ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຊີເຣຍ ໄປລົງຄະແນນສຽງ ເລືອກຕັ້ງ ສະພາເທດສະບານ (ເບິ່ງວີດີໂອ)


ຜູ້ຍິງຄົນນຶ່ງ ໄປບ່ອນບັດທີ່ນະຄອນຫລວງ Damascus ຂອງຊີເຣຍ ໃນວັນຈັນ ທີ 12 ທັນວາ, 2011. (AP Photo/ Bassem Tellawi)
ຜູ້ຍິງຄົນນຶ່ງ ໄປບ່ອນບັດທີ່ນະຄອນຫລວງ Damascus ຂອງຊີເຣຍ ໃນວັນຈັນ ທີ 12 ທັນວາ, 2011. (AP Photo/ Bassem Tellawi)

ເຖິງ​ເວລາ​ແລ້ວ​ທີ່ຊາວ​ຊີ​ເຣຍ​ຈະໄປ​ລົງ​ຄະ​ແນນ​ສຽງ​ການ​ເລືອກ​ຕັ້ງ​ເອົາສະພາ​ເທດສະບານ​ເມື່ອ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ທົດ​ສອບ​ເທື່ອ​ທໍາ​ອິດ​ຂອງ​ການ​ປະຕິ​ຮູບ ​ທີ່​ໄດ້​ໃຫ້​ຄໍ​າໝັ້ນ​ສັນຍາ​ໂດຍລັດ​ຖະບານ​ຂອງ​ປະທາ ນາທິບໍດີ Bashar al-Assad ລຸນ​ຫລັງ​ທີ່​ມີ​ການ​ປະ​ທ້ວງ​ຕໍ່ຕ້ານການ​ປົກຄອງ​ຂອງ​ທ່ານ​ນັ້ນ.

ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ແມ່ນເພື່ອ​ເອົາ​ບ່ອນ​ນັ່ງ​ສະພາ​ທ້ອງ​ຖິ່ນ​ຫລາຍ​ກວ່າ 17,000 ບ່ອນ​ນັ່ງໃນ​ທົ່ວ 14 ​ແຂວງ​ຂອງ​ປະ​ເທດ. ລັດຖະບານ​ໄດ້​ຮຽກ ຮ້ອງ​ໃຫ້​ຜູ້​ຄົນ​ອອກ​ມາ​ປ່ອນ​ບັດເປັນຈໍານວນ​ຫລວງຫລາຍ.

ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ ​ແມ່ນ​ມີ​ຂຶ້ນນຶ່ງ​ມື້ລຸນ​ຫລັງມີ​ເຫດການ​ກໍ່ ຄວາມ​ຮຸນ​ແຮງ​ທີ່​ໄດ້​ສັງຫານ​ຫລາຍ​ເຖິງ 18 ຄົນ​ໃນ​ທົ່ວ​ປະ​ເທດ. ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ເມື່ອ​ວັນ​ອາທິດ​ວານ​ນີ້ ມີ​ໂຮມ​ທັງ​ການ​ປະເຊີນ​ກັນ​ຄັ້ງ​ໃຫຍ່ ບັ້ນ​ນຶ່ງ​ໃນເຂດ​ພາກ​ໃຕ້​ຂອງ​ຊີ​ເຣຍ ບ່ອນ​ທີ່​ພວກ​ທະຫານ​ໂຕນ​ໜີ​ໄດ້​ສູ້​ລົບ ກັບ​ທະຫານ​ລັດຖະບານ​ທີ່​ໜຸນ​ຫລັງ​ໂດຍ​ລົດ​ຖັງ ໃກ້ກັບ​ເຂດ​ຊາຍ​ແດນ​ທີ່​ຕິດກັບປະ​ເທດ​ຈໍ​ແດນ.

ພວກ​ຊາວ​ເມືອງ ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ກອງທັບ​ລັດຖະບານ ຈາກ​ກອງ​ພົນ​ນ້ອຍຫຸ້ມ​ເກາະ ທີ 12 ຂອງ​ຊີ​ເຣຍ ​ໄດ້​ຖະຫລົ່ມ​ໂຈມ​ຕີ​ເມືອງ Busra al-Harir ຢູ່ທາງ​ພາກ​ໃຕ້​ຂອງ​ຊີ​ເຣຍ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ ຢູ່​ອັງກິດກ່າວ​ວ່າ ລົດ​ທະຫານ​ສາມ​ຄັນ​ຖືກ​ຈູດ​ໃນ​ການ​ປະ​ທະ​ກັນ​ນັ້ນ. ກຸ່ມສິ້ງ​ຊອມ​ດັ່ງກ່າວຍັງກ່າວອີກ​ວ່າ ການ​ສູ້​ລົບ​ທໍາ ນອງ​ດຽວ​ກັນ ​ເກີດ​ຂຶ້ນ​ເມື່ອວັນ​ອາທິດ​ວານ​ນີ້ ​ໃນ​ຫລາຍ​ຂົງ​ເຂດ​ອື່ນໆ​ທາງ​ພາກ​ໃຕ້ຂອງ​ຊີ​ເຣຍ.

ອົງການ​ຂ່າວ​ຣອຍ​ເຕີ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າພວກ​ຄົນ​ໃນ​ທ້ອງ​ຖິ່ນ​ທີ່​ເວົ້າວ່າ ພວກ​ທະຫານ​ທີ່​ໂຕນ​ໜີ ​ໄດ້​ລີ້​ຊ່ອນ​ຢູ່​ຂົງ​ເຂດ ​ແລະ​ໄດ້​ໂຈມ​ຕີ​ລົດ​ລໍາລຽງ ສະບຽງ​ທະຫານ ທີ່​ພາ​ໃຫ້​ເກີດ​ການ​ຂົ່ມຂູ່​ຂອງລັດຖະບານ. ກຸ່ມ​ສິ້ງ​ຊອມ​ສິດທິມະນຸດ​ຊີ​ເຣຍກ່າວ​ວ່າ ການ​ປະ​ທະ​ກັນ​ອີກ​ຫລາຍ​ບັ້ນອີກຕ່າງຫາກ​ລະຫວ່າງ​ທະຫານ​ລັດຖະບານ ​ແລະ​ພວກ​ທະຫານ​ໂຕນ​ໜີ ທີ່​ເມືອງ Kfar Takharim ​ໄດ້​ເຫັນ​ພົນລະ​ເຮືອນ​ສອງ​ຄົນ​ຖືກ​ຂ້າ​ຕາຍ ​ແລະ​ລົດ​ບັນທຸກ ທະຫານ​ສອງ​ຄັນ​ເກີດ​ຖືກ​ຈູດ​ເຜົາ.

XS
SM
MD
LG