ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະທານາທິບໍດີ ໂອບາມາ ຫາລື ເລື່ອງຊີເຣຍ ກັບ ສະພາ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຈະ​ໄປ
ລັດຖະສະພາ​ ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ພົບ​ປະ​ ກັບບັນດາ
​ສະມາຊິກ​ສະພາ ຫຼັງ​ຈາກໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງຣັດເຊຍ
​ຢ່າງລະມັດລະວັງ ເພື່ອ​ເຂົ້າຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃຫ້​ແກ່​
ອາວຸດ​ເຄມີຂອງ​ຊີ​ເຣຍໂດຍ​ ທີ່​ສະຫະລັດບໍ່​ຈຳ​ເປັນ​ຕ້ອງ​ໄດ້
​ທຳ​ການໂຈມ​ຕີ​ທາງ​ອາກາດ​.

ທ່ານ Obama ​ໄດ້​ວິ່ງ​ເຕັ້ນຊັກ​ຊວນ​ໃຫ້​ບັນດາ​ສະມາຊິກ​
ລັດຖະສະພາ ໃຫ້ການ​ສະໜັບ​ສະ​ໜູນຕໍ່​ມາດ​ຕະການ ​
ເພື່ອ​ອະນຸຍາດ​ໃຫ້​ໃຊ້​ກໍາລັງທະຫານສະຫະລັດນັ້ນ ​
ແຕ່​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ໄດ້​ກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ
​ຢ່າງ​ຖ້ວມ​ລົ້ນຢາກ​ໃຊ້​ຊ່ອງ​ທາງ​ດ້ານ​ການ​ທູດ ​ເພື່ອສະກັດ​ກັ້ນບໍ່​ໃຫ້​ຊີ​ເຣຍ​ໃຊ້​ອາວຸດ​ເຄມີ.


ນອກ​ນັ້ນປະທານາທິບໍດີ ຍັງໃຫ້​ຂໍ້​ສັງ​ເກດ ໃນ​ລະຫວ່າງການ​ໃຫ້​ສໍາພາດຫຼາຍໆຄັ້ງ ​ໃນ​ມື້
ວັນ​ຈັນ​ວານ​ນີ້ວ່າ ຊາວ​ອາ​ເມຣິກັນສ່ວນ​ໃຫຍ່​ນັ້ນ ບໍ່​ຕ້ອງການ​ຢາກໃຫ້​ສະຫະລັດໃຊ້​ມາດ
ຕະການທາງ​ທະຫານ. ທ່ານຍັງ​ຈະ​ໃຊ້​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ໃນ​ຕອນ​ແລງ​
ຂອງ​ວັນ​ອັງຄານ​ຄືນ​ນີ້ ເພື່ອ​ອະທິບາຍ​ໃຫ້​ປະຊາຊົນ​ຊາບ​ກ່ຽວ​ກັບ​ສະຖານະ​ການ.

ທ່ານ Obama ​ໄດ້ເອີ້​ນ​ແຜນການຂອງຣັດ​ເຊຍ ທີ່​ຈະ​ນໍາ​ເອົາຄັງ​ອາວຸດເຄມີ​ຂອງ​ຊີ​ເຣຍ ມາ​ຢູ່​
ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ນາໆ​ຊາດ​ນັ້ນວ່າ ອາດ​ເປັນຄວາມ​ກ້າວໜ້າ ​ແຕ່​ກໍ​ກ່າວ​ຢໍ້າ ວ່າ
ມັນ​ຈະ​ມີ​ຂຶ້ນບໍ່​ໄດ້ ​ໂດຍ​ປາດ​ສະ​ຈາກ​ການ​ຂົ່ມຂູ່​ທີ່​ຈະ​ໃຊ້​ກຳລັງ​ທະຫານ.​

ທ່ານ​ຮັບ​ຮູ້​ວ່າ ​ມັນ​ອາດ​ຈະ​ບໍ່ໄດ້​ຮັບການ​ສະໜັບ​ສະ​ໜຸນ​ຢ່າງ​ພຽງພໍຈາກສະມາຊິກ​ລັດຖະສະພາ​
​ເພື່ອ​ຮັບ​ຜ່ານ​ຂໍ້​ສະ​ເໜີ​ທີ່ອະນຸມັດ​ໃຫ້​ສະຫະລັດ​ທຳ​ການໂຈມ​ຕີ​ທາງ​ອາກາດ ໄດ້ນັ້ນ. ມະຕິ​ຂອງ​
ສະພາ​ສູງ​ສະຫະລັດ ຈະໃຫ້​ເວລາ​ແກ່​ທ່ານ Obama ​ແຕ່ 90 ວັນ ເພື່ອ​ທຳ ​ການ​ໂຈມ​ຕີ​ດັ່ງກ່າວ​ນີ້
​ແຕ່ບໍ່​ໄດ້​ອະນຸຍາດ​ໃຫ້​ໃຊ້​ກຳລັງ​ພາກພື້ນດິນ.

ສະພາສູງ​ສະຫະລັດ ຈະ​ທໍາ​ການ​ລົງ​ຄະແນນ​ສຽງເບື້ອງ​ຕົ້ນໃນວັນ​ພຸດ​ມື້​ອື່ນ​ນີ້ ​ແຕ່ຜູ້ນຳ​ສຽງ
ສ່ວນ​ຫຼາຍ​ໃນ​ສະພາ​ສູງ ທ່ານ Harry Reid ໄດ້​ເລື່ອນ​ເວລາ ໃນການລົງຄະແນນສຽງໃນແລງ
ວັນຈັນວານນີ້ ເພື່ອໃຫ້ເວລາຕື່ມສຳລັບ​ພິຈາລະນາຂໍ້ສະເໜີ​ໃໝ່​ຂອງຣັດເຊຍ.

Obama: Syria Could Prevent Airstrikes by Turning Over Chemical Weapons
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ


XS
SM
MD
LG