ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຍິງເປົ້າໝາຍ ຂອງສັດຕູ ທາງພາກ ຕາເວັນຕົກ ນະຄອນດາມາສກັສ


ລູກສອນໄຟ ທີ່ແນມເຫັນ ຍິງຂຶ້ນຈາກ ນະຄອນດາມາສກັສ. (ວັນທີ 10 ພຶດສະພາ 2018)
ລູກສອນໄຟ ທີ່ແນມເຫັນ ຍິງຂຶ້ນຈາກ ນະຄອນດາມາສກັສ. (ວັນທີ 10 ພຶດສະພາ 2018)

ສື່ມວນຊົນຂອງທາງການຊີເຣຍ ກ່າວວ່າ ລະບົບຕໍ່ຕ້ານທາງອາກາດຂອງຕົນ ໄດ້ພົວ
ພັນ “ກັບການປະຕິບັດງານ ຕໍ່ຕ້ານເປົ້າໝາຍ ທີ່ເປັນສັດຕູ” ໃກ້ກັບຊາຍແດນ ເລບາ
ນອນ ທາງກ້ຳຕາເວັນຕົກ ຂອງນະຄອນຫຼວງດາມາສກັສ.

ອົງການຂ່າວຊານາ (SANA) ຂອງທາງການຊີເຣຍກ່າວວ່າ “ລະບົບປ້ອງກັນໄພທາງ
ອາກາດຂອງພວກເຮົາ ໄດ້ປະເຊີນໜ້າກັບເປົ້າໝາຍທີ່ເປັນສັດຕູ ທີ່ໄດ້ບິນລ່ວງລ້ຳ ຕໍ່
ເຂດອາກາດເທິງບໍລິເວນ ເດຍ ອາລ-ອາແຊ ໃນເຂດນອກນະຄອນດາມາສກັສ.”

ທັງລັດຖະບານຊີເຣຍ ແລະກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານ ຕັ້ງຢູ່
ປະເທດອັງກິດ ຕ່າງກໍກ່າວວ່າ ພວກຕົນຍັງບໍ່ສາມາດລົງຄວາມເຫັນໄດ້ວ່າ ແມ່ນກຸ່ມ
ໃດເປັນຜູ້ທຳການໂຈມຕີ.

ການໂຈມຕີທີ່ຄ້າຍຄືກັນ ກໍໄດ້ມີຂຶ້ນໃນອາທິດແລ້ວ ຢູ່ໃນບໍລິເວນດຽວກັນນີ້ ແລະອີກ
ຄັ້ງນຶ່ງ ທີ່ທັງຝ່າຍຊີເຣຍ ແລະກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ຕ່າງກໍບໍ່ສາມາດລະ
ບຸໄດ້ວ່າ ແມ່ນກຸ່ມໃດ ເປັນຜູ້ທຳການໂຈມຕີກັນແທ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG