ສັນນິບາດຊາດອາຫຣັບກ່າວວ່າ ຕົນກໍາລັງສຶກສາຄໍາສະໜີຂອງຊີເຣຍ ທີ່ຈະອະນຸຍາດຢ່າງມີ
ເງື່ອນໄຂ ໃຫ້ພວກນັກສັງເກດການເຂົ້າໄປໃນຊີເຣຍ ເພື່ອພິສູດການປະຕິບັດຕາມຄໍາໝັ້ນ
ສັນຍາຂອງປະທານາທິບໍດີ Bashir al-Assad ທີ່ຈະຢຸດຕິການກວາດລ້າງຕໍ່ການລຸກຮືຂຶ້ນ
ຮຽກຮ້ອງເອົາປະຊາທິປະໄຕທີ່ດໍາເນີນມາເປັນເວລາ 9 ເດືອນນັ້ນ.
ທ່ານ Nabil Elaraby ຫົວໜ້າສັນນິບາດຊາດອາຫຣັບ ກ່າວໃນວັນຈັນ ວານນີ້ວ່າ ທ່ານໄດ້ຮັບຈົດໝາຍຈາກລັດຖະບານຊີເຣຍ ທີ່ໄດ້ເວົ້າເຖິງເງື່ອນໄຂໃໝ່ ທີ່ກຸ່ມຈັດຕັ້ງຢູ່ໃນຂົງເຂດດັ່ງກ່າວ ຍັງບໍ່ທັນໄດ້ຍິນຈັກເທື່ອ.
ກ່ອນໜ້ານັ້ນ ລັດຖະມົນຕີການຕ່າງປະເທດຊີເຣຍໄດ້ກ່າວວ່າ ລັດຖະບານກຸງ
Damascus ໄດ້ຕອບໄປໃນທາງບວກ ຕໍ່ຄໍາຮຽກຮ້ອງຂອງສັນນິບາດຊາດອາຫຣັບ
ທີ່ທວງໃຫ້ຊີເຣຍອະນຸຍາດໃຫ້ພວກນັກສັງເກດການເຂົ້າໄປໃນຊີເຣຍ. ແຕ່ວ່າ ທ່ານ
Jihad Makdissi ໂຄສົກກະຊວງຕ່າງປະເທດຊີເຣຍກ່າວວ່າ ພ້ອມດຽວກັນນັ້ນ ລັດ
ຖະບານຊີເຣຍກໍຂໍຮ້ອງໃຫ້ສັນນິບາດອາຫຣັບ ຍົກເລີກ ການໂຈະເປັນສະມາຊິກຂອງຊີເຣຍຢູ່ໃນກຸ່ມດັ່ງກ່າວ ແລະລຶບລ້າງການລົງໂທດທີ່ໄດ້ສະເໜີໄປນັ້ນ ເພື່ອເປັນການແລກປ່ຽນ
ກັບການເຊັນສັນຍາ ກ່ຽວກັບການໃຫ້ນັກສັງເກດການເຂົ້າໄປໃນຊີເຣຍ.
ສັນນິບາດຊາດອາຫຣັບທີ່ມີ 22 ປະເທດນັ້ນ ໄດ້ເພີ້ມການກົດດັນຕໍ່ ປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ເພື່ອໃຫ້ຢຸດຕິການກວາດລ້າງໃນສອງສາມອາທິດຜ່ານມານີ້ ໃນຂະນະທີ່ການກໍ່ຄວາມຮຸນແຮງ ໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນ.
ພວກນັກເຄື່ອນໄຫວດ້ານສິດທິຂອງຊີເຣຍກ່າວວ່າ ພວກທີ່ຈົງຮັກພັກດີຕໍ່ ທ່ານ Assad
ໄດ້ລັກພາຕົວ ແລະສັງຫານຜູ້ຄົນ 34 ຄົນ ໃນເມືອງ Homes ທີ່ຕັ້ງຢູ່ພາກກາງຂອງປະ
ເທດ ໃນວັນຈັນວານນີ້. ເມືອງ Homes ເປັນສູນກາງປະທ້ວງ ເພື່ອຕໍ່ຕ້ານການປົກຄອງ
ຜະເດັດການຂອງທ່ານ Assad ທີ່ໄດ້ດໍາເນີນມາເປັນເວລາ 11 ປີ ນັ້ນ. ພວກນັກເຄື່ອນ
ໄຫວໄດ້ກ່າວອີກວ່າ ພວກທີ່ເຫັນເຫດການໄດ້ລາຍງານວ່າ ເຂົາເຈົ້າໄດ້ເຫັນສົບຂອງພວກ
ຕົວປະກັນຢູ່ໃນບໍລິເວນຈະຕຸລັດ ທີ່ຢູ່ໃນເຂດທີ່ເປັນຂອງພວກສະໜັບສະໜູນທ່ານ Assad
ໃນເມືອງ Homes ນັ້ນ.
ຢູ່ໃນແຫ່ງອື່ນໆນັ້ນ ພວກນັກສິ້ງຊອມດ້ານສິດທິມະນຸດໃນຊີເຣຍ ເວົ້າວ່າພວກທະຫານໂຕນ
ໜີ ໄດ້ສັງຫານພວກພະນັກງານຮັກສາຄວາມສະຫງົບ ຂອງທ່ານ Assad 4 ຄົນ ຢູ່ໃນ
ແຂວງດາຣາ ທາງພາກໃຕ້ຂອງປະເທດ.
ສະຫະລັດ ກໍໄດ້ພະຍາຍາມໂດດດ່ຽວຖະບານຂອງທ່ານ Assad . ເຈົ້າໜ້າທີ່ຂອງສະຫະລັດ ກ່າວວ່າ ທ່ານນາງ Hillary Clinton ໄດ້ວາງແຜນ ທີ່ຈະພົບ ປະກັບພວກຊີເຣຍພັດຖິ່ນ ທີ່ຕໍ່ຕ້ານລັດຖະບານ 7 ຄົນ ຢູ່ນະຄອນເຈນີວາ ໃນວັນອັງຄານມື້ນີ້ ຊຶ່ງມີທ່າທີວ່າ ຈະສະໜັບສະໜຸນ ການເຄື່ອນຫວຕໍ່ຕ້ານລັດຖະບານຊີເຣຍ.