ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍຍັງສືບຕໍ່ປາບປາມ ພວກຕໍ່ຕ້ານລັດຖະບານ (ເບິ່ງວີໂອເອ)


ລົດຖັງຊີເຣຍທີ່ພວມລາດຕະເວນຢູ່ຕາມຖະໜົນສຳຄັນສາຍນຶ່ງໃນຄຸ້ມ Khalidiya ຂອງເມືອງ Homs ຊຶ່ງເປັນ ສູນກາງໃນການປະທ້ວງຕໍ່ຕ້ານລັດຖະບານ (19 ສິງຫາ 2011)
ລົດຖັງຊີເຣຍທີ່ພວມລາດຕະເວນຢູ່ຕາມຖະໜົນສຳຄັນສາຍນຶ່ງໃນຄຸ້ມ Khalidiya ຂອງເມືອງ Homs ຊຶ່ງເປັນ ສູນກາງໃນການປະທ້ວງຕໍ່ຕ້ານລັດຖະບານ (19 ສິງຫາ 2011)

ພວກນັກເຄື່ອນໄຫວຊີເຣຍກ່າວວ່າ ລັດຖະບານຂອງປະທານາທິບໍດີ Bashar al-Assad ຍັງສືບຕໍ່ທຳການປາບປາມພວກປະທ້ວງທັງໆທີ່ສະຫະລັດແລະຢູໂຣບໄດ້ຮຽກຮ້ອງໃຫ້ທ່ານ ສະລະອຳນາດແລ້ວກໍຕາມ.

ພວກນັກເຄື່ອນໄຫວກ່າວວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ຍິງປືນເຂົ້າໃສ່ປະ
ຊາຊົນທີ່ເມືອງ Homs ໃນພາກກາງຂອງປະເທດໃນຄືນວັນພະຫັດວານນີ້ເຮັດໃຫ້ຜູ້ເສຍ
ຊີວິດນຶ່ງຄົນ. ການຍິງປືນໃສ່ປະຊາຊົນຢູ່ທີ່ເມືອງ Homs ຍັງໄດ້ຍິນຢູ່ຕໍ່ມາໃນວັນສຸກມື້ນີ້. ພວກຈັດການໂຮມຊຸມປະທ້ວງໄດ້ຮຽກຮ້ອງໃຫ້ມີການເດີນຂະບວນໃນທົ່ວປະເທດລຸນຫຼັງ ພິທີສວດມົນພາວະນາໃນວັນສຸກມື້ນີ້.

ລາຍງານຂ່າວກ່ຽວກັບການກໍ່ຄວາມຮຸນແຮງ ຍັງດຳເນີນຢູ່ຕໍ່ມາ ຫຼັງຈາກປະທານາທິບໍດີ
Assad ແຈ້ງໃຫ້ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon
ຊາບໃນມື້ວັນພຸດຜ່ານມານີ້ວ່າ ການປະຕິບັດງານຂອງພວກທະຫານ ແລະຕຳຫຼວດໄດ້ຍຸ
ຕິລົງແລ້ວ.

ສະຫະລັດກະປະມານວ່າລັດຖະບານຂອງທ່ານ Assad ເປັນຜູ້ຮັບຜິດຊອບຕໍ່ການເສຍ
ຊີວິດຂອງປະຊາຊົນ ຫຼາຍກວ່າ 2,000 ຄົນ ນັບແຕ່ການປະທ້ວງຕໍ່ຕ້ານການປົກຄອງ
ຂອງທ່ານໄດ້ເລີ່ມຂຶ້ນໃນເດືອນມີນາຜ່ານມາ. ໃນມື້ວານນີ້ປະທານາທິບໍດີສະຫະລັດທ່ານ
ບາຣັກໂອບາມາ ໄດ້ອອກຄຳຮຽກຮ້ອງໂດຍກົງເປັນເທື່ອທຳອິດໃຫ້ທ່ານ Assad ສະລະ
ອຳນາດໂດຍເວົ້າວ່າ ການຮຽກຮ້ອງໃຫ້ຜູ້ນຳ ຊີເຣຍເປີດການເຈລະຈາຫາລືແລະທຳການ
ປະຕິຮູບນັ້ນ ແມ່ນບໍ່ໄດ້ຮັບການເອົາຈິດໃສ່ໃຈຊາ ຂະນະທີ່ທ່ານ ທຳການຈັບກຸມຄຸມຂັງ
ທໍລະມານ ແລະສັງຫານປະຊາຊົນຂອງຕົນ.

ສະຫະພາບຢູໂຣບ ອັງກິດ ຝຣັ່ງ ເຢຍຣະມັນ ແລະການາດາ ກໍໄດ້ຮຽກຮ້ອງໃຫ້ ທ່ານ
Assad ສະລະອຳນາດເຊັ່ນດຽວກັນ ໂດຍທີ່ທ່ານນາງ Catherine Ashton ຫົວໜ້າ ນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບກ່າວວ່າທ່ານໄດ້ສູນເສຍຄວາມຖືກ ຕ້ອງຊອບທຳໃນການປົກຄອງປະເທດຢ່າງຊິ້ນເຊີງແລ້ວ. ທ່ານນາງເວົ້າວ່າ ສະຫະພາບ ຢູໂຣບພວມກະກຽມທີ່ຈະຂະຫຍາຍການລົງໂທດຕໍ່ປະເທດຊີເຣຍ.

ທ່ານໂອບາມາຍັງໄດ້ປະກາດການລົງໂທດຮອບໃໝ່ ຕໍ່ລັດຖະບານຂອງທ່ານ Assad ໂດຍສັ່ງໃຫ້ຢຶດຊັບສິນຂອງລັດຖະບານຊີເຣຍ ຢູ່ໃນສະຫະລັດ ຫ້າມບໍ່ໃຫ້ປະຊາຊົນອະ ເມຣິກັນດຳເນີນການຫຼືທຳການລົງທຶນຢູ່ໃນຊີເຣຍ ແລະຫ້າມບໍ່ໃຫ້ສະຫະລັດນຳເຂົ້າຜະ
ລິດຕະພັນນໍ້າມັນຂອງຊີເຣຍ.

ເບິ່ງວີດີໂອກ່ຽວກັບອົບພະຍົບຊີເຣຍ:

XS
SM
MD
LG