ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີຍັງດໍາເນີນຕໍ່ໄປ ໃນຊີເຣຍ ເຖິງຈະມີສັນຍາຢຸດຍິງ (ເບິ່ງວີດີໂອ)


ເຖິງແມ່ນວ່າລັດຖະບານຊີເຣຍ ໄດ້ເຊັນສັນຍາຕົກລົງຢຸດຍິງ ແລະ ຖອນທະຫານອອກຈາກຕົວເມືອງຕ່າງໆ ແຕ່ຍັງເລີ້ມມີການໂຈມຢູ່ຕໍ່ໄປ.
ເຖິງແມ່ນວ່າລັດຖະບານຊີເຣຍ ໄດ້ເຊັນສັນຍາຕົກລົງຢຸດຍິງ ແລະ ຖອນທະຫານອອກຈາກຕົວເມືອງຕ່າງໆ ແຕ່ຍັງເລີ້ມມີການໂຈມຢູ່ຕໍ່ໄປ.

ກໍາລັງຂອງ​ລັດຖະບານ​ຊີ​ເຣຍ ​ໄດ້​ເລີ້ມ​ທໍາ​ການ​ໂຈມ​ຕີ​ອີກ​ຄັ້ງໃໝ່ ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ຫລັງ​ຈາກລັດຖະບານ​ໄດ້​ກ່າວ​ວ່າ​ ຕົນ​ໄດ້​ເລີ້ມ​ຖອນ​ທະ ຫານ​ອອກຈາກ​ບາງ​ຫົວເມືອງ
ແລ້ວ ​ເພື່ອປະຕິບັດ​ຕາມ​ການ​ແຜນການ​ຢຸດ​ຍິງ​ຂອງ​ນາໆ​ຊາດ.

ບັນດາ​ນັກ​ເຄື່ອນໄຫວກ່າວ​ ໃນ​ວັນ​ພຸດ​ມື້​ນີ້ວ່າ ຝຸງລົດ​ຖັງ​ໄດ້ບຸກ​ເຂົ້າ​ຖະຫລົ່ມ ​ແລະ​ຍິງ​
ສຸມ​ໃສ່​ຫລາຍ​ໆເມືອງແລະໝູ່​ບ້ານ​. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ປະຕິບັດ​ງານທີ່​ວ່າ​ນີ້ ​ແມ່ນ​
ໄດ້ດໍາເນີນ​ຢູ່ຕໍ່​ມາ “ຕັ້ງ​ແຕ່​ເຂດຊາຍ​ແດນ​ຕິດ​ກັບ​ເທີ​ກີ ທາງ​ພາກ​ຕາ​ເວັນ​ອອກສຽງ
ເໜືອ ​ໄປຫາ​ເມືອງ Daraa ທາງ​ພາກ​ໃຕ້.”

ຫລາຍໆຄຸ້ມ​ໃນ​ເມືອງ Homs ທາງ​ພາກ​ກາງຂອງປະ​ເທດ​ ກໍ​ໄດ້​ຖືກ​ໂຈມ​ຕີ. ເມືອງ​ດັ່ງ
ກ່າວ​ເປັນ​ທີ່​ໝັ້ນ​ຂອງຝ່າຍ​ທີ່​ຄັດ​ຄ້ານຕໍ່​ການ​ປົກ​ຄອງ​ຂອງປະທານາທິບໍດີ​ຊີເຣຍ ທ່ານ
Bashar al-Assad.

ການ​ໂຈມຕີ​ໄດ້​ມີ​ຂື້ນ​ເຖິງ​ແມ່ນ​ວ່າ ທ່ານ Assad ​ໄດ້​ຕົກລົງຮັບ​ເອົາ​ ວັນ​ທີ 10 ເດືອນ​
ເມສານີ້ ເປັນວັນ​ເສ້ນ​ຕາຍສໍາລັບ​ຈັດ​ຕັ້ງ​ປະຕິບັດແຜນ ສັນ​ຕິ​ພາບທີ່​ໄກ່​ເກ່ຍ​ໂດຍ
ທ່ານ Kofi Annan ທູດ​ພິ​ເສດ​ຂອງສະຫະ ​ປະຊາ​ຊາດ​ ​ແລະສັນນິບາດ​ຊາດ​ອາຣັບ​.

ແຜນການດັ່ງກ່າວ​ບັງຄັບ​ໃຫ້​ກໍາລັງ​ຂອງລັດຖະບານ ຖອນ​ອອກ​ຈາກ​ຕົວ​ເມືອງ​ຕ່າງ​ໆ
ແລະ​ປະຕິບັດ​ການ​ຢຸດ​ຍິງ ​ແລະ ​ຝ່າຍ​ກະບົດ​ກໍຕ້ອງ ປະຕິບັດ​ຕາມ​ທັນທີ​ເຊ່ນ​ກັນ ​
ໂດຍ​ຢຸດ​ເຊົາ​ກະທໍາຄວາມ​ຮຸນ​ແຮງທຸກ​ຢ່າງ.

ໃນ​ວັນ​ພຸດມື້​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergei Lavrov ໄດ້​
ກ່າວເຕືອນບັນດາ​ປະ​ເທດ​ຕາ​ເວັນ​ຕົກ ແລະ​ສັນນິບາດ​ຊາດ​ອາຣັບ ບໍ່​ໃຫ້​ປະກອບ
ອາວຸດ​ແກ່​ພວກ​ກະບົດ ​ໂດຍ​ກ່າວ​ວ່າ ມັນ​ມີ​ແຕ່ ຈະ​ເພີ້​ມທະວີ​ຄວາມ​ເຄ່ງ​ຕຶງ​ຂື້ນ​ອີກ​
ເທົ່າ​ນັ້ນ. ທ່ານ Lavrov ​ໄດ້​ກ່າວເຊ່ນນັ້ນ ໃນ​ຂະນະ​ທີ່​ເດີນ​ທາງໄປປະ​ເທດ
Azerbaijan ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ “​ເຖິງ​ແມ່ນ​ວ່າ​ພວກ​ກະບົດ​ຈະ​ໄດ້​ຮັບການຊ່ວຍ
ເຫ​ລື​ອ​ປະກອບ ອາວຸດຈົນ​ສຸດຂີ​ດ ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ທາງ​ເອົາຊະນະ​ກໍາລັງ​ຂອງ
ລັດຖະບານ​ໄດ້.”

ທ່ານ​ເຕືອນ​ອີກ​ວ່າ ການ​ແຊກ​ແຊງ​ຈາກ​ທະຫານ​ຕ່າງປະ​ເທດ ​ແມ່ນຈະ ພາ​ໃຫ້​ເກີດ​
ຜົນ​ສະທ້ອນ​ທີ່​ຫາ​ຍະ​ນະ​ສໍາລັບຊີ​ເຣຍ ທີ່​ໄດ້​ປະສົບກັບການ ລຸກ​ຮື​ຂື້ນ​ ຕໍ່ຕ້ານ
ປະທານາທິບໍດີ Assad ມາ​ເປັນ​ເວລາ​ນຶ່ງ​ປີ​ແລ້ວ ທີ່​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ໄປ​
ຫລາຍ​ກວ່າ 9000 ຄົນ.

XS
SM
MD
LG