ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ົງ​ຄາມ​ກາງ​ເມືອງ ຊີ​ເຣຍ ກ້າວ​ເຂົ້າ​ສູ່​ປີ​ທີ 10


ຄວັນ​ໄຟ​ປິວ​ຂຶ້ນ​ສູ່​ທ້ອງ​ຟ້ອງ ຢູ່​ເມືອງ ຊາ​ຣາ​ເກັບ ໃນ​ແຂວງ ອິດ​ລິບ. ປະ​ເທດ ຊີ​ເຣຍ. 27 ກຸມ​ພາ, 2020.
ຄວັນ​ໄຟ​ປິວ​ຂຶ້ນ​ສູ່​ທ້ອງ​ຟ້ອງ ຢູ່​ເມືອງ ຊາ​ຣາ​ເກັບ ໃນ​ແຂວງ ອິດ​ລິບ. ປະ​ເທດ ຊີ​ເຣຍ. 27 ກຸມ​ພາ, 2020.

ສົງ​ຄາມ​ກາງ​ເມືອງນອງ​ເລືອດຂອງ ຊີ​ເຣຍ ໄດ້​ກ້າວເຂົ້າ​ສູ່​ປີ​ທີ 10 ດ້ວຍ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຊາ ອາ​ລ-ອາ​ຊາດ ປາ​ກົດ​ວ່າ​ຈະຮັດ​ແໜ້ນ​ການ​ຄວບ​ຄຸມ​ອຳ​ນາດ​ຂອງ​ທ່ານຫຼາຍ​ຂຶ້ນ, ເຊິ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍກອງ​ທັບ​ທີ່​ສຳ​ຄັນ ແລະ ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເມືອງ​ຈາກ ຣັດ​ເຊຍ ແລະ ອີ​ຣ່ານ.

ຄວາມ​ຂັດ​ແຍ້ງ​ໄດ້​ເລີ່ມ​ຂຶ້ນ ເມື່ອ​ປະ​ຊາ​ຊົນ ຊີ​ເຣຍ ໄດ້​ອອກ​ມາ​ເຕົ້າ​ໂຮມ​ກັນ​ໃນ​ຖະ​ໜົນ​ເມື່ອ​ວັນ​ທີ 15 ມີ​ນາ 2011, ເພື່ອ​ປະ​ທ້ວງ​ຕໍ່​ລັດ​ຖະ​ບານ​ຂອງ​ທ່ານ ອາ​ສ​ຊາດ, ເຊິ່ງ​ຕໍ່​ມາ​ໄດ້​ທຳ​ການ​ປາບ​ປາມ​ທີ່​ໂຫດ​ຮ້າຍ ທີ່​ໄດ້​ນຳ​ໄປ​ສູ່​ຄວາມ​ຂັດ​ແຍ້ງ ທີ່​ໄດ້​ສັງ​ຫານ​ປະ​ຊາ​ຊົນຫຼາຍກວ່າ 370,000 ຄົນ ແລະ ຫຼາຍ​ລ້ານ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

ທ່ານ ເກຍ ເພ​ເດີ​ເຊັນ, ທູດ​ພິ​ເສດ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ທີ່​ຮັບ​ຜິດ​ຊ​ອບ ກ່ຽວ​ກັບ ຊີ​ເຣຍ, ໄດ້​ກ່າວ​ໃນ​ຄືນ​ກ່ອນ​ວັນ​ຄົບ​ຮອບ​ສິບ​ປີ​ວ່າ “ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ ຊີ​ເຣຍ ໃນ​ລະ​ຫວ່າງ​ທົດ​ສະ​ວັດ​ທີ່​ໂສກ​ເສົ້າ ແລະ ໂຫດ​ຮ້າຍນີ້​ຍັງ​ຄົງ​ຂັດ​ຂວາງ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ເຊື່ອ​ຖື.”

ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ຂຽນ​ໃນ​ທວິດ​ເຕີ ໃນ​ອາ​ທິດນີ້​ວ່າ “ການ​ຕໍ່​ສູ້​ນຶ່ງ​ທົດ​ສະ​ວັດ ບໍ່​ໄດ້​ນຳ​ເອົາ​ສິ່ງ​ໃດ​ມາ​ໃຫ້ ນອກ​ຈາກ​ຄວາ​ມ​ເສຍ​ຫາຍ ແລະ ຄວາມ​ທຸກ​ທໍ​ລະ​ມານ.”

ຄວາມ​ຂັດ​ແຍ້ງ​ດັ່ງ​ກ່າວ​ບາງ​ຄັ້ງ ​ແມ່ນປຽບ​ເໝືອນ​ສົງ​ຄາມຕົວ​ແທນ​ຜູ້​ມີ​ອຳ​ນາດ, ດ້ວ​ຍ​ລັດ​ຖະ​ບານ ມົ​ສ​ກູ ແລະ ເຕ​ຫະ​ຣ່ານ ໄດ້​ໜູນຫຼັງ​ທ່ານ ອາ​ສ​ຊາດ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ເທີ​ກີ ສະ​ໜັບ​ສະ​ໜູນ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ຕ່າ​ງ​ຫາກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG