ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ຮັບເອົາ ການຕົກລົງ ຢຸດຍິງ


ນັກຮົບກະບົດຄົນໜຶ່ງ ຊ່ອງແນມດ້ວຍກ້ອງທາງໄກ ໃນເຂດຊົນນະບົດ Quneitra, ຊີເຣຍ, 10 ກັນຍາ, 2016.
ນັກຮົບກະບົດຄົນໜຶ່ງ ຊ່ອງແນມດ້ວຍກ້ອງທາງໄກ ໃນເຂດຊົນນະບົດ Quneitra, ຊີເຣຍ, 10 ກັນຍາ, 2016.

ຊີເຣຍ ຖະແຫຼງວ່າ ລັດຖະບານ ດາມັສກັສ ຂອງປະທານາທິບໍດີ Bashar al-Assad ທີ່ ກຳລັງທຳສົງຄາມຢູ່ນັ້ນ ໄດ້ຮັບເອົາການຕົກລົງຢຸດຍິງ ທີ່ເຮັດຂຶ້ນໂດຍພັນທະມິດ ຣັດເຊຍ ຂອງຕົນ ແລະ ສະຫະລັດ.

ອົງການຂ່າວສານ ຊີເຣຍກ່າວວ່າ “ການຢຸດເຊົາການເປັນປໍຣະປັກກັນນີ້ ຈະເລີ້ມຂຶ້ນໃນ ອາແລັບໂປ ຍ້ອນເຫດຜົນທາງດ້ານມະນຸດສະທຳ.” ຫຼາຍຊົ່ວໂມງຕໍ່ມາ ກຸ່ມນັກຕໍ່ສູ້ ເຮິສໂບລາ ທີ່ຕັ້ງຖານທັບຢູ່ ເລບານອນ ຊຶ່ງຕໍ່ສູ້ຄຽງບ່າຄຽງໄລ່ກັບພວກຈົງຮັກພັກດີກັບ ອາສຊາດ ກໍກ່າວວ່າ ຕົນຈະເຄົາຣົບນັບຖືສັນຍາຢຸດຍິງ ໃນຂະນະທີ່ປະຕິຍານວ່າຈະປ້ອງ ກັນຕົນເອງ ຖ້າຖືກໂຈມຕີ.

ເທີກີ ທີ່ໄດ້ສົ່ງທະຫານເຂົ້າໄປໃນການສູ້ລົບກັນຫຼາຍຝ່າຍໃນທ້າຍເດືອນແລ້ວນີ້ ກໍໄດ້ປະ ກາດວ່າ ຈະສະໜັບສະໜູນສັນຍາຢຸດຍິງດັ່ງກ່າວ ຊຶ່ງຈະເລີ້ມຂຶ້ນເມື່ອຕາເວນຕົກດິນໃນ ວັນຈັນມື້ອື່ນ.

ຂໍ້ຕົກລົງທີ່ວ່ານັ້ນ ໄດ້ປະກາດອອກຮ່ວມກັນ ລະຫວ່າງ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ ກັບ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຣັອຟ ທີ່ນະຄອນ ເຈນີວາ ໃນ ຕອນເຊົ້າວັນເສົາວານນີ້.

ນອກນັ້ນ ພວກກຳລັງຝ່າຍຄ້ານຕ່າງໆຂອງ ຊີເຣຍ ກໍກ່າວວ່າ ຕົນຍິນດີກັບຂໍ້ຕົກລົງດັ່ງ ກ່າວ. ເຖິງຢ່າງໃດກໍດີ ໃນເມື່ອພວກເຂົາເຈົ້າຮູ້ສຶກວ່າທັງ ຣັດເຊຍ ແລະ ກຳລັງຂອງລັດຖະ ບານ ຊີເຣຍ ຕ່າງກໍບໍ່ໄດ້ປະຕິບັດຕາມແຜນການສັນຍາຢຸດຍິງໃນເມື່ອກ່ອນພວກເຂົາເຈົ້າ ຈຶ່ງພາກັນສົງໃສວ່າ ສັນຍາຢຸດຍິງໃດໆກໍຈະບໍ່ເປັນຜົນ. ທ່ານ ບາສມາ ກົດມານີ ໃນຄະນະ ກຳມາທິການໄກ່ເກ່ຍຂັ້ນສູງຝ່າຍຄ້ານ ຊີເຣຍ ກ່າວວ່າ ອິດທິພົນຂອງ ມົສກູ ໃນ ດາມັສກັສ “ທາງດຽວເທົ່ານນັ້ນ ທີ່ຈະເຮັດໃຫ້ລະບອບດັ່ງກ່າວປະຕິບັດຕາມໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG