ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ມັງກອນ ໒໐໒໕

ຫົວໜ້າ​ສືບສວນ​ ການ​ໂຈມ​ຕີ​ ດ້ວຍ​ອາວຸດ​​ເຄມີ ​ໃນ​ຊີ​ເຣຍ ເວົ້າວ່າ ຕົນຖືກກົດດັນ ທາງການເມືອງ​


Syria Chemical Weapon
please wait
Embed

No media source currently available

0:00 0:00:50 0:00

ວີດິໂອສະແດງໃຫ້ເຫັນການໂຈມຕີດ້ວຍອາວຸດເຄມີ ຢູ່ແຫ່ງນຶ່ງໃນຊີເຣຍ

ຫົວໜ້າຄະນະ​ກໍາມະການ​ສືບສວນ​ການ​ໂຈມ​ຕີ​ດ້ວຍ​ອາວຸດເຄມີ​ໃນ​ຊີ​ເຣຍ ​ໄດ້ເວົ້າຢ່າງ​ບໍ່
ພໍ​ໃຈໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ກໍາລັງ​ເຮັດ​ວຽກຢູ່ໃນສິ່ງ​ທີ່​ທ່ານ​ເອີ້ນວ່າ “ບັນຍາກາດ​
ທີ່​ເຕັມ​ໄປ​ດ້ວຍ​ເລື່ອງການ​ເມືອງ.”

ທ່ານ Edmond Mulet ​ໃຫ້​ຄວາມ​ເຫັນ​ ຫລັງຈາກ​ໄດ້​ຖະ​ແຫຼງຕໍ່​ສະພາ​ຄວາມໝັ້ນຄົງສະ
ຫະປະຊາ​ຊາດ ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍກ່າວວ່າ "ພວກ​ເຮົາ​ໄດ້​ຮັບຂໍ້ຄວາມ​ທີ່​ບອກ​
ໂດຍ​ກົງ ​ແລະ​ບອກທາງ​ອ້ອມມາ​ໂດຍ​ຕະຫລອດ​ ​ຈາກ​ຫລາຍ​ຝ່າຍ​ທີ່​ບອກ​ໃຫ້​ພວກ​ເຮົາ
​ເຮັດແບບ​ນີ້ ​ແບບ​ນັ້ນ ຊຶ່ງ​ເປັນ​ເລື້ອງທີ່​ໜ້າ​ເສຍ​ໃຈ. ຂໍ້ຄວາມ​ພວກ​ນີ້ບາງ​ຄັ້ງ​ກໍເວົ້າຢ່າງ
ຈະ​ແຈ້ງ​ຫລາຍຊຶ່ງ​ບອກ​ວ່າ ຖ້າ​ພວກ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ເຂົາ​ເຈົ້າບອກ ​ເຂົາ​ເຈົ້າຈະ​ບໍ່ຍອມ
ຮັບ​ເອົາ​ຜົນ​ການ​ສືບສວນ."

ທ່ານ Mulet ບໍ່​ໄດ້​ບອກ​ພວກ​ນັກ​ຂ່າວ​ຢ່າງ​ຈະ​ແຈ້ງວ່າ​ໃຜ​ ເປັນ​ຜູ້​ກົດ​ດັນ​ຄະນະ​ກໍາມະການ ​
ແຕ່​ທ່ານ​ກໍ​ໄດ້​ບອກ​ວ່າ ຄວາມ​ກົດ​ດັນ​ນີ້ມາ​ຈາກ “​ທຸກ​ທິດ​ເລີຍ."

ທ່ານ​ໄດ້​ຮ້ອງ​ຂໍ​ພວກ​ທີ່​ລົບ​ກວນຄະນະ​ກໍາມະການ​ວ່າ ຂໍ​ຈົ່ງ​ປ່ອຍ​ໃຫ້​ກໍາມະການເຮັດ​ວຽກ
ຂອງຕົນ​ຢ່າງ​ເປັນ​ອິດສະຫຼະ, ທ່ຽງທໍາ ​ແລະ ບໍ່​ເຂົ້າຂ້າງໃຜ.

ທ່ານ Mulet ​ເປັນ​ຜູ້​ນໍາພາ​ການ​ສືບສວນ​ຮ່ວມ​ລະ​ຫວ່າງ​ສະຫະ​ປະຊາ​ຊາດ ​ແລະ​ອົງການ​
ເກືອດ​ຫ້າມ​ບໍ່​ໃຫ້ໃຊ້ອາວຸດ​ເຄມີ ຊຶ່ງ​ຄະນະ​ກໍາມະການ​ກໍາລັງກວດກາ​ເບິ່ງການ​ໂຈມ​ຕີທີ່
​ເມືອງ Khan Sheikhun ດ້ວຍ​ອາຍ​ແກັສ ຊາຣິນ ທີ່​ໄດ້​ສັງຫານຢ່າງ​ໜ້ອຍ 87 ຄົນ ​ໃນ​ວັນ​
ທີ 4 ​ເມສາ​ຜ່ານ​ມານີ້.

ວີ​ດິ​ໂອ​ສາຍ​ໃຫ້​ເຫັນການ​ໂຈມ​ຕີດັ່ງກ່າວ ​ຊຶ່ງ​ລວມມີ​ຮູບ​ຂອງ​ເດັກນ້ອຍມີ​ຝອດ​ເຕັມ​ປາກ
​ແລະຫາຍ​ໃຈ​ຍາກ ແລະໄດ້​ເຮັດ​ໃຫ້​ຄົນ​ທັງ​ໂລກ​ສະເທືອ​ນ​ໃຈ ​ແລະ​ເຮັດ​ໃຫ້ໃຜ​ກໍ​ຕາມ​ທີ່
ໄດ້​ເຫັນພາບດັ່ງກ່າວຮູ້ສຶກ​ເສົ້າ​ໃຈ​ຫລາຍ.

ສະຫະລັດ ​ແລະ​ພັນທະ​ມິດ​ ​ເວົ້າວ່າລັດຖະບານຊີ​ເຣຍຂອງທ່ານ Bashar al-Assad
​ເປັນຜູ້​ທໍາ​ການ​ໂຈມ​ຕີ​ດັ່ງກ່າວ ຊຶ່ງເຮັດ​ໃຫ້​ປະທານາທິບໍດີ​ທຣໍາ ສັ່ງ​ໃຫ້ທໍາ​ການ​ໂຈມ​ຕີ​
ທາງ​ອາກາດ​ຕໍ່ຖານ​ທັບ​ຂອງ​ຊີ​ເຣຍ ຊຶ່ງ​ເປັນບ່ອນ​ທີ່​ປະກົດ​ວ່າເປັນ​ຈຸດ​ເລີ້ມຕົ້ນການ​ໂຈມ​
ຕີດ້ວຍ​ອາຍ​ແກັສພິດ. ​

ຊີ​ເຣຍ ​ແລະຣັດ​ເຊຍທີ່ເປັນ​ພັນທະ​ມິດນັ້ນ ​ປະຕິ​ເສດ​ວ່າ ກໍາລັງ​ທະຫານ​ຂອງ​ທ່ານ Assad
ບໍ່ໄດ້​ທໍາ​ການ​ໂຈມ​ຕີດັ່ງກ່າວ

ພວກ​ນັກ​ສືບສວນ​ຍັງ​ມີ​ແຜນ​ທີ່​ຈະ​ກວດ​ເບິ່ງ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ ຄັ້ງອື່ນໆອີກຢູ່​ໃນ​
ຊີເຣຍ. ພວກ​ເຂົາ​ເຈົ້າ​ໄດ້​ສະຫລຸບ​ວ່າ ທະ​ຫານ​ລັດຖະບານ​ຊີ​ເຣຍ ​ແມ່ນ​ຢູ່​ເບື້ອງຫລັງ​ຂອງ​
ການໂຈມ​ຕີ​ດ້ວຍ​ອາຍ​ແກັສສອງ​ຄັ້ງຜ່ານ​ມາ ​ແລະ​ໄດ້​ຕ້ອງ​ຕິກຸ່ມ​ລັດ​ອິສລາມ ຫລື IS ວ່າ ​
ໃຊ້​ອາຍແກັສພິດ​ໃນ​ປີ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG