ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ກ່າວຕໍ່ປະທານາທິບໍດີ
ຊີເຣຍ ທ່ານ Bashar al-Assad ວ່າ ທ່ານມີຄວາມຕື່ນຕົກໃຈ ນໍາລາຍງານຂ່າວທີ່ວ່າ ກຳລັງຮັກສາຄວາມສະຫງົບຂອງລັດຖະບານຊີເຣຍໄດ້ ໃຊ້ກຳລັງເກີນຂອບເຂດຕໍ່ປະຊາຊົນ ແລະສືບຕໍ່ການລ່ວງລະເມີດສິດທິມະນຸດໃນຂອບເຂດທີ່ກວ້າງຂວາງ.
ທ່ານ Ban ໄດ້ໂອ້ລົມທາງໂທລະສັບໃນມື້ວັນພຸດວານນີ້ກັບປະທານາທິບໍດີ Assad ທີ່ເວົ້າ
ວ່າ ການປະຕິບັດງານຂອງພວກທະຫານແລະຕຳຫຼວດໄດ້ຍຸຕິລົງແລ້ວ.
ໂຄສົກຄົນນຶ່ງຂອງເລຂາທິການໃຫຍ່ສະຫະປະຊາຊາດກ່າວວ່າ ທ່ານ Ban ຍັງສືບຕໍ່ຮຽກ
ຮ້ອງໃຫ້ທຳການສືບສວນຢ່າງເປັນອິດສະຫຼະ ເບິ່ງການກໍ່ຄວາມຮຸນແຮງຢູ່ໃນຊີເຣຍ ແລະ
ໃຫ້ຊີເຣຍຮ່ວມມືກັບສະພາສິດທິມະນຸດຂອງອົງການສະຫະປະຊາຊາດ.
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ມີກຳນົດທີ່ຈະຮັບຟັງຄຳໃຫ້ການຂອງທ່ານ
ນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງສະຫະປະຊາຊາດ ໃນວັນພະຫັດ
ມື້ນີ້ ຊຶ່ງຄາດວ່າ ທ່ານນາງຈະຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ນຳສະເໜີເລື່ອງຊີເຣຍຕໍ່
ສານອາຍາສາກົນ.
ສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວໃນວັນພະຫັດມື້ນີ້ວ່າ ຕົນຈະຈັດ
ປະຊຸມນັດພິເສດຂຶ້ນໃນມື້ວັນຈັນຈະມາເພື່ອສຳຫຼວດກວດກາເບິ່ງຄວາມຮຸນແຮງໃນຊີເຣຍ
ລຸນຫຼັງທີ່ໄດ້ມີການຮ້ອງຂໍ ຈາກ 24 ປະເທດສະມາຊິກ ຊຶ່ງພວກປະເທດທີ່ຮ້ອງຂໍນັ້ນມີ
ຮວມທັງ 4 ປະເທດອາຣັບທີ່ເປັນສະມາຊິກຂອງສະພາກໍຄື ຈໍແດນ ຄູເວດ ກາຕ້າແລະ
ຊາອຸດີອາເຣເບຍ.
ໂຄສົກຂອງທ່ານ Ban ເວົ້າວ່າ ທ່ານ Assad ຍັງໃຫ້ຄຳໝັ້ນສັນຍາວ່າຈະທຳການປະຕິ
ຮູບຫຼາຍໆຢ່າງໃນໄລຍະຫຼາຍໆເດືອນຕໍ່ໜ້ານີ້ ຮວມທັງການດັດແປງແກ້ໄຂລັດຖະທຳມະ
ນູນຂອງປະເທດ ແລະຈັດການເລືອກຕັ້ງສະພາແຫ່ງຊາດ.
ຂະນະດຽວກັນ ສື່ມວນຊົນຂອງປະເທດຕາເວັນຕົກ ກ່າວວ່າ ທຳນຽບຂາວພວມກະກຽມ
ຈະຮຽກຮ້ອງໃຫ້ທ່ານ Assad ລາອອກ. ການເຄື່ອນໄຫວທີ່ວ່ານີ້ອາດຈະມີຂຶ້ນພາຍໃນ ມື້ນີ້ກໍເປັນໄດ້ແລະອາດຈະຮວມທັງແຜນການລົງໂທດຮອບໃໝ່ຕໍ່ປະເທດຊີເຣຍນຳດ້ວຍ.