ່ໂຕນທັບ ສັງຫານທະຫານ ລັດຖະບານ 27 ຄົນ


ທະຫານບ້ານທີ່ນິຍົມລັດຖະບານ ລາຕະເວນຕາມຖະໜົນຫົນທາງສາຍຕ່າງໆ ທີ່ເມືອງ Daraa ໃນພາກໃຕ້ ຂອງຊີເຣຍ (14 ທັນວາ 2011)
ທະຫານບ້ານທີ່ນິຍົມລັດຖະບານ ລາຕະເວນຕາມຖະໜົນຫົນທາງສາຍຕ່າງໆ ທີ່ເມືອງ Daraa ໃນພາກໃຕ້ ຂອງຊີເຣຍ (14 ທັນວາ 2011)

ພວກນັກເຄື່ອນໄຫວກ່າວວ່າ ທະຫານທີ່ໂຕນທັບຂອງຊີເຣຍ ໄດ້ສັງຫານທະຫານລັດຖະ
ບານແລະກຳລັງຮັກສາຄວາມສະຫງົບຢ່າງນ້ອຍ 27 ຄົນຂະນະທີ່ລາຍງານໃໝ່ສະບັບນຶ່ງ ກ່າວຫາເຈົ້າໜ້າທີ່ທະຫານຊີເຣຍວ່າ ໄດ້ມີຄຳສັ່ງໃຫ້ຍຸຕິການປະທ້ວງ ໂດຍການນຳໃຊ້ທຸກ
ວິທີທາງທີ່ມີຄວາມຈຳເປັນ.

ກຸ່ມສັງເກດການສິດທິມະນຸດຊີເຣຍທີ່ມີສຳນັກງານຢູ່ກຸງລອນດອນກ່າວວ່າ ການເສຍຊີວິດ
ດັ່ງກ່າວນີ້ ມີຂຶ້ນໃນການປະທະກັນຫຼາຍໆຄັ້ງ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ທີ່ແຂວງ
Daraa ໃນພາກໃຕ້ຂອງຊີເຣຍ.

ການລຸກຮືຂຶ້ນຕໍ່ຕ້ານລັດຖະບານຂອງຊີເຣຍໄດ້ມີຄວາມຮຸນແຮງເພີ່ມຂຶ້ນນັບມື້ໃນໄລຍະ
ສອງສາມເດືອນຜ່ານມານີ້ ໂດຍທີ່ພວກທະຫານໂຕນທັບໄດ້ຕໍ່ສູ້ຕ້ານຄືນ ກັບພວກທະ
ຫານຂອງຝ່າຍລັດຖະບານ ແລະພວກປະທ້ວງຊຶ່ງຄັ້ງນຶ່ງ ດຳເນີນໄປດ້ວຍຄວາມສະຫງົບ
ນັ້ນ ໄດ້ຈັບອາວຸດຂຶ້ນມາປ້ອງກັນໂຕ.

ພວກນັກເຄື່ອນໄຫວກ່າວວ່າ ຄວາມຮຸນແຮງໃນທົ່ວປະເທດຊີເຣຍໃນມື້ວັນພຸດວານນີ້ເຮັດ
ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 25 ຄົນ ຮວມທັງທະຫານລັດຖະບານຊີເຣຍ 8 ຄົນ ທີ່ຖືກຂ້າ ຕາຍໃນການໂຈມຕີຕອບໂຕ້ໂດຍທີ່ສົງໄສວ່າເປັນທະຫານໂຕນທັບນັ້ນ.

ຂະນະດຽວກັນກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ນຳອອກເຜີຍແຜ່ ລາຍງານສະບັບນຶ່ງໃນວັນພະຫັດມື້ນີ້ກ່າວວ່າ ທະຫານຊີເຣຍທີ່ໂຕນທັບ ໄດ້ລະບຸຊື່ພວກ
ນາຍທະຫານ 74 ຄົນທີ່ເປັນຜູ້ຮັບຜິດຊອບໃນການໂຈມຕີພວກປະທ້ວງທີ່ບໍ່ມີອາວຸດ.

ອົງການສະຫະປະຊາຊາດກ່າວວ່າມີຫຼາຍກວ່າ 5,000 ຄົນແລ້ວໄດ້ເສຍຊີວິດນັບແຕ່ເດືອນ
ມີນາເປັນຕົ້ນມາເວລາຄວາມບໍ່ສະຫງົບໄດ້ເລີ່ມຂຶ້ນ. ແຕ່ເອກອັກຄະລັດຖະທູດຊີເຣຍປະຈຳ
ອົງການສະຫະປະຊາຊາດ ໄດ້ປະຕິເສດວ່າ ໂຕເລກທີ່ວ່ານີ້ແມ່ນສູງເຫຼືອເຊື່ອ.

XS
SM
MD
LG