ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຄວາມໝັ້ນຄົງ ສປຊ ຈະພົບປະກັນ ກ່ຽວກັບ ການບໍ່ຫົວຊາ ນຳມະຕິຢຸດຍິງ ໃນ ຊີເຣຍ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ (Nikki Haley), ກາງ, ຫາລື ກັບບັນດາສະມາຊິກ ສະພາຄວາມໝັ້ນຄົງ ກ່ອນໜ້າ ກຳນົດການລົງຄະແນນສຽງ ໃນມະຕິກອງປະຊຸມ ທີ່ຮຽກຮ້ອງໃຫ້ຢຸດຍິງ ເພື່ອມະນຸດສະທຳ ໃນທົ່ວຊີເຣຍ ເປັນເວລາ 30 ວັນ, ວັນທີ 24 ກຸມພາ 2018.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ (Nikki Haley), ກາງ, ຫາລື ກັບບັນດາສະມາຊິກ ສະພາຄວາມໝັ້ນຄົງ ກ່ອນໜ້າ ກຳນົດການລົງຄະແນນສຽງ ໃນມະຕິກອງປະຊຸມ ທີ່ຮຽກຮ້ອງໃຫ້ຢຸດຍິງ ເພື່ອມະນຸດສະທຳ ໃນທົ່ວຊີເຣຍ ເປັນເວລາ 30 ວັນ, ວັນທີ 24 ກຸມພາ 2018.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ (Antonio
Guterres) ກຳລັງຮຽກຮ້ອງໃຫ້ທຸກພັກຝ່າຍ ຢູ່ໃນຊີເຣຍ ຈັດຕັ້ງປະຕິບັດ ຂໍ້ຕົກລົງຢຸດຍິງ
ໃນທົ່ວປະເທດ ໃນຂະນະທີ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກຽມພ້ອມທີ່ຈະເຂົ້າ
ກອງປະຊຸມ ໃນວັນພຸດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບການບໍ່ຫົວຊານຳການຢຸດຍິງ ເປັນ
ເວລາ 30 ວັນ ທີ່ຕົນໄດ້ຮຽກ ຮ້ອງ ຢູ່ໃນມະຕິກອງປະຊຸມ ເກືອບສອງສັບປະດາຜ່ານມາ
ແລ້ວນັ້ນ.

ຄວາມລົ້ມແຫລວໃນການຢຸດຍິງ ໄດ້ເຮັດໃຫ້ປະເທດອັງກິດ ແລະ ຝຣັ່ງ ຮ້ອງຂໍໃຫ້ມີການ
ປະຊຸມແບບປິດລັບ.

ມະຕິຂອງສະພາຄວາມໝັ້ນຄົງແມ່ນໝາຍໃຫ້ພວກພະນັກງານຊ່ອຍເຫຼືອດ້ານມະນຸດ
ສະທຳ ມີໂອກາດ ທີີ່ຈະນຳເອົາອາຫານແລະອຸປະກອນດ້ານການແພດເຂົ້າໄປໃນພື້ນທີ່
ຕ່າງໆ ບ່ອນທີ່ບັນຫາຂັດແຍ້ງ ທີ່ມີມາເປັນເວລາເຈັດປີ ໄດ້ເຮັດໃຫ້ປະຊາຊົນຊີເຣຍ
ຫຼາຍລ້ານຄົນຕົກຢູ່ໃນສະພາບທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ.

ຄວາມພະຍາຍາມໃນວັນຈັນຜ່ານມານີ້ ໂດຍອົງການສະຫະປະຊາຊາດ ອົງການກາແດງ
ອາຣັບໃນຊີເຣຍ ແລະ ອົງການກາແດງສາກົນ ທີ່ຈະນຳສົ່ງການຊ່ອຍເຫຼືອ ເຂົ້າໄປໃນ
ພື້ນທີ່ ເມືອງກູຕາ ຕາເວັນອອກ ໄດ້ຖືກຍົກເລີກ ຍ້ອນວ່າ ຍັງມີການສືບຕໍ່ກໍ່ຄວາມຮຸນ
ແຮງຢູ່. ອົງການຈັດຕັ້ງຕ່າງໆຍັງໄດ້ລາຍງານວ່າ ລັດຖະ ບານຊີເຣຍ ໄດ້ກີດກັ້ນພວກ
ພະນັກງານກູ້ໄພ ບໍ່ໃຫ້ຂົນເອົາອຸປະກອນດ້ານການແພດ ທີ່ພວກເຂົາເຈົ້າ ໄດ້ວາງແຜນ
ທີ່ຈະນຳສົ່ງຂຶ້ນລົດບັນທຸກ.

ທ່ານ ສແຕັບຟານ ດູຈາຣິກ (Stephane Dujarric) ໂຄສົກຂອງທ່ານ ກູເຕເຣັສ ໄດ້
ກ່າວ ໃນຖະແຫລງການສະບັບນຶ່ງ ວ່າ “ທ່ານເລຂາທິການໃຫຍ່ ຍົກຍ້ອງຄວາມກ້າ
ຫານຂອງພວກທີ່ເຮັດວຽກເພື່ອມະນຸດສະທຳ ໝົດທຸກຄົນ ທີ່ທຳງານຢ່າງບໍ່ອິດເມື່ອຍ
ເພື່ອຮັບປະກັນວ່າ ປະຊາຊົນທີ່ຕ້ອງການຄວາມຊ່ອຍເຫຼືອ ໃນທົ່ວປະເທດຊີເຣຍ ໄດ້
ຮັບການຊ່ອຍເຫຼືອ ດ້ານມະນຸດສະທຳ ທີ່ຈະຊ່ອຍຊີວິດຂອງພວກເຂົາເຈົ້າ.”

ທ່ານກູເຕເຣັສ ໄດ້ກ່າວວ່າ ມີຄວາມຈຳເປັນປະການນຶ່ງ ເພື່ອປະກັນວ່າ ແຜນການນຳສົ່ງ
ການຊ່ອຍເຫຼືອ ໄປຍັງເມືອງດູມາ ທີ່ເປັນສ່ວນນຶ່ງ ຂອງເມືອງກູຕາ ຕາເວັນອອກ ໃນວັນ
ພະຫັນມື້ອື່ນນີ້ ຈະດຳເນີນໄປດ້ວຍດີ “ຕາມທີ່ໄດ້ຕົກລົງກັນໄວ້ກັບ ອຳນາດການປົກ
ຄອງ ຂອງຊີເຣຍ ກ່ອນໜ້ານີ້.”

ຢູ່ໃນມະຕິການຕົກລົງນັ້ນ ສະພາຄວາມໝັ້ນຄົງ ໄດ້ສະແດງອອກເຖິງ “ຄວາມບໍ່ພໍໃຈ
ຕໍ່ຄວາມຮຸນແຮງຊຶ່ງເປັນທີ່ຍອມຮັບເອົາບໍ່ໄດ້”
ໃນຫຼາຍພື້ນທີ່ຂອງປະເທດ ພ້ອມດ້ວຍ
“ການຈັດຕັ້ງປະຕິບັດທີ່ບໍ່ພຽງພໍ” ໃນເຈັດຂໍ້ຂອງມະຕິທີ່ກ່ຽວຂ້ອງກັບ ຊີເຣຍ ທີ່ໄດ້ຮັບ
ຮອງເອົາ ຢ້ອນຄືນໄປໃນປີ 2014.

Syria Ghouta Violence
please wait
Embed

No media source currently available

0:00 0:00:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG