ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຊີເຣຍ ບຸກໂຈມຕີ ຕໍ່ເຂດກູຕາ ທີ່ໝັ້ນ ແຫ່ງສຸດທ້າຍ ຂອງພວກຕໍ່ຕ້ານ


ລົດເມ ພວມຂົນເອົາ ພວກນັກລົບ ຈາອີດ ອາລ-ອິສລາມ​ ແລະ ຄອບຄົວເຂົາເຈົ້າ ອອກໄປຈາກທີ່ໝັ້ນ ໃນເມືອງດູມາ.
ລົດເມ ພວມຂົນເອົາ ພວກນັກລົບ ຈາອີດ ອາລ-ອິສລາມ​ ແລະ ຄອບຄົວເຂົາເຈົ້າ ອອກໄປຈາກທີ່ໝັ້ນ ໃນເມືອງດູມາ.

ທະຫານຊີເຣຍໄດ້ເປີດສາກໂຈມຕີທາງພາກພື້ຶ້ນດິນ ແລະທາງອາກາດຕໍ່ທີ່ໝັ້ນແຫ່ງ
ສຸດທ້າຍຂອງພວກຕໍ່ຕ້ານລັດຖະບານ ໃນເຂດກູຕາຕາເວັນອອກ ເຮັດໃຫ້ມີຜູ້ເສຍຊີ
ວິດບໍ່ຕ່ຳກວ່າ 40 ຄົນ ອີງຕາມພວກນັກສັງເກດການ.

ລາຍງານຂ່າວ ຂອງໂທລະພາບລັດຖະບານ ໃນວັນສຸກວານນີ້ ສະແດງໃຫ້ເຫັນວ່າ ມີແປວຄວັນຂະໜາດໃຫຍ່ ກຸ້ມຂຶ້ນປົກຄຸມຫຼາຍເຂດ ຂອງເມືອງດູມາ ຊຶ່ງເປັນເມືອງ
ໃຫຍ່ສຸດໃນເຂດກູຕາຕາເວັນອອກ. ລາຍງານເວົ້າວ່າ ກຳລັງຂອງລັດຖະບານພວມ
ບຸກເຂົ້າໄປ ໃນເຂດຕົວເມືອງ ບ່ອນທີ່ກຸ່ມຕໍ່ຕ້ານລັດຖະບານ ຈາອິດ ອາລ-ອິສລາມ
ຕັ້ງໝັ້ນຢູ່ນັ້ນ.

ການສູ້ລົບດັ່ງກ່າວໄດ້ເລີ້ມຂຶ້ນ ຫຼັງຈາກພວກຕໍ່ຕ້ານລັດຖະບານກຸ່ມອື່ນໆໃນເຂດກູ
ຕາ ຕາເວັນອອກ ໄດ້ຮັບເອົາການຖອນຕົວຢ່າງປອດໄພ ໄປຍັງເຂດຄວບຄຸມຂອງ
ພວກຕໍ່ຕ້ານທີ່ຕັ້ງຢູ່ທາງກ້ຳຕາເວັນຕົກສຽງເໜືອຂອງເມືອງອາເລັບໂປ.

ຣັດເຊຍ ກ່າວໃນອາທິດແລ້ວນີ້ວ່າ ກຸ່ມຈາອິດ ອາລ-ອິສລາມ ໄດ້ຮັບເອົາຂໍ້ຕົກລົງ
ຖອນຕົວອອກຈາກເຂດກູຕາຕາເວັນອອກ ທີ່ມີປະຊາຊົນອາໄສຢູ່ຫຼາຍສິບພັນຄົນ
ນັ້ນ. ແຕ່ແນວໃດກໍຕາມການຍົກຍ້າຍໄດ້ຢຸດຊະງັກລົງຍ້ອນມີລາຍງານວ່າ ພວກຕໍ່
ຕ້ານຍັງຕົກລົງກັນບໍ່ໄດ້ ກ່ຽວກັບການຖອນກຳລັງ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ຊຶ່ງຕິດຕາມເບິ່ງສົງຄາມ ຢູ່ໃນປະເທດດັ່ງກ່າວ
ເວົ້າວ່າ ມີຜູ້ເສຍຊີວິດ 40 ຄົນ ໃນການບຸກໂຈມຕີ ເມື່ອວັນສຸກວານນີ້ຮວມທັງເດັກ
ນ້ອຍ 8 ຄົນ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍເວົ້າວ່າ ການໂຈມຕີທາງອາກາດແມ່ນມີຄວາມໄປ
ໄດ້ສູງ ທີ່ເຮືອບິນລົບຣັດເຊຍ ເປັນຜູ້ດຳເນີນການ ແລະກ່າວວ່າການໂຈມຕີຫຼາຍສິບ
ຖ້ຽວ ໄດ້ຖືກຈຸດຕ່າງໆ ຢູ່ໃນເຂດດັ່ງກ່າວ.

ອົງການຂ່າວ SANA ຂອງທາງການຊີເຣຍກ່າວວ່າ ກຸ່ມຈາອິດ ອາລ-ອິສລາມໄດ້
ຍິງປືນຄົກໂຈມຕີນະຄອນຫຼວງດາມາສກັສຊຶ່ງໄດ້ຕົກໃສ່ເຂດຊານເມືອງແລະເຮັດ
ໃຫ້ມີຜູ້ເສຍຊີວິດ 4 ຄົນ. ໂຄສົກຂອງພວກຕໍ່ຕ້ານລັດຖະບານໄດ້ປະຕິເສດວ່າ ຕົນ
ບໍ່ໄດ້ຍິງປືນຄົກໂຈມຕີ.

ໂຄສົກຂອງອົງການສະຫະປະຊາຊາດ ທ່ານສະເຕັບຟານ ດູຈາຣິກ ການສູ້ລົບກັນ
ທີ່ໄດ້ລະເບີດຂຶ້ນອີກ ໃນເມືອງດູມາ “ໄດ້ສ້າງຄວາມເປັນຫ່ວງ ຢ່າງໃຫຍ່ ໃຫ້ພວກ
ເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG