ການພາດເສັ້ນຕາຍໃນວັນທີ 30 ເດືອນມິຖຸນາ ເພື່ອໃຫ້ກໍາ ຈັດອາວຸດ
ເຄມີຂອງຕົນ.
ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen
Psaki ກ່າວໃນວັນສຸກ ວານນີ້ວ່າ ຊີເຣຍມີການຊັກຊ້າຢ່າງໃຫຍ່່
ກ່ຽວກັບໝາຍກຳນົດ ໃນການທຳລາຍອາວຸດເຄມີ.
ທ່ານນາງກ່າວວ່າ ເຖິງຢ່າງໃດກໍດີສະຫະລັດຈະກົດດັນໃຫ້ຊີເຣຍ
ເອົາບາດກ້າວ ເພື່ອເລັ່ງລັດຂັ້ນຕອນການດຳເນີນງານ ໃຫ້ທັນເວ
ລາກັບເສັ້ນຕາຍນັ້ນ ແມ່ນຍັງເປັນໄປໄດ້ຢູ່.
ທ່ານນາງ Psaki ກ່າວວ່າ ມາຮອດວັນສຸກວານນີ້ ໜ້ອຍກວ່າ 1 ສ່ວນ 3 ຂອງເຄື່ອງອຸບປະ
ກອນອາວຸດເຄມີຂອງຊີເຣຍ ໄດ້ຖືກຍົກຍ້າຍອອກຈາກປະເທດ ແລະລັດຖະບານ ໄດ້ພາດເປົ້າໝາຍທີ່ສຳຄັນໄລຍະກາງສອງຄັ້ງ.
ຊີເຣຍ ໄດ້ຕົກລົງທຳລາຍອາວຸດເຄມີຂອງຕົນ ເພື່ອຫລີກລ້ຽງການໂຈມຕີທາງທະຫານຈາກ ສະຫະລັດທີ່ອາດຈະມີຂຶ້ນ ຫລັງຈາກໄດ້ມີການໂຈມຕີດ້ວຍອາວຸດເຄມີໃສ່ພົນລະເຮືອນໃນ ເດືອນສິງຫາປີກາຍນີ້ ຢູ່ນອກນະຄອນຫລວງ Damascus. ມີຫລາຍກວ່າ 1,400 ຄົນໄດ້
ເສຍຊີວິດ.
ຊີເຣຍ ໄດ້ຖິ້ມໂທດການໂຈມຕີດັ່ງກ່າວໃສ່ພວກຕໍ່ຕ້ານລັດຖະບານທີ່ພວມຕໍ່ສູ້ເພື່ອໂຄ່ນລົ້ມ
ປະທານາທິບໍດີ Bashar al-Assad.