ໃນການໃຫ້ສໍາພາດຂ່າວທີ່ Tehran ເມື່ອວັນເສົາວານນີ້ ທ່ານ
Lakhdar Brahimi ເວົ້າວ່າ ການເຂົ້າຮ່ວມຂອງອິຣ່ານໃນອັນ
ທີ່ເອີ້ນວ່າ ກອງປະຊຸມ Geneva ສອງ ນັ້ນ ຖືວ່າ ເປັນເລຶ່ອງທໍາມະຊາດ ແລະ ຈໍາເປັນ.
ທ່ານ Brahimi ກ່າວຕື່ມວ່າ ທ່ານ ພັນຄີມູນ ເລຂາທິການໃຫຍ່ຢູເອັນ ແລະ ທ່ານ Nabil
el-Araby ເລຂາທິການສັນນິບາດຊາດອາຫຣັບ ກໍເຊື່ອເຊັ່ນກັນວ່າ ອິຣ່ານຄວນຈະເຂົ້າ
ຮ່ວມກອງປະຊຸມບັ້ນດັ່ງກ່າວນີ້ນໍາ.
ທ່ານ Brahimi ໄດ້ເວົ້າເລຶ່ອງນີ້ຫຼັງຈາກການເຈລະຈາກັບທ່ານ Mohammad Javad
Zarif ລັດຖະມົນຕີຕ່າງປະເທດອິຣ່ານ ທີ່ໄດ້ກ່າວ ວ່າ ອິຣ່ານຢາກຊ່ວຍຍຸຕິວິກິດການ
ຂອງຊີເຣຍ ໂດຍທາງການທູດ
ທ່ານ Brahimi ກ່າວໃນຕອນນຶ່ງວ່າ:
“ທ່ານພັນ ຄີມູນ ເລຂາທິການໃຫຍ່ຢູເອັນ ພ້ອມທັງເລຂາໃຫຍ່ສັນນິບາດຊາດອາຫຣັບ ທ່ານ el-Araby ໂຮມທັງຂ້າພະເຈົ້ານໍາ ພວກເຮົາທັງໝົດເຊື່ອວ່າ
ການເຂົ້າຮ່ວມຂອງອິຣ່ານ ໃນກອງປະຊຸມສັນຕິພາບ ທີ່ Geneva ຖືວ່າເປັນ
ເລຶ່ອງທໍາມະຊາດແລະຈໍາເປັນ ຕະຫຼອດທັງຈະໃຫ້ໝາກຜົນນໍາ. ສະນັ້ນ ພວກ
ເຮົາກໍຫວັງຢ່າງຍິ່ງ ຈະມີການເຊື້ອເຊີນອິຣ່ານ ໃຫ້ເຂົ້າຮ່ວມໃນກອງປະຊຸມ
ບັ້ນນີ້ນໍາ.”
ອິຣ່ານ ໄດ້ເປັນພັນທະມິດທີ່ສໍາຄັນ ຂອງປະທານາທິບໍດີ Bashar al-Assad ຕະຫຼອດ
ມາ ໃນລະຫວ່າງສົງຄາມກາງເມືອງຂອງຊີເຣຍນັ້ນ.
ທ່ານ Brahimi ກໍາລັງຢ້ຽມຢາມຂົງເຂດດັ່ງກ່າວ ເພື່ອສ້າງຄວາມສະໜັບສະໜຸນໃຫ້ແກ່
ກອງປະຊຸມ Geneva ສອງ ທີ່ຈະແນເປົ້າໝາຍໃສ່ການຈັດຕັ້ງລັດຖະບານຊົ່ວຄາວຂຶ້ນ
ມາບໍລິຫານຊີເຣຍ ແລະກະກຽມຊີເຣຍສໍາ ລັບການເລືອກຕັ້ງເພື່ອປະຊາທິປະໄຕ.
ສົງຄາມໃນຊີເຣຍ ໄດ້ສັງຫານຜູ້ຄົນໄປແລ້ວ ຫຼາຍກວ່າ ນຶ່ງແສນຄົນ ແລະເຮັດໃຫ້ອີກ
ຫຼາຍລ້ານຄົນພັດພາກຈາກຖິ່ນຢູ່ອາໄສ ນັບຕັ້ງແຕ່ໄດ້ເລີ້ມຕົ້ນຂຶ້ນ ເດືອນມີນາ ປີ 2011 ເປັນຕົ້ນມາ.