ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູໂຣບ ຂະຫຍາຍ ການລົງໂທດ ຕໍ່ຊີເຣຍ


ທະຫານຊີເຣຍ ທີ່ທຳການປາບປາມປະຊາຊົນ
ທະຫານຊີເຣຍ ທີ່ທຳການປາບປາມປະຊາຊົນ

ໃນວັນພຸດວານນີ້ ສະຫະພາບຢູໂຣບໄດ້ຂະຫຍາຍການລົງໂທດຕໍ່ຊີເຣຍອອກ​ໄປ​ໂດຍແນເປົ້າ
ໝາຍໃສ່ກົມກອງນຶ່ງ ຂອງກຳລັງພິທັກປະຕິວັດ ທີ່ມີອິດທິພົນຂອງອີຣ່ານ ຍ້ອນບົດບາດໃນ
ການໃຫ້ຄວາມຊ່ອຍເຫຼືອແກ່ກຳລັງຮັກສາຄວາມໝັ້ນຄົງຂອງຊີເຣຍ ທັບມ້າງການລຸກຮືຂຶ້ນຕໍ່
ຕ້ານປະທານາທິບໍດີ Bashar al-Assad ທີ່ດຳເນີນມາ ໄດ້ 5 ເດືອນແລ້ວນັ້ນ.

ຖະແຫຼງການຂອງສະຫະພາບຢູໂຣບກ່າວວ່າ ກອງກຳລັງ al-Quds ທີ່ມີອິດທິພົນ ຂອງອີ
ຣ່ານໄດ້ໃຫ້ການຊ່ອຍເຫຼືອ ທາງດ້ານເທັກນິກ ອຸບປະກອນ ແລະການສະໜັບສະໜຸນອື່ນໆ ແກ່ກອງກຳລັງຮັກສາຄວາມສະຫງົບຂອງຊີເຣຍ ເພື່ອກົດຂີ່ປາບປາມຂະບວນການປະທ້ວງ
ຂອງພົນລະເຮືອນ.

ສ່ວນເປົ້່າໝາຍອື່ນໆທີ່ຢູ່ໃນບັນຊີດຳຂອງສະຫະພາບຢູໂຣບແມ່ນຮວມທັງນາຍພົນຫຼາຍໆ
ຄົນຂອງຊີເຣຍ ອະດີດລັດຖະມົນຕີປ້ອງກັນປະເທດ ແລະທູດພິເສດ ຂອງປະທານາທິບໍດີ
Assad ທ່ານ Hassan Turkmani ຕະຫຼອດທັງເພື່ອນຮ່ວມງານທີ່ໃກ້ຊິດອື່ນໆອີກຂອງ
ທ່ານ Maher ນ້ອງຊາຍປະທານາທິບໍດີ Assad.

ຂະນະດຽວກັນ ອົງການຂ່າວ SANA ຂອງທາງການຊີເຣຍແຈ້ງວ່າ ບັນດາກຸ່ມກໍ່ການຮ້າຍ
ປະກອບອາວຸດໄດ້ສັງຫານທະຫານຊີເຣຍ 8 ຄົນຮວມທັງນາຍທະຫານຄົນນຶ່ງໃນລະຫວ່າງ
ການດັກສະກັດໂຈມຕີລົດທະຫານ 2 ຄັ້ງ. ອົງການຂ່າວຂອງຊີເຣຍຍັງເວົ້າວ່າພວກທະຫານ
ໄດ້ຖືກຂ້າຕາຍ ໃນວັນພຸດວານນີ້ຢູ່ທີ່ 2 ຫົວເມືອງໃກ້ໆເມືອງ Homs ໃນພາກກາງຂອງຊີ
ເຣຍ.

XS
SM
MD
LG