ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກແຕ້ມກາຕູນ ທີ່ມີຊື່ສຽງ ຂອງຊີເຣຍ ຖືກທຸບຕີ


ນັກແຕ້ມຮູບກາຕູນທີ່ມີຊື່ສຽງຂອງຊີເຣຍ ທ່ານ Ali Ferzat ທີ່ນະຄອນຫຼວງ Damascus (14 ສິງຫາ 2011)
ນັກແຕ້ມຮູບກາຕູນທີ່ມີຊື່ສຽງຂອງຊີເຣຍ ທ່ານ Ali Ferzat ທີ່ນະຄອນຫຼວງ Damascus (14 ສິງຫາ 2011)

ກຳລັງຮັກສາຄວາມປອດໄພຂອງຊີເຣຍໄດ້ໂຈມຕີນັກແຕ້ມຮູບກາຕູນທາງການເມືອງທີ່ມີຊື່
ສຽງໂດ່ງດັງທີ່ສຸດໃນປະເທດ ໂດຍໄດ້ທຸບຕີຜູ້ກ່ຽວບາດເຈັບສາຫັດຈົນໄດ້ເຂົ້າຮັບການປິ່ນ
ປົວຢູ່ທີ່ໂຮງໝໍ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດເວົ້າວ່າ ຄົນທີ່ຜ່ານໄປມາໄດ້ພົບເຫັນທ່ານ Ali Ferzat
ທີ່ຫົນທາງສາຍນຶ່ງ ນອກນະຄອນຫຼວງ Damascus ຫຼັງຈາກທ່ານໄດ້ຖືກລັກພາໂຕໄປ
ຖືກທຸບຕີ ແລ້ວກໍນຳໄປໂຍນລົງແຄມທາງ.

ຍາດພີ່ນ້ອງຂອງທ່ານ Ferzat ກ່າວຕໍ່ສື່ມວນຊົນຕາເວັນຕົກວ່າ ພວກໂຈມຕີໄດ້ຂູ່ວ່າຈະ
ຫັກກະດູກທ່ານ ຂະນະທີ່ພວກເຂົາເຕືອນທ່ານໃຫ້ຢຸດເຊົາແຕ້ມຮູບກາຕູນກ່ຽວກັບເຈົ້າໜ້າ
ທີ່ລັດຖະບານ.

ຕາໜ່າງໂທລະພາບພາສາອາຣັບ Al-Jazeera ໄດ້ອອກອາກາດຮູບຜູ້ຊາຍຄົນນຶ່ງທີ່ໂທລະ
ພາບລະບຸວ່າແມ່ນທ່ານ Ferzat ນອນຢູ່ຕຽງໃນໂຮງໝໍແຫ່ງນຶ່ງທີ່ໜ້າຂອງທ່ານໄດ້ບວມຊໍ້າ ຢ່າງໜັກແລະມືກໍຮໍາດ້ວຍຜ້າຮໍາບາດ.

ໃນອີກດ້ານນຶ່ງນັ້ນ ພວກນັກເຄື່ອນໄຫວກ່າວວ່າ ລົດຖັງຂອງຊີເຣຍ ໄດ້ລະດົມຍິງເຂົ້າໃສ່
ບໍລິເວນໃກ້ໆເມືອງ Deir al-Zour ໃນພາກຕາເວັນອອກຂອງຊີເຣຍ ຊຶ່ງເປັນຈຸດລະເບີດ
ຈຸດນຶ່ງໃນການລຸກຮືຂຶ້ນເປັນເວລາ 5 ເດືອນຢູ່ໃນຊີເຣຍນັ້ນ.

XS
SM
MD
LG