ລາຍງານໃໝ່ສະບັບນຶ່ງກ່າວວ່າ ເດັກນ້ອຍຊີເຣຍເກືອບສອງ
ລ້ານຄົນ ຕ້ອງການຄວາມຊ່ວຍເຫລືອດ້ານມະນຸດສະທໍາ ສອງ
ປີຫລັງຈາກທີ່ໄດ້ເກີດບັນຫາຂັດແຍ້ງ ທີ່ສົ່ງຜົນສະທ້ອນຕໍ່ການ
ຢູ່ກິນຂອງພວກເຂົາເຈົ້າ ການໄປໂຮງຮຽນ ແລະການມີຫ້ອງ
ນໍ້າໃຊ້.
ອົງການຊ່ວຍເຫລືອ ຊື່ວ່າ Save the Children ຫລື ຊ່ວຍພວກເດັກນ້ອຍ ໄດ້ພິມເຜີຍແຜ່ລາຍງານໃນວັນພຸດມື້ນີ້ທີ່ກ່າວເນັ້ນເຖິງຜົນສະທ້ອນ ຈາກວິກິດການໃນຊີເຣຍ ໃນອັນທີ່ລາຍລາຍງານສະບັບນີ້ ຮ້ອງວ່າ “ຜູ້ເຄາະຮ້າຍທີ່ຖືກຫຼົງລືມ” ຈາກການສູ້ລົບ.
ລາຍງານກ່າວວ່າ ໂຮງຮຽນ ແລະໂຮງໝໍທັງຫຼາຍ ໄດ້ຮັບຄວາມເສຍ ຫາຍຈາກການປະທະກັນລະຫວ່າງກຸ່ມຕໍ່ຕ້ານ ແລະນັກລົບຂອງລັດຖະ ບານຊີເຣຍ ແລະ “ເກືອບທຸກໆຄອບຄົວ” ທີ່ກຸ່ມດັ່ງກ່າວໄດ້ໂອ້ລົມນຳ ເວົ້າວ່າ ພວກເຂົາເຈົ້າບໍ່ສາມາດມີໂອກາດຊົມໃຊ້ຫ້ອງນໍ້າທີ່ສະອາດໄດ້ ຢ່າງປອດໄພ.
ລາຍງານຮຽກຮ້ອງໃຫ້ທຸກພັກຝ່າຍກ່ຽວຂ້ອງໃນບັນຫາຂັດແຍ້ງ ຈົ່ງອະ ນຸຍາດໃຫ້ຈັດສົ່ງການຊ່ວຍເຫລືອດ້ານມະນຸດສະທໍາ ໄປໃຫ້ຜູ້ທີ່ມີຄວາມ ຕ້ອງການ ໃນຂະນະທີ່ຍຸຕິການໃຊ້ລະເບີດໃນເຂດທີ່ມີປະຊາຊົນອາໄສ ຢູ່ຢ່າງໜາແໜ້ນ. ນອກນັ້ນ ລາຍງານຍັງໄດ້ຮຽກຮ້ອງໃຫ້ຢຸດເຊົາການ ເກນເອົາເດັກນ້ອຍໄປເປັນທະຫານ ຊຶ່ງເປັນການປະຕິບັດທີ່ບັນດາຜູ້ສືບສວນສະຫະປະຊາຊາດ ກ່າວໃນຕົ້ນຂອງອາທິດນີ້ວ່າ ກໍາລັງມີການນໍາໃຊ້ໂດຍທັງສອງຝ່າຍ ຄືທະຫານລັດຖະບານ ແລະພວກຕໍ່ຕ້ານ