ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາລັງ​ຊີເຣຍ​ ​ຍິງ​ປືນ​ໃສ່​ລົດ ເຮັດໃຫ້ 5 ຄົນ ເສຍຊີວິດ


ມີຄົນເສຍຊີວິດອີກເຖິງ 8 ຄົນ ໃນວັນອັງຄານວານນີ້ ຢູ່ໃນເຫດການອັນນຶ່ງອີກ ທີ່ເກີດຂຶ້ນຢູ່ແຂວງ Idlib ເມື່ອທະຫານຊີເຣຍ ໄດ້ຍິງປືນໃສ່ຝູງຄົນ ທີ່ເຂົ້າຮ່ວມຂະບວນສົ່ງສະການຂອງພວກທີ່ຖືກຂ້າຕາຍກ່ອນໜ້ານັ້ນ ໃນວັນທີ 9 ທັນວາ, 2011.
ມີຄົນເສຍຊີວິດອີກເຖິງ 8 ຄົນ ໃນວັນອັງຄານວານນີ້ ຢູ່ໃນເຫດການອັນນຶ່ງອີກ ທີ່ເກີດຂຶ້ນຢູ່ແຂວງ Idlib ເມື່ອທະຫານຊີເຣຍ ໄດ້ຍິງປືນໃສ່ຝູງຄົນ ທີ່ເຂົ້າຮ່ວມຂະບວນສົ່ງສະການຂອງພວກທີ່ຖືກຂ້າຕາຍກ່ອນໜ້ານັ້ນ ໃນວັນທີ 9 ທັນວາ, 2011.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດຂອງຊີເຣຍກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້
ເປີດ​ສາ​ກການ​ຍິງ​ປືນ​ໃສ່​ລົດ ຢູ່​ແຂວງ​ Hama ທີ່ມີ ຄວາມວຸ້ນວາຍໃນເຂດພາກກາງຂອງ
ປະເທດເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ.

ພວກ​ນັກ​ເຄື່ອນ​ໄຫວຍັງເວົ້າອີກ​ວ່າ ການຍິງປືນໃສ່ລົດເກີດ​ຂຶ້ນ​ໃນ​ວັນ​ພຸດວານ​ນີ້ຢູ່​ໃກ້ກັບ​
ເມືອງ Khattab ນຶ່ງ​ມື້ລຸນຫລັງ​ທີ່​ມີ​ການກໍ່ຄວາມຮຸນ​ແຮງ ທີ່​ນອງ​ເລືອດ​ເພີ້ມທະວີ​ຂຶ້ນ ​ໃນ​ຊີເຣຍ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະຄອນຫລວງ​ລອນດອນ​ຂອງ​ອັງກິດ
ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພໄດ້​ສັງຫານ​ຢ່າງ ໜ້ອຍ 24 ຄົນ​ ​ໃນວັນ​ອັງຄານ​ມື້​ນີ້
ຊຶ່ງສ່ວນ​ໃຫຍ່ ​ແມ່ນ​ເກີດ​ຂຶ້ນທີ່​ແຂວງ Idlib ບ່ອນທີ່ການບຸກເຂົ້າໄປກວດຄົ້ນຂອງພວກທະ
ຫານເຮັດ​ໃຫ້ພົນລະ​ເຮືອນ 11 ຄົນ​ເສຍ​ຊີວິດ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຍັງ​ໄດ້​ເວົ້າອີກ​ວ່າ ພວກ​ທະຫານ​ໂຕນທັບຫລັງ​ຈາກ​ນັ້ນ​ ໄດ້​ຍິງສະ
ມາຊິກກໍາລັງຮັກສາ​ຄວາມ​ສະຫງົບ​ຂອງ​ລັດຖະບານຕາຍ 7 ຄົນ ​ໃນ​ຂະນະ​ທີ່​ດັກສະ
ກັດໂຈມຕີການ​ລາດຕະ​ເວນ​ຂອງ​ກໍາລັງ ຮັກສາ​ຄວາມ​ສະຫງົບ.

ມີ​ຄົນ​ເສຍ​ຊີວິດ​ອີກ​ເຖິງ 8 ຄົນ​ ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ໃນ​ເຫດການ​ອັນ​ນຶ່ງ​ອີກທີ່​ເກີດ​ຂຶ້ນຢູ່
ແຂວງ Idlib ​ເມື່ອທະຫານ​ຊີ​ເຣຍ ​ໄດ້​ຍິງ​ປືນ​ໃສ່ຝູງ​ຄົນ ທີ່​ເຂົ້າຮ່ວມຂະ​ບວນສົ່ງສະການ​ຂອງ​
ພວກ​ທີ່​ຖືກ​ຂ້າ​ຕາຍ​ກ່ອນໜ້ານັ້ນ.

ຫ້ອງການວ່າ​ດ້ວຍ​ສິດທິ​ມະນຸດຂອງ​ອົງການ​ສະຫະ​ປະຊາຊາດກ່າວ​ວ່າ ຕົນໄດ້​ຮັບລາຍ​ງານ​
ທີ່​ເຊື່ອ​ຖື​ໄດ້​ຈາກ​ແຫ​ລ່ງຂ່າວ​ຕ່າງໆ ທີ່​ຊີ້​ໃຫ້​ເຫັນ​ວ່າ ຈໍານວນ​ຜູ້​ເສຍຊີວິດ​ນັບ​ຕັ້ງ​ແຕ່​ການ​ກໍ່​
ຄວາມ​ບໍ່​ສະຫງົບ​ເລີ້ມຕົ້ນ​ຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມານັ້ນ ​ອາດເກີນ​ກວ່າ 5,000 ຄົນ. ​ແຕ່​
ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະຈໍາ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະຕິ​ເສດ​ລາຍ​ງານ​ດັ່ງກ່າວ
ວ່າ ຕົວ​ເລກນັ້ນ “ມັນເຫລືອເຊື່ອ​ເກີນ​ໄປ​.”

ການ​ລຸກຮືຂຶ້ນຊອງ​ຊີ​ເຣຍ ​ໄດ້​ກັບກາຍ​ມາ​ເປັນ​ການກໍ່ຄວາມຮຸນ​ແຮງນັບ​ມື້ ນັບ​ເພີ້ມທະວີ​ຂຶ້ນ​
ໃນ​ຊຸມ​ເດືອນ​ທີ່​ຜ່ານ​ມາ ​ໂດຍ​ທີ່​ມີ​ທະຫານໂຕນ​ທັບ ຕໍ່ສູ້ກັບ​ພວກທະຫານລັດຖະບານ ແລະ ໃນເມື່ອພວກເດີນຂະບວນຊຶ່ງຄັ້ງນຶ່ງເຄີຍ ປະ​ທ້ວງຢ່າງສັນຕິ ​ໄດ້​ຈັບ​ອາວຸດຕໍ່ສູ້​ເພື່ອປ້ອງ​ກັນ
ຕົນ​ເອງ.

ການນັດຢຸດງານຍັງ​ສືບຕໍ່ດໍາ​ເນີນ​ມາ​ເປັນ​ມື້ທີ 3 ຢູ່​ໃນ​ຫລາຍໆ​ເຂດ ທົ່ວ​ຊີ​ເຣຍ ​ໃນ​ຂະນະ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ຜັກ​ດັນໃຫ້ລະບົບການ​ປົກຄອງຂອງ ​ປະທາ​ນາ​ທິບໍດີ Bashar al-Assad ສິ້ນສຸດ​ລົງ​ໂດຍ​ຜ່ານ​ການ​ປຸກລະດົມ​ ໃຫ້​ມີ​ການ​ຕໍ່ຕ້ານ​ຂອງ​ພົນລະ​ເຮືອນ.

XS
SM
MD
LG