ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດວ່າ ຈະພົບກັບ ຝ່າຍຕໍ່ຕ້ານ ລັດຖະບານຊີເຣຍ


ນາຍົກລັດຖະມີຕີອັງກິດ ທ່ານ David Cameron (ທີສາມຂວາ) ຍ່າງໄປກັບ ລັດຖະມົນຕີກະຊວງການຕ່າງປະເທດຂອງຈໍແດນ ທ່ານ Nasser Judeh (ທີ 2 ຂາວ) ແລະ ຜູ້ຕາງໜ້າຂ້າຫລວງໃຫຍ່ສະຫະປະຊາຊາດ (UNHCR) ປະຈໍາຈໍແດນ ທ່ານ Andrew Harper (ຂວາ) ໃນຂະນະໄປຢ້ຽມສູນອົບພະຍົບ Al-Zaatriຂອງຊາວຊີເຣຍຢູ່ຈໍແດນ
ນາຍົກລັດຖະມີຕີອັງກິດ ທ່ານ David Cameron (ທີສາມຂວາ) ຍ່າງໄປກັບ ລັດຖະມົນຕີກະຊວງການຕ່າງປະເທດຂອງຈໍແດນ ທ່ານ Nasser Judeh (ທີ 2 ຂາວ) ແລະ ຜູ້ຕາງໜ້າຂ້າຫລວງໃຫຍ່ສະຫະປະຊາຊາດ (UNHCR) ປະຈໍາຈໍແດນ ທ່ານ Andrew Harper (ຂວາ) ໃນຂະນະໄປຢ້ຽມສູນອົບພະຍົບ Al-Zaatriຂອງຊາວຊີເຣຍຢູ່ຈໍແດນ
ອັງກິດເວົ້າວ່າ ຕົນຈະເລີ້ມທໍາການເຈລະຈາກັບຝ່າຍຕໍ່ຕ້ານ
ລັດຖະບານ ທີ່ ປະກອບອາວຸດໃນຊີເຣຍ ເພື່ອດໍາເນີນຄວາມ
ພະຍາຍາມ ໃນການຊອກຊ່ອງ ທາງແກ້ໄຂວິກິດການທາງການ
ເມືອງຂອງປະເທດດັ່ງກ່າວ.

ສຳນັກງານຂອງນາຍົກລັດຖະມີຕີອັງກິດ ທ່ານ David
Cameron ເວົ້າວ່າ ລັດຖະບານ ໄດ້ອະນຸມັດໃຫ້ມີການຕິດຕໍ່
ໂດຍກົງກັບພວກຜູ້ຕາງໜ້າທະຫານ ຂອງຝ່າຍຕໍ່ຕ້ານລັດຖະ
ບານຊີເຣຍແລ້ວ ແຕ່ກໍເວົ້າວ່າ ອັງກິດຈະບໍ່ໃຫ້ການຊ່ວຍເຫລືອ ທາງດ້ານທະຫານແກ່ພວກຝ່າຍຄ້ານເທື່ອ.

ທ່ານ Cameron ໄດ້ເດີນທາງໄປຢ້ຽມສູນອົບພະຍົບຂອງຊາວ
ຊີເຣຍຢູ່ຈໍແດນແລະໃນຂະນະທີ່ກໍາລັງສະແດງຄວາມຊົມເຊີຍຕໍ່ປະທານາທິບໍດີໂອບາມາ
ເນື່ອງ ໃນໂອກາດທີ່ທ່ານຖືກເລືອກຕັ້ງເຂົ້າຮັບຕຳແໜ່ງຕື່ມອີກນັ້ນ ທ່ານ Cameron ກໍໄດ້ ເວົ້າວ່າ ຊີເຣຍຈະເປັນບຸລິມະສິດ ທີ່ພວກທ່ານຈະສືບຕໍ່ດໍາເນີນງານຮ່ວມກັນ.

ບັນດາສະມາຊິກຂອງພວກຝ່າຍຕໍ່ຕ້ານລັດຖະບານຊີເຣຍ ກໍາລັງປະຊຸມກັນໃນອາທິດນີ້ ຢູ່ທີ່ປະເທດກາຕາ ພາຍໃຕ້ຄວາມກົດດັນໃຫ້ສ້າງຕັ້ງລັດຖະບານພັດຖິ່ນ ທີ່ເປັນຕົວແທນ ຢ່າງແທ້ຈິງຂອງປະຊາຊົນຂຶ້ນ.

ໃນຂະນະດຽວກັນ ການກໍ່ຄວາມຮຸນແຮງຢ່າງໜັກໜ່ວງ ກໍຍັງດຳເນີນຢູ່ຕໍ່ມາໃນຊີເຣຍ ຊຶ່ງ ໂທລະພາບຂອງລັດແລະພວກນັກເຄື່ອນໄຫວຕ່າງກໍລາຍງານວ່າ ມີການຍິງປືນຄົກ ແລະ ການລະດົມຍິງຢ່າງໜັກ ໃສ່ຄຸ້ມ Mezzen ໃນນະຄອນຫລວງດາມາສກັສ ໃນວັນພຸດມື້ນີ້.
ພວກນັກເຄື່ອນໄຫວກ່າວວ່າ ການສູ້ລົບກັນໃນວັນອັງຄານວານນີ້ ມີ 150 ຄົນ ເສຍຊີວິດ ຢູ່ໃນທົ່ວປະເທດ ຮວມທັງການບາດເຈັບລົ້ມຕາຍທີ່ເພີ້ມຂຶ້ນຈາກການໂຈມຕີທາງອາ ກາດ ການວາງລະເບີດ ແລະການສູ້ລົບທາງພາກພື້ນດິນ ທີ່ນະຄອນຫຼວງດາມັສກັສ ແລະເມືອງ Aleppo.
XS
SM
MD
LG