ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສປຊ ກຳລັງລໍຖ້າ ແຜນການ ທຳລາຍ ອາວຸດເຄມີ ຈາກ ຊີເຣຍ (ວີດີໂອ)


ລົດສະຫະປະຊາຊາດ ຈອດຢູ່ທາງໜ້າໂຮງແຮມ Four Seasons ທີ່ກຸງດາມັສກັສ ວັນທີ 22 ຕຸລາ 2013.
​ຄະນະ​ປະຕິບັດງານໃນ​ການ​ຄວບ​ຄຸມດູ​ແລ​ການ​ທັບ​ມ້າງ​ໂຄງ
ການອາວຸດ​ເຄມີ​ຂອງ​ຊີ​ເຣຍ ຄາດ​ວ່າ​ ລັດຖະບານ​ຊີ​ເຣຍ ຈະ​
ມອບ​ແຜນການ​ໃຫ້​ຕົນ​ໃນ​ວັນ​ພະຫັດ​ມື້​ນີ້​ ເພື່ອ​ທຳລາຍ​ຄັງ​ອາ
ວຸດ​ເຄມີ​ທີ່​ຊີ​ເຣຍມີ​ ໃນ​ປັດຈຸບັນ.

ການ​ທຳລາຍ​ອາວຸດ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ​ຂອງ
​ຂໍ້​ຕົກລົງ​ສະບັບ​ນຶ່ງ​ກັບ​ສະຫະປະຊາ​ຊາດ​ແລະ​ອົງການ​ເກືອດ​
ຫ້າມ​ອາວຸດ​ເຄມີ ​ເພື່ອທຳລາຍ​ອາວຸດ​ດັ່ງກ່າວ​ຂອງ​ຊີ​ເຣຍ ໃຫ້​
ໝົດ​ໄປ​ພາຍ​ໃນ​ກາງ​ປີໜ້າ​.

ຊີ​ເຣຍ ມີ​ເວລາ​ຮອດ​ວັນ​ອາທິດ​ຈະ​ມາ​ນີ້ ​ເພື່ອ​ສະ​ເໜີ​ແຜນການ​
ຂອງ​ຕົນ ​ແຕ່​ໂຄສົກ​ປະຈຳ​ອົງການເກືອດ​ຫ້າມ​ໃນ​ການ​ນຳ​ໃຊ້ອາວຸດ​ເຄມີຫຼື OPCW ກ່າວ
​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທາງ​ຄະນະ​ປະຕິບັດ​ງານຄາດ​ວ່າຈະໄດ້​ຮັບ​ເອກະສານ​ຂັ້ນ​ຕົ້ນ​ຈາກ​
ຊີ​ເຣຍພາຍ​ໃນ 24 ຊົ່ວ​ໂມງ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ວິທີ​ການຂອງ​ລັດຖະບານ
​ທີ່​ຈະ​ທຳລາຍ​ອາວຸດ​ເຫຼົ່ານັ້ນ​.

ພວກ​ນັກ​ກວດກາ​ຂອງ​ອົງການ OPCW ​ໄດ້​ໄປ​ກວດກາ​ເບິ່ງ​ບ່ອນ​ຜະລິດ​ ທີ່​ທາງການ
​ຊີເຣຍ ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ເປັນ​ສ່ວນ​ຫຼາຍ​ແລ້ວ ​ແລະ​ຄະນະ​ກວດກາ​ໄດ້​ເຮັດ​ໃຫ້​ອຸບປະ
ກອນ​ຢູ່ທີ່​ບ່ອນ​ຜະລິດ​ໃຊ້​ການ​ບໍ່​ໄດ້. ຄະນະ​ກວດ​ກາຍັງ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ
​ຄວາມ​ອາດ​ສາມາດ​ຂອງ​ຊີ​ເຣຍທີ່​ຈະ​ຜະລິດ​ອາວຸດ​ໃໝ່​ໃດໆ​ອອກ​ມາ​ ຈະ​ຖືກ​ທຳລາຍ
​ກ່ອນກຳນົດ​ເສັ້ນຕາຍໃນ​ວັນ​ທີ 1 ພະຈິກ​ນີ້.

Complications Mar Chances for Syrian Civil War Settlement
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
XS
SM
MD
LG