ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍາລັງຊີເຣຍ ສັງຫານ 19 ຄົນ ທີ່ເມືອງ Aleppo (ສະໄລດ໌ກັບວີດິໂອ)


ພວກນັກລົບຂອງກອງທັບປົດປ່ອຍຊີເຣຍ ພາກັນຫາມສົບຂອງເພື່ອຮ່ວມງານຂອງຕົນ ຜູ້ນຶ່ງ ລຸນຫລັງຜູ້ກ່ຽຖືກຍິງໂດຍຜູ້ລອບສັງຫານ ຢູ່ເມືອງ Seif a Dawla ໃນນະຄອນ Aleppo ໃນວັນທີ 4 ກັນຍາ, 2012.
ພວກນັກລົບຂອງກອງທັບປົດປ່ອຍຊີເຣຍ ພາກັນຫາມສົບຂອງເພື່ອຮ່ວມງານຂອງຕົນ ຜູ້ນຶ່ງ ລຸນຫລັງຜູ້ກ່ຽຖືກຍິງໂດຍຜູ້ລອບສັງຫານ ຢູ່ເມືອງ Seif a Dawla ໃນນະຄອນ Aleppo ໃນວັນທີ 4 ກັນຍາ, 2012.
ພວກນັກເຄື່ອນໄຫວເວົ້າວ່າ ກໍາລັງທະຫານຊີເຣຍ ໄດ້ສັງຫານ
ຢ່າງໜ້ອຍ 19 ຄົນ ຊຶ່ງລວມທັງເດັກນ້ອຍ 7 ຄົນ ເວລາພວກເຂົາ
ເຈົ້າລະດົມຍິງໃສ່ຫລາຍໆເຂດທີ່ຄວບຄຸມ ໂດຍພວກກະບົດ ຢູ່ໃນ
Aleppo, ເມືອງຫລວງດ້ານການຄ້າຂາຍຂອງປະເທດນັ້ນ.

ກຸ່ມສັງເກດການດ້ານສິດທິມະນຸດຂອງຊີເຣຍທີ່ຕັ້ງຢູ່ອັງກິດ ເວົ້າ
ໃນວັນພຸດມື້ນີ້ວ່າ ພົນລະ ເຮືອນຜູ້ນຶ່ງເສຍຊີວິດຢູ່ໃນຄຸ້ມ Bustan
al-Qasr ໃນເຂດກໍ້າໃຕ້ຂອງເມືອງ Aleppo ໃນຂະນະທີ່ 9 ສົບ ຊຶ່ງລວມທັງສົບຂອງພວກເດັກນ້ອຍ 7 ຄົນນັ້ນ ໄດ້ພົບເຫັນຢູ່ໃນ
ເຂດຄຸ້ມMarjeh ແລະ Hanano.

ສ່ວນກຸ່ມຕໍ່ຕ້ານລັດຖະບານເວົ້າວ່າ ຈໍານວນຄົນເສຍຊີວິດຢູ່ໃນ ຕົວເມືອງຍຸດທະສາດດັ່ງກ່າວ ທີ່ຕັ້ງຢູ່ທາງພາກເໜືອຂອງຊີເຣຍ
ແມ່ນສູງເຖິງ 43 ຄົນ ຊຶ່ງລວມທັງຜູ້ຍິງ ແລະ ເດັກນ້ອຍນໍາ. ວີໂອເອບໍ່ສາມາດທີ່ຈະຢືນ ຢັນ ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ໃນພາກພື້ນດິນຂອງຊີເຣຍໄດ້ ເນື່ອງຈາກວ່າ ລັດຖະບານ
ຊີເຣຍ ຈໍາກັດການເຂົ້າໄປໃນປະເທດຢ່າງເຄັ່ງຄັດ ສໍາລັບນັກສື່ຂ່າວຕ່າງປະເທດ.



ໃນວັນທີ 20 ກໍລະກົດຜ່ານມາ ພວກນັກຕໍ່ສູ້ຝ່າຍກະບົດ ໄດ້ເປີດສາກບັ້ນລົບແນວໜ້າໃໝ່
ໃນການຂັດແຍ່ງໃນຊີເຣຍນັ້ນ ໂດຍໄດ້ເປີດສາກໂຈມຕີເມືອງ Aleppo. ກໍາລັງຂອງຝ່າຍ
ລັດຖະບານ ໄດ້ຂັບໄລ່ພວກເຂົາເຈົ້າອອກຈາກຫລາຍຂົງເຂດ ລວມທັງເຂດ Salaheddin, ຊຶ່ງເປັນເຂດທີ່ໝັ້ນຫລັກແຫ່ງນຶ່ງຂອງພວກເຂົາເຈົ້າ ແຕ່ວ່າ ກໍຍັງມີພວກຕໍ່ ຕ້ານກຸ່ມນ້ອຍໆ ເຫລືອຢູ່ໃນບາງເຂດ.

ພ້ອມກັນນັ້ນ ໃນວັນພຸດມື້ນີ້ ການເຈລະຈາລະຫວ່າງ ລັດຖະມົນຕີສະຫະລັດ ທ່ານນາງ Hillary Clinton ແລະບັນດາຜູ້ນໍາຈີນ ກໍບໍ່ປະສົບຜົນສໍາເລັດໃນການຫລຸດຜ່ອນຊ່ອງ ຫວ່າງຄວາມແຕກຕ່າງກັນ ກ່ຽວກັບວ່າຈະເຮັດໃຫ້ວິກິດການໃນຊີເຣຍຈົບລົງວິທີໃດ. ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ເວົ້າວ່າ ລັດຖະບານປັກກິ່ງ ແມ່ນ ສະໜັບສະໜຸນໃຫ້ມີ “ການໂອນອໍານາດທາງການເມືອງ” ຢູ່ໃນຊີເຣຍ ເພື່ອຍຸດຕິ ການ ນອງເລືອດທີ່ຮ້າຍແຮງຂຶ້ນນັບມື້ ລຸນຫລັງທີ່ໄດ້ເກີດຄວາມວຸ້ນວາຍມາເປັນເວລາ 18 ເດືອນ ແຕ່ທ່ານກໍໄດ້ກ່າວຢໍ້າແລ້ວຢໍ້າອີກ ເຖິງການຄັດຄ້ານຂອງຈີນ ຕໍ່ການໃຊ້ກໍາລັງ ເຂົ້າແຊກແຊງຂອງຕ່າງປະເທດ ໃນວິກິດການຢູ່ຊີເຣຍນັ້ນ.

ເບິ່ງວີດິໂອຂ່າວທີ່ກ່ຽວຂ້ອງ

XS
SM
MD
LG