ກອງກຳລັງ ຊີເຣຍ ໄດ້ລະດົມຍິງໂຈມຕີໃສ່ສູນອົບພະຍົບຫຼືຜູ້ພັດພາກຈາກທີ່ຢູ່ອາໄສ ໃນແຂວງ ອິດລິບ ທີ່ຖືກຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ ໃນວັນພຸດວານນີ້, ສັງຫານພົນລະເຮືອນຢ່າງໜ້ອຍ 15 ຄົນ, ອີງຕາມການກ່າວຂອງນັກເຄື່ອນໄຫວຕໍ່ຕ້ານລັດຖະບານ.
ລູກສອນໄຟໄດ້ເຮັດໃຫ້ຕູບຜ້າຈຳນວນຫຼາຍຖືກໄຟໄໝ້, ລູກສອນໄຟສອງລູກໄດ້ຕົກຢູ່ບໍ່ໄກຈາກໂຮງໝໍແມ່ ໃນສູນດັ່ງກ່າວທີ່ເມືອງ ກາ, ໃກ້ເກັບເຂດຊາຍແດນ ເທີກີ.
ກຸ່ມກູ້ໄພໝວກກັນກະທົບສີຂາວເວົ້າວ່າ ເດັກນ້ອຍຫົກຄົນແມ່ນລວມຢູ່ໃນຜູ້ເສຍຊີວິດນັ້ນ.
ແຂວງອິດລິບ ໃນພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ແມ່ນພາກສ່ວນແຫ່ງສຸດທ້າຍຂອງປະເທດ ທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຕໍ່ຕ້ານລັດຖະບານ.
ສັນຍາສະຫງົບເສິກທີ່ ຣັດເຊຍ ເປັນຜູ້ໄກ່ເກ່ຍໃນເດືອນສິງຫາທີ່ຜ່ານມາ ທີ່ມີຈຸດປະສົງທີ່ຈະຫຼຸດຜ່ອນການໂຈມຕີຈາກທັງສອງຝ່າຍນັ້ນ ແມ່ນໄດ້ພັງເກືອບໝົດແລ້ວ.