ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ OPCW ກ່າວວ່າ ເປັນໄປໄດ້ສູງ ທີ່ ແກັສຄລໍຣີນ ຖືກໃຊ້ ໃນການໂຈມຕີ ຢູ່ຊີເຣຍ


ພວກລົນຍົນຂອງ ສະຫະປະຊາ ທີ່ບັນທຸກ ພວກເຈົ້າໜ້າທີ່ສືບສວນ ຂອງອົງການເກືອດຫ້າມການນຳໃຊ້ອາວຸດເຄມີ ຫຼື OPCW ແມ່ນສາມາດເຫັນໄດ້ ຢູ່ໃນນະຄອນລວງ ດາມາກັສ ຂອງຊີເຣຍ, ວັນທີ 18 ເມສາ 2018.
ພວກລົນຍົນຂອງ ສະຫະປະຊາ ທີ່ບັນທຸກ ພວກເຈົ້າໜ້າທີ່ສືບສວນ ຂອງອົງການເກືອດຫ້າມການນຳໃຊ້ອາວຸດເຄມີ ຫຼື OPCW ແມ່ນສາມາດເຫັນໄດ້ ຢູ່ໃນນະຄອນລວງ ດາມາກັສ ຂອງຊີເຣຍ, ວັນທີ 18 ເມສາ 2018.

ອົງການເກືອດຫ້າມການນຳໃຊ້ອາວຸດເຄມີ ຫຼື OPCW ໄດ້ກ່າວໃນວັນພຸດມື້ນີ້ ວ່າ ຄະນະ
ສືບສວນຂອງຕົນ ໄດ້ລົງຄວາມເຫັນວ່າ ມີຄວາມເປັນໄປໄດ້ສູງທີ່ສານຄລໍຣີນ ໄດ້ຖືກນຳ
ໃຊ້ ໃນການໂຈມຕີ ເມື່ອເດືອນກຸມພາປີກາຍນີ້ ຢູ່ທາງພາກເໜືອຂອງຊີເຣຍ.

ກຸ່ມດັ່ງກ່າວ ໄດ້ອ້າງອີງລາຍງານຂອງຕົນ ບົນພື້ນຖານການສຳພາດ ກັບພວກເຈົ້າໜ້າທີ່
ສາທາລະນະສຸກ ແລະ ພວກຜູ້ເຫັນເຫດການ ພ້ອມດ້ວຍການກວດສອບ ເບິ່ງຕົວຢ່າງ
ທັງຫຼາຍ ຈາກສະຖານທີ່ເກີດການໂຈມຕີ ທີ່ເມືອງຊາຣາເຄັບ ແຂວງອິດລິບ ຂອງຊີເຣຍ.

ໃນເວລານັ້ນ ກຸ່ມການແພດຕ່າງໆແລະບັນດາເຈົ້າໜ້າທີ່ສຸກເສີນ ໄດ້ລາຍງານວ່າ ພວກ
ພົນລະເຮືອນ ໄດ້ມີອາການທີ່ສອດຄ່ອງກັບ ຖືກແກັສຄລໍຣີນ ໂດຍລວມມີບັນຫາ ໃນ
ການຫາຍໃຈຕ່າງໆ ແລະ ກິ່ນຂອງສານຄລໍຣີນ ຕິດຢູ່ນຳເຄື່ອງນຸ່ງ ຂອງພວກເຂົາເຈົ້າ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໄດ້
ກ່າວຫາວ່າ ກຳລັງຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ-ອາຊາດ ໄດ້ທຳການ
ໂຈມຕີ ດ້ວຍອາວຸດເຄມີ ຕໍ່ພື້ນທີ່ ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານດັ່ງກ່າວ.

ຂອບເຂດໃນການສືບສວນຂອງອົງການ OPCW ແມ່ນເພື່ອລົງຄວາມເຫັນ ແຕ່ພຽງວ່າ
ໄດ້ມີການນຳໃຊ້ອາວຸດເຄມີ ຫຼືບໍ່ ແລະ ບໍ່ລວມເຖິງການລະບຸວ່າ ຜູ້ໃດເປັນຜູ້ຮັບຜິດຊອບ.

ລັດຖະບານຂອງຊີເຣຍ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ຕໍ່ການນຳໃຊ້ອາວຸດເຄມີ ໃນໄລຍະ
ຕະຫຼອດບັນຫາຂັດແຍ້ງ ທີ່ໄດ້ເລີ້ມຂຶ້ນໃນເດືອນມີນາປີ 2011.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG