ບັນດານັກເຄື່ອນໄຫວສິທິມະນຸດກ່າວວ່າ ຢ່າງໜ້ອຍນຶ່ງຄົນໄດ້ເສຍຊີວິດຈາກມືປືນ
ລອບຍິງ ຢູ່ໃນຊີເຣຍ ບ່ອນທີ່ຂໍ້ຕົກລົງຢຸດຍິງໄດ້ມີຜົນບັງຄັບໄຊ້ ໃນຕອນເຊົ້າວັນສຸກ
ວານນີ້.
ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ກ່າວວ່າແຫລ່ງຂ່າວ
ທີ່ເຊື່ອຖືໄດ້ ລາຍງານວ່າ ຄົນນຶ່ງໄດ້ຖືກສັງຫານ ຈາກມືປືນລອບຍິງ ໃນພາກຕາເວັນ
ອອກຂອງຂົງເຂດ Ghouta ໃນຂະນະທີ່ ໄດ້ຍິນສຽງລະເບີດແຕກຂຶ້ນ ຢູ່ນອກເມືອງ Daraa. ບັນດານັກເຄື່ອນໄຫວກ່າວວ່າ ສະເກັດລະເບີດໄດ້ຕົກລົງມາໃສ່ໝູ່ບ້ານ Khabab.
ການສັງເກດການກ່າວວ່າ ສ່ວນໃຫຍ່ຂອງຊີເຣຍໄດ້ຢູ່ໃນຄວາມສະຫງົບ ແຕ່ການຍິງ
ໂຈມຕີຍັງເກີດຂຶ້ນຢູ່ໃນບາງພາກສ່ວນຂອງເມືອງ Hama, idlib ແລະ Wali Barada
ຢູ່ໃນເຂດປົກຄອງ Rif Dimashq. ບັນດານັກເຄື່ອນໄຫວກ່າວວ່າ ໄດ້ມີການປະທະກັນລະຫວ່າງ ກຳລັງຂອງລັດຖະບານຊີເຣຍ ພ້ອມກັນກັບ ພວກທະຫານບ້ານ ທີ່ສະໜັບ ສະໜູນລັດຖະບານ ແລະ ພວກຫົວຮຸນແຮງ ກຸ່ມບໍ່ເຫັນພ້ອມກັບລັດຖະບານ ຢູ່ໃນ
ຂົງເຂດ.
ກຸ່ມສັງເກດການດັ່ງກ່າວ ລາຍງານວ່າ ເຮືອບິນລົບຂອງລັດຖະບານຊີເຣຍ ໄດ້ນຳພາ
ການໂຈມຕີທາງອາກາດ 16 ເທື່ອ ຕໍ່ພວກກະບົດ ຕໍ່ຕ້ານລັດຖະບານ ຢູ່ພາກເໜືອ
ຂອງແຂວງ Hama ໃນວັນສຸກວານນີ້. ການສັງເກດການໄດ້ຍິນ ທ່ານ Rami Abdulrahman ໄດ້ກ່າວວ່າ ບໍ່ເປັນທີ່ແຈ້ງຂາວວ່າ ໃຜເລີ້ມການປະທະ.
“ການປະທະກັນໄດ້ເກີດຂຶ້ນ ແລະຍັງດຳເນີນຢູ່ຕໍ່ໄປ ພ້ອມດ້ວຍເຮືອບິນເຮລິຄອບເຕີ
ຍິງໃສ່ຈຸດທີ່ຕັ້ງຂອງຝ່າຍຕໍ່ຕ້ານ ແລະ ກຸ່ມພວກຫົວຮຸນແຮງ Fateh al-Sham Front” ທ່ານກ່າວອີກວ່າ ອີງຕາມອົງການຂ່າວຝຣັ່ງທີ່ກ່າວວ່າ ການປະທະກັນ ໄດ້
“ເປັນການຝ່າຝືນທີ່ຈະແຈ້ງ ຂອງການຢຸດຍິງ ແຕ່ບໍ່ເປັນທີ່ແຈ້ງຂາວວ່າ ແມ່ນຝ່າຍໃດເປັນຜູ້ເລີ້ມຂຶ້ນກ່ອນ.”