ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກວດກາ ຄັງອາວຸດເຄມີ ຂອງຊີເຣຍ ອາດຈະເລີ້ມ ໃນ ອາທິດໜ້າ (ສະໄລດ໌)


ພວກນັກຊ່ຽວຊານ ດ້ານອາວຸດເຄມີ ສປຊ ສຶກສາເບິ່ງແຜນທີ່ ໃນລະຫວ່າງການໄປຢ້ຽມ ບ່ອນທີ່ມີການກ່າວຫາວ່າ ຖືກໂຈມຕີ ດ້ວຍອາວຸດເຄມີທີ່ຄຸ້ມ Zamalka ໃນເຂດຊານເມືອງ ກຸງດາມັສກັສ (28 ສິງຫາ 2013)
ພວກນັກຊ່ຽວຊານ ດ້ານອາວຸດເຄມີ ສປຊ ສຶກສາເບິ່ງແຜນທີ່ ໃນລະຫວ່າງການໄປຢ້ຽມ ບ່ອນທີ່ມີການກ່າວຫາວ່າ ຖືກໂຈມຕີ ດ້ວຍອາວຸດເຄມີທີ່ຄຸ້ມ Zamalka ໃນເຂດຊານເມືອງ ກຸງດາມັສກັສ (28 ສິງຫາ 2013)
ພວກນັກຊ່ຽວຊານຂອງນາໆຊາດ ຈະເລີ້ມທຳການກວດກາເບິ່ງ
ຄັງອາວຸດເຄມີຂອງຊີເຣຍໃນວັນອັງຄານຈະມານີ້ ພາຍໃຕ້ແຜນ
ການທີ່ມີກຳນົດວ່າຈະໄດ້ຮັບການອະນຸມັດໂດຍກຸ່ມຕິດຕາມເບິ່ງ ອາວຸດເຄມີທີ່ສຳຄັນຂອງໂລກ.

ອົງການເກືອດຫ້າມໃນການນຳໃຊ້ອາວຸດເຄມີ ຫລື OPCW ຈະ ລົງຄະແນນສຽງໃນຕອນແລງຂອງວັນສຸກມື້ນີ້ກ່ຽວກັບຮ່າງຍັດຕິ
ທີ່ຮຽກຮ້ອງໃຫ້ ມີການກວດກາເບິ່ງ ສາງເກັບອາວຸດເຄມີ ແຫ່ງ
ຕ່າງໆທີ່ໄດ້ແຈ້ງໃຫ້ຊາບໂດຍລັດຖະບານຊີເຣຍພາຍໃນເວລາ
30 ມື້.

ຮ່າງຍັດຕິດັ່ງກ່າວຍັງບັງຄັບໃຫ້ລັດຖະບານຊີເຣຍອຳນວຍຄວາມສະດວກໃຫ້ຄະນະກວດ ກາຂອງອົງການ OPCW ເຂົ້າໄປກວດກາເບິ່ງສະຖານທີ່ຕ່າງໆ ທີ່ລະບຸໂດຍລັດຖະບານ ຊີເຣຍວ່າ ມີສ່ວນພົວພັນກັບໂຄງການອາວຸດເຄມີຂອງຊີເຣຍນັ້ນ.

ຖ້າຫາກໄດ້ຮັບການເຫັນພ້ອມ ຂໍ້ຮຽກຮ້ອງເຫຼົ່ານີ້ ກໍຈະກາຍເປັນພາກສ່ວນນຶ່ງຂອງຮ່າງ
ຍັດຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດທີ່ຈະອະນຸມັດແຜນປະຕິດບັດງານ ຢ່າງເປັນທາງການບັງຄັບໃຫ້ປະທານາທິບໍດີ Bashar al-Assad ມອບອາວຸດເຄມີທັງ ໝົດໃຫ້ແກ່ນາໆຊາດ ພາຍໃນກາງປີ 2014.

ສະຫະລັດແລະຣັດເຊຍໄດ້ຕົກລົງກັນໃນວັນພະຫັດວານນີ້ກ່ຽວກັບພາສາທີ່ໃຊ້ຢູ່ໃນເອກ ກະສານ ຫລັງຈາກໄດ້ມີການເຈລະຈາກັນຢ່າງຂຸ້ນຂ້ຽວ ເປັນເວລາຫຼາຍສັບປະດາ ທີ່ວ່າ ຈະຄໍ້າປະກັນແບບໃດໃຫ້ທ່ານ Assad ປະຕິບັດຕາມແຜນການປົດອາວຸດດັ່ງກ່າວ.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ມີສະມາຊິກ 15 ປະເທດ ໄດ້ເປີດປະຊຸມສຸກ
ເສີນແບບປິດລັບໃນຕອນແລງຂອງວັນພະຫັດວານນີ້ ເພື່ອພິຈາລະນາຮ່າງຍັດຕິທີ່ພວກ ນັກການທູດເວົ້າວ່າ ການລົງຄະແນນສຽງ ອາດຈະມີຂຶ້ນໃນພາຍຕອນແລງມື້ນີ້ກໍເປັນໄດ້.

XS
SM
MD
LG