ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດ ສປຊ ຂໍໃຫ້ຈີນ ຊ່ວຍແກ້ໄຂ ວິກິດການ ໃນຊີເຣຍ


ທ່ານ Lakhdar Brahimi (ຊ້າຍ) ທູດພິເສດເພື່ອສັນຕິພາບ ຂອງສະຫະປະຊາຊາດ ແລະສັນນິບາດອາຣັບ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດຈີນ ທ່ານ Yang Jiechi (ຂາວ) ທີ່ກອງປະຊຸມໃນກຸງປັກກິ່ງ ໃນວັນທີ 31 ຕຸລາ, 2012.
ທ່ານ Lakhdar Brahimi (ຊ້າຍ) ທູດພິເສດເພື່ອສັນຕິພາບ ຂອງສະຫະປະຊາຊາດ ແລະສັນນິບາດອາຣັບ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດຈີນ ທ່ານ Yang Jiechi (ຂາວ) ທີ່ກອງປະຊຸມໃນກຸງປັກກິ່ງ ໃນວັນທີ 31 ຕຸລາ, 2012.
ທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດອາຣັບ
ກໍາລັງຮຽກຮ້ອງໃຫ້ຈີນ ປະກອບສ່ວນເຂົ້າໃນການແກ້ໄຂວິ
ກິດການທີ່ຍືດເຍື້ອມາເປັນເວລາ 19 ເດືອນ ຢູ່ໃນຊີເຣຍນັ້ນ.

ທ່ານ Lakhdar Brahimi ກ່າວຕໍ່ລັດຖະມົນຕີກະຊວງການ
ຕ່າງປະເທດຈີນ ທ່ານ Yang Jiechi ທີ່ກອງປະຊຸມໃນກຸງ
ປັກກິ່ງວ່າ ທ່ານຫວັງວ່າຈີນຈະ “ສາມາດເອົາບົດບາດຢ່າງ
ແຂງຂັນ” ໃນການແກ້ໄຂບັນຫາຂັດແຍ່ງດັ່ງກ່າວ.

ທ່ານ Brahimi ເດີນທາງໄປຢ້ຽມຢາມຈີນເປັນເວລາ 2 ວັນ
ຊຶ່ງເປັນການດໍາ ເນີນຄວາມພະຍາຍາມອັນຫລ້າສຸດ ເພື່ອຊອກ ຫາຊ່ອງທາງຢຸດຕິການສູ້ລົບກັນ ໃນຊີເຣຍ. ພ້ອມກັນນັ້ນ ໃນຕົ້ນອາທິດນີ້ທ່ານກໍໄດ້ພົບກັບພວກເຈົ້າໜ້າຣັດເຊຍ ຄືກັນ.

ທັງຈີນ ແລະຣັດເຊຍ ຕ່າງກໍໄດ້ໃຊ້ສິດຢັບຢັ້ງ ຕໍ່ມະຕິສາມສະບັບຂອງສະພາຄວາມໝັ້ນ ຄົງຂອງສະຫະປະຊາຊາດ ທີ່ອາດພາໃຫ້ມີການລົງໂທດຕໍ່ລັດຖະບານຊີເຣຍນັ້ນ.

ທ່ານ Brahimi ຮຽກຮ້ອງໃຫ້ມີການຢຸດຍິງ ໃນລະຫວ່າງວັນບຸນ Eid al-Adha ຂອງສາ ສະໜາອິສລາມ ແຕ່ວ່າ ທັງຝ່າຍກະບົດ ແລະລັດຖະບານຊີເຣຍຕ່າງກໍບໍ່ໄດ້ສົນໃຈທີ່ຈະ ປະຕິບັດການຢຸດຍິງນັ້ນເລີຍ.

ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາໃນວັນພຸດມື້ນີ້ ໂດຍອົງການສັງເກດການດ້ານສິດທິມະ ນຸດໃນຊີເຣຍລາຍງານວ່າ ມີການໂຈຕີທາງອາກາດຂອງຝ່າຍລັດຖະບານ ຢູ່ໃນເຂດຕາ ເວັນອອກຂອງນະຄອນຫລວງ Damascus.

ໃນຂະນະດຽວກັນ ຄະນະກໍາມະການປະສານງານປະຈໍາທ້ອງຖິ່ນ ຊຶ່ງເປັນກຸ່ມ ນັກເຄື່ອນ ໄຫວອີກກຸ່ມນຶ່ງ ໄດ້ລາຍງານວ່າ ມີການຕໍ່ສູ້ກັນຢ່າງຮຸນແຮງ ລະຫວ່າງທະຫານລັດຖະ ບານ ແລະສະມາຊິກຂອງກອງທັບຊີເຣຍເສລີ ຢູ່ພາກຕາເວັນຕົກສຽງໃຕ້ຂອງນະຄອນ ຫລວງ Damascus.

ກຸ່ມດັ່ງກ່າວຍັງເວົ້າອີກວ່າ ການສູ້ລົບໃນວັນອັງຄານວານນີ້ ໄດ້ສັງຫານຊິວິດຂອງຫລາຍ ກວ່າ 160 ຄົນ ຢູ່ທົ່ວຊີເຣຍ.
XS
SM
MD
LG