ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກົດດັນໃຫ້ ຊີເຣຍ ຍຸດຕິ ຄວາມຮຸນແຮງ


ທ່ານ Li Huaxin ອະດີດເອກອັກຄະລັດຖະທູດຈີນປະຈໍາກຸງດາມັສກັສ ກ່າວຕໍ່ບັນດານັກຂ່າວ ຫລັງຈາກພົບ ປະກັບລັດຖະມົນຕີຊ່ອຍ
ວ່າການຕ່າງປະເທດຊີເຣຍ.
ວັນທີ 6 ມີນາ 2012.
ທ່ານ Li Huaxin ອະດີດເອກອັກຄະລັດຖະທູດຈີນປະຈໍາກຸງດາມັສກັສ ກ່າວຕໍ່ບັນດານັກຂ່າວ ຫລັງຈາກພົບ ປະກັບລັດຖະມົນຕີຊ່ອຍ ວ່າການຕ່າງປະເທດຊີເຣຍ. ວັນທີ 6 ມີນາ 2012.

ໃນ​ຂະນະ​ດຽວ​ກັນ ທູດ​ພິ​ເສດ​ຂອງ​ຈີນກໍ​ໄດ້​ເດີນທາງ​ໄປ​ຮອດ​ຊີ​ເຣຍ​ແລ້ວ ​ເພື່ອ​ກົດ​ດັນ​ໃຫ້
ຍຸດຕິ​ຄວາມ​ຮຸນ​ແຮງ​ໃນຊີ​ເຣຍ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ ​ແລະ​ໃຫ້​ເລີ້ມ​ທໍາ​ການ​ໂອ້​ລົມ​ສົນທະ
ນາທາງ​ດ້ານ​ການ​ເມືອງ​ກັນ.

ທ່ານ Li Huaxin ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ກຸງ​ດາ​ມັສກັສ ກ່າວ​ໃນ​ວັນ​ພຸດ​ມື້
ນີ້​ວ່າ ທ່ານ​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຊີ​ເຣຍ​ ເພື່ອ​ຊີ້​ແຈງ​ແຜນການ​ສັນຕິພາບ 6 ຂໍ້​ທີ່ ​
ທາງ​ກຸ​ງປັກກິ່ງໄດ້ສະ​ເໜີຂຶ້ນມາ​ໃນ​ວັນອາທິດ​ຜ່ານ​ມາ​ນີ້.

ທ່ານ​ຫຼີ ກ່າວ​ຕື່ມ​ວ່າ ນອກ​ນັ້ນ​ແລ້ວ ​ທ່ານ​ຈະພະຍາຍາມ​ຊອກ​ຫາ​ຂໍ້​ມູນ​ຕື່ມ​ອີກ​ຈາກພວກ
ເຈົ້າ​ໜ້າ​ທີ່​ຊີ​ເຣຍ ກ່ຽວ​ກັບ​ສະພາບ​ການ​ໃນ​ປະ​ເທດທີ່​ກໍາລັງທະຫານ​ຊີ​ເຣຍ​ໄດ້​ທໍາ​ການ​ຕໍ່
ສູ້ຢ່າງ​ຮ້າຍ​ກາດ​ ຕ້ານ​ພວກພົນລະ​ເຮືອນ​ຝ່າຍ​ຄ້ານທີ່ມີ​ອາວຸດ​ພຽງ​ເລັກ​ນ້ອຍ​ນັ້ນ. ໂຄສົກ
ປະຈໍາ​ກະຊວງການ​ຕ່າງປະ​ເທດ​ຈີນທີ່​ກຸງ​ປັກ​ກິ່ງ ກ່າວ​ວ່າ ຈີນ​ໄດ້​ທໍາ​ການ​ຕິດ​ຕໍ່​ພົວພັນ​ກັບ
ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຊີ​ເຣຍ​ ເຊ່ນ​ກັນ.

XS
SM
MD
LG