ລູກສອນໄຟຫຼາຍລູກ ໄດ້ຍິງຖະຫຼົ່ມຖານທັບຂອງທະຫານຊີເຣຍຫຼາຍແຫ່ງຢູ່ໃນເມືອງ
ຮາມາ ແລະອາແລັບໂປ ໃນຕອນບ່າຍວັນອາທິດວານນີ້ ຊຶ່ງສະຖານີໂທລະພາບ
ຂອງທາງການຊີເຣຍເອີ້ນວ່າ “ການຮຸກຮານເທື່ອ ໃໝ່” ຂອງພວກສັດຕູຂອງຕົນ.
ບັນດາເຈົ້າໜ້າທີ່ຂອງຊີເຣຍ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບວ່າ ຜູ້ໃດເປັນຜູ້ຮັບຜິດ
ຊອບຕໍ່ການໂຈມຕີນັ້ນ ແລະກໍບໍ່ໄດ້ບອກໃຫ້ຮູ້ເຊັ່ນກັນວ່າ ມີການເສຍຫາຍ ຫຼື ການ
ເສຍຊີີວິດຫລືບໍ່.
ແຕ່ວ່າອົງການສິ້ງຊອມດ້ານສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນປະເທດ
ອັງກິດ ໄດ້ກ່າວວ່າ ການໂຈມຕີທາງອາກາດຫຼາຍບັ້ນ ອາດເປັນການດຳເນີນການ
ຂອງອິສຣາແອລ ນັ້ນໄດ້ສັງຫານພວກນັກລົບທີ່ສະໜັບສະໜູນລັດຖະບານ 26 ຄົນ ຊຶ່ງສ່ວນໃຫຍ່ແມ່ນຊາວອີຣ່ານ.
ອົງການດັ່ງກ່າວໄດ້ກ່າວເວົ້າອີກວ່າ ຈະຫຼວດເຫລົ່ານັ້ນໄດ້ແນເປົ້າໝາຍໃສ່ຖານ
ທັບອາກາດຂອງຊີເຣຍ ທີ່ນຳໃຊ້ໂດຍອີຣ່ານເມື່ອຕົ້ນເດືອນນີ້. ຊຶ່ງອີຣ່ານກ່າວວ່າ
ມີຊາວອີຣ່ານ 7 ຄົນ ໄດ້ເສຍຊີວິດໄປ.
ອິສຣາແອລ ໄດ້ເຕືອນວ່າ ຕົນຈະຕອບໂຕຢ່າງຮຸນແຮງໃນເວລາໃດກໍຕາມທີ່ຕົນເຊື່ອ
ວ່າ ອາດມີການໂຈມຕີຕໍ່ຜືນແຜ່ນດິນຂອງຕົນ ຫຼື ເຮືອບິນຂອງຕົນ. ອິສຣາແອລ ຍັງໄດ້
ຖິ້ມໂທດໃສ່ອີຣ່ານ ທີ່ໄດ້ປະກອບອາວຸດໃຫ້ແກ່ພວກທະຫານບ້ານຂອງກຸ່ມເຮັສໂບລາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ