ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

30 ກວ່າຄົນ ເສຍຊີວິດ ການໂຈມຕີ ດ້ວຍລົດລະເບີດ ໃກ້ເມືອງ Hama (ສະ​ໄລ​ດ໌)


ແຂວງຮາມາ ຂອງຊີເຣຍ
ແຂວງຮາມາ ຂອງຊີເຣຍ
ສື່ມວນຊົນຂອງທາງການຊີເຣຍ ກ່າວວ່າ ລະເບີດລົດໄດ້ສັງຫານ
ຢ່າງໜ້ອຍ 34 ຄົນຢູ່ທີ່ບ້ານແຫ່ງນຶ່ງໃນເຂດຄວບຄຸມລັດຖະບານ
ໃກ້ໆເມືອງ Hama ທາງພາກກາງຂອງຊີເຣຍ.

ອົງການຂ່າວ SANA ກ່າວໃນລາຍງານ ຂ່າວດ່ວນສັ້ນໆ ໃນວັນ
ສຸກມື້ນີ້ວ່າ ນອກນັ້ນແລ້ວ ຍັງມີອີກ 50 ຄົນ ໄດ້ຮັບບາດເຈັບ ໃນ
ເຫດລະເບີດທີ່ບ້ານ al-Hurra.

ລາຍງານຂ່າວຂອງຊີເຣຍ ໄດ້ອ້າງຄຳເວົ້າຂອງຕຳຫຼວດທີ່ກ່າວວ່າ
ພວກກໍ່ການຮ້າຍໄດ້ບີບຄະນວນລະເບີດ ທີ່ຫ້າງໃສ່ລົດບັນທຸກທີ່
ລຳລຽງດິນລະເບີດປະມານ 3 ໂຕນຊຶ່ງໄດ້ທຳລາຍບ້ານເຮືອນເປັນ
ຈຳນວນຫຼວງຫຼາຍຢູ່ໃນບ້ານດັ່ງກ່າວ.

ເຈົ້າໜ້າທີ່ຊີເຣຍ ໃຊ້ຄຳວ່າພວກກໍ່ການຮ້າຍ ຊຶ່ງໝາຍເຖິງພວກຕໍ່ຕ້ານລັດຖະບານ ທີ່ພະຍາ ຍາມຫາທາງໂຄ່ນລົ້ມປະທານາທິບໍດີ Bashir al-Assad.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ໃຫ້ການຢືນຢັນກ່ຽວກັບການໂຈມຕີດັ່ງກ່າວນີ້ ແຕ່ເວົ້າວ່າ ມີ 37 ຄົນເສຍຊີວິດແລະ 40 ກວ່າຄົນໄດ້ຮັບບາດເຈັບ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ຊຶ່ງມີສຳນັກງານຕັ້ງຢູ່ອັງກິດກ່າວຕື່ມວ່າ ໂຕເລກຜູ້ເສຍຊີ ວິດມີທ່າທາງວ່າຈະເພີ້ມສູງຂຶ້ນ ໃນຂະນະທີ່ຫລາຍໆຄົນໄດ້ຮັບບາດ ເຈັບສາຫັດ ຍ້ອນການ ໂຈມຕີດ້ວຍລະເບີດ ໃນຕອນເຊົ້າມືດມື້ນີ້.

ກຸ່ມຕໍ່ຕ້ານລັດຖະບານແນວໂຮມປະສົມອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ ຕີດັ່ງກ່າວ ໂດຍກ່າວຜ່ານ Tweeter ວ່າ ຕົນໄດ້ແນເປົ້າໝາຍໃສ່ ການໂຮມຊຸມນຸມ ຂອງພວກ ຫົວຮຸນແຮງທີ່ນິຍົມລັດຖະບານ.

ມີຫຼາຍກວ່າ 150,000 ຄົນແລ້ວໄດ້ເສຍຊີວິດໃນບັນຫາຂັດແຍ້ງຊີເຣຍ ແລະມີຊາວຊີເຣຍ ປະ ມານ 2 ລ້ານ 5 ແສນຄົນ ໄດ້ຫລົບໜີ ໄປຢູ່ຕ່າງປະເທດ.
XS
SM
MD
LG