ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ມີກຳນົດ ຈະເຈລະຈາ ເລື່ອງຕໍ່ຕ້ານ ການກໍ່ການຮ້າຍ ແລະ ຊີເຣຍ ທີ່ ປະເທດຝຣັ່ງ


ພົມແດງຖືກປູໄວ້ກ່ອນພິທີຈະເລີ່ມຂຶ້ນ ທີ່ລາຊະວັງແວໄຊ, ໃກ້ກັບນະຄອນຫຼວງປາຣີ, ປະເທດຝຣັ່ງ.
ພົມແດງຖືກປູໄວ້ກ່ອນພິທີຈະເລີ່ມຂຶ້ນ ທີ່ລາຊະວັງແວໄຊ, ໃກ້ກັບນະຄອນຫຼວງປາຣີ, ປະເທດຝຣັ່ງ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ອອກເດີນທາງໄປປະເທດຝຣັ່ງ ໃນວັນພຸດ
ມື້ນີ້ ເພື່ອເພັ່ງເລັງໃສ່ການເຈລະຈາ ເລື່ອງຕໍ່ຕ້ານການກໍ່ການຮ້າຍ ກັບປະທານາທິບໍດີ
ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ແລະ ໄປຮ່ວມພິທີລະນຶກ​ເຖິງ​ວັນ​ຄົບຮອບ 100 ປີ
ທີ່ກຳລັງສະຫະລັດເຂົ້າຮ່ວມສູ້ລົບໃນສົງຄາມໂລກຄັ້ງທີນຶ່ງ.

ຜູ້ນຳທັງສອງທ່ານ ມີກຳນົດ ຈະຈັດກອງປະຊຸມຮ່ວມກັນ ໃນວັນພະຫັດມື້ອື່ນນີ້ ຢູ່ທີ່ນະ
ຄອນຫຼວງປາຣີ ກ່ອນໜ້າການຖະແຫລງຕໍ່ບັນດານັກຂ່າວ.

ທ່ານ ມາຄຣົງ ໄດ້ກ່າວວ່າ “ພວກເຮົາຈະປຶກສາຫາລື ກ່ຽວກັບບັນຫາທັງໝົດ ທີ່ເປັນ
ຜົນປະໂຫຍດ ສຳລັບພວກເຮົາ ຊຶ່ງຮວມທັງບັນຫາທີ່ພວກເຮົາບໍ່ສາມາດຕົກລົງກັນໄດ້
ໃນເວລາທີ່ພວກເຮົາມີນຳກັນ ແຕ່ຍັງມີບັນຫາຫຼາຍຢ່າງ ທີ່ພວກເຮົາກຳລັງເຮັດວຽກ
ຮ່ວມກັນ ເຊັ່ນວ່າ ໄພຂົ່ມຂູ່ຈາກການກໍ່ການຮ້າຍ ວິກິດການໃນ ຊີເຣຍ ແລະ ລີເບຍ
ແລະເລື່ອງຕ່າງໆທີ່ເປັນຜົນປະໂຫຍດສຳລັບພວກເຮົາ.”

ເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ທ່ານນຶ່ງ ໄດ້ບອກບັນດານັກຂ່າວວ່າ ທຳນຽບຂາວ
ຄາດໝາຍວ່າ ທັງສະຖານະການໃນຊີເຣຍ ແລະການຮ່ວມມືລະຫວ່າງ ສະຫະລັດ
ແລະ ຝຣັ່ງ ຊຶ່ງທັງບັນຫາດັ່ງກ່າວ ແລະ ເລື່ອງການຕໍ່ຕ້ານການກໍ່ການຮ້າຍນັ້ນ ກໍຈະ
ໃຊ້ເວລາສ່ວນຫຼາຍ ໃນການປຶກສາຫາລືກັນແລ້ວ ໃນຂະນະດຽວກັນ ກໍອາດຈະຍັງນຳ
ເອົາບາງເລື່ອງ ຈາກກອງປະຊຸມສຸດຍອດ G-20 ໃນເຢຍ ຣະມັນ ຂຶ້ນມາປຶກສາກັນ
ຕື່ມ.

ຝຣັ່ງເປັນສ່ວນນຶ່ງຂອງກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ຊຶ່ງໄດ້ທຳການໂຈມຕີ
ທາງອາກາດ ຕໍ່ເປົ້າໝາຍຕ່າງໆ ຂອງກຸ່ມລັດອິລາມ ໃນຊີເຣຍ ແລະ ອີຣັກ ຕັ້ງແຕ່ທ້າຍ
ປີ 2014 ເປັນຕົ້ນມາ. ການໂຈມຕີທັງຫຼາຍ ໃນປີນີ້ ສ່ວນໃຫຍ່ແລ້ວ ແມ່ນໄດ້ເກີດຂຶ້ນຢູ່
ໃນຊີເຣຍ ບ່ອນທີ່ພວກຫົວຮຸນແຮງໄດ້ປະກາດເອົາເມືອງ ຣັກກາ ເປັນເມືອງຫຼວງຂອງ
ພວກເຂົານັ້ນ.

ທ່ານ ທຣຳ ແລະ ທ່ານ ມາກຣົງ ຕ່າງ​ກໍ​ເຂົ້າດຳລົງຕຳແໜ່ງເປັນປີທຳອິດ ແລະ ໄດ້ສະ
ແດງໃຫ້ເຫັນນະໂຍບາຍທີ່ແຕກຕ່າງກັນຫຼາຍ ໃນເລື່ອງຄວາມພະຍາຍາມຂອງນາໆ
ຊາດ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ພວກເພິ່ນຍັງມີເປົ້າໝາຍ
ບາງຢ່າງນຳກັນ ເຊັ່ນວ່າ ການຫລຸດຜ່ອນຈຳນວນພະນັກງານລັດ ໃນລັດຖະບານຂອງ
ພວກເພິ່ນນັ້ນ.

ເຈົ້າໜ້າທີ່ອະ​ວຸ​ໂສ​ຂອງລັດຖະບານ ໄດ້ອະທິບາຍວ່າ ສາຍພົວພັນລະຫວ່າງທັງ ສອງປະທານາທິບໍດີ ຖືວ່າ “ດີຫຼາຍ.”

ໃນວັນສຸກມື້ຮືນີ້ ທ່ານ ທຣຳ ແລະ ທ່ານນາງ ເມລາເນຍ ພັນລະຍາຂອງທ່ານ ຈະເຂົ້າ
ຮ່ວມຊົມ ການເດີນສວນສະໜາມ ວັນຊາດປະຈຳປີ ຫຼື Bastille Day ຊຶ່ງຈະຮວມທັງ
ພວກທະຫານ ຈາກ ຝຣັ່ງ ແລະ ສະຫະລັດ ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump France
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG