ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນໍາໃຊ້ ອາວຸດເຄມີ ຂອງຊີເຣຍ ລະເມີດ ກົດໝາຍ ນາໆຊາດ (ສະໄລດ໌/ວີດີໂອ)


ກະສັດ Abdullah ແຫ່ງຈໍແດນ (ຊ້າຍ) ແລະປະທານາທິບໍດີ Barack Obama ກໍາລັງສົນທະນາກັນ ທີ່ທໍານຽງຂາວ
ກະສັດ Abdullah ແຫ່ງຈໍແດນ (ຊ້າຍ) ແລະປະທານາທິບໍດີ Barack Obama ກໍາລັງສົນທະນາກັນ ທີ່ທໍານຽງຂາວ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການນໍາໃຊ້​ອາວຸດ​ເຄມີຕໍ່​ປະຊາຊົນ​ຂອງ​ຕົນ​ ຈະ​ເປັນ​ “ການນຳ
​ສະ​ເໜີ​ອົງ​ປະກອບ​ໃໝ່​ເພື່ອ​ໃຫ້​ສະຖານະ​ການ​ປ່ຽນ​ແປງ” ​ກ່ຽວ
ກັບວ່າສະຫະລັດຈະ​ເອົາ​ບາດ​ກ້າວຢ່າງ​ໃດ​ຮັບ​ມືກັບບັນຫາ​ຂັດ
​ແຍ້ງ ທີ່​ດຳ​ເນີນ​ມາ​ໄດ້​ 2 ປີ​ແລ້ວນັ້ນ.

​ແຕ່​ທ່ານ Obama ​ໄດ້​ເນັ້ນ​ຍໍ້າ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຍັງ​ຕ້ອງ
ການ​ຫລັກ​ຖານ​ເພີ້​ມ​ເຕີມ​ອີກ ຮວມ​ທັງດ້ວຍ​ວິທີ​ໃດ ​ເວລາ​ໃດ ​
ແລະ​ຢູ່​ບ່ອນ​ໃດ ທີ່ຊີ​ເຣຍ ອາດ​ໄດ້​ນໍາ​ໃຊ້​ອາວຸດ​ດັ່ງກ່າວ.

​ໃນ​ການ​ຖະ​ແຫຼງຢູ່​ທີ່​ທໍ​ານຽບຂາວ ຄຽງຂ້າງ​ກັບກະສັດ​ Adullah ​ແຫ່ງຈໍ​ແດນນັ້ນ ທ່ານ​ໂອ ບາ​ມາ​
ກ່າວ​ວ່າ ການ​ພົບ​ເຫັນ​ໃນ​ປັດ​ຈຸ​ບັນນີ້​ເປັນ​ພຽງ​ແຕ່ “ການ​ຊັ່ງ​ຊາຂັ້ນຕົ້ນ” ທໍ່​ນັ້ນ ​ອິງ​ຕາມ​ການ​ສືບ​ລັບ
​ຂອງສະຫະລັດ. ທ່ານກ່າວ​ອີກ​ວ່າ ສະຫະລັດ ພ້ອມ​ດ້ວຍ​ບັນດາ​ປະ​ເທດ​ພາຄີ​ຢູ່​ໃນ​ຂົງ​ເ​ຂດ ​ແລະ
ສະຫະ​ປະຊາ​ຊາດ ຈະ​ຊອກ​ຫາຊ່ອງ​ທາງເພື່ອໃຫ້​ໄດ້​ຫລັກ​ຖານ​ໂດຍ​ກົງ​ເພີ້​ມ​ເຕີມ​ເພື່ອ​ໃຫ້ການ​ຢືນ
ຢັນ​ຕໍ່ລາຍ​ງານ.

ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ທໍານຽບຂາວ​ກ່າວ​ວ່າ ອົງການ​ສືບ​ລັບສະຫະລັດ​ເຊື່ອ​ໝັ້ນ​ໃນ​ລະດັບທີ່
​ແຕກ​ຕ່າງ​ກັນວ່າ ລັດຖະບານຊີ​ເຣຍໄດ້​ໃຊ້​ແກັສຊາຣິນ ​ໃນ​ຂອບ​ເຂດ​ທີ່​ບໍ່​ກວ້າງຂວາງ ປານ​ໃດ ຕໍ່
ພວກ​ຕ້ານ​ລັດຖະບານ ທີ່​ພະຍາຍາມ​ໂຄນ​ລົ້ມ ປະ​ທາ​ນາ​ທິບໍດີ Bashar al-Assad.



ທ່ານ Obama ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ປະຊາ​ຄົມນາໆ​ຊາດ ຮັບ​ຮູ້ວ່າ ຕົນ “ບໍ່​ສາມາດຢູ່ ລ້າໆ
​ບໍ່​ເຮັດ​ໃຫ້​ຫຍັງ ​ແລະ​ອະນຸຍາດ​ໃຫ້ມີນໍາ​ໃຊ້​ຢ່າງ​ເປັນ​ລະບົບ​ອາວຸດ​ຕ່າງໆເຊັ່ນອາວຸດເຄມີ ​ຕໍ່ປະຊາ
ຊົນພົນລະ​ເຮືອນ”. ທ່ານ​ກ່າວ​ວ່າ ມັນ​ “​ເປັນ​ໜ້າ​ຢ້ານ” ​ດັ່ງ​ດຽວ​ກັນ​ກັບລູກ​ປືນ​ຄົກ​ຕົກລົງ​ໃສ່ ​ແລະ
ສັງຫານຢ່າງ​ບໍ່​ເລືອກ​ໜ້າ ການ​ໃຊ້​ອາວຸດທີ່ອາດ​ມີ​ອະນຸ​ພາບ​ຮ້າຍ​ແຮງ​ສາ ມາດ​ທໍາລາຍ​ພົນລະ
​ເຮືອນນັ້ນ ​ແມ່ນ​ໄດ້ “ຂ້າມອີກ​ເສັ້ນນຶ່ງ” ​ໃນ​ການລະ​ເມີດກົດໝາຍ​ນາໆ​ຊາດ.

ຢ່າງ​ໜ້ອຍມີ 70,000 ຄົນ​ແລ້ວ​ໄດ້ເສຍ​ຊີວິດ ນັບ​ຕັ້ງ​ແຕ່ໄດ້​ມີ​ການ​ລຸ​ກຮື​ຂື້ນ ​ທີ່​ເລີ້ມໃນ​ເດືອນ​ມີນາ ​
ປີ 2011.

Syria
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG