ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍາລັງຊີເຣຍ ແລະພວກກະບົດ ປະທະກັນອີກ


ກໍາລັງຮັກສາຄວາມປອດໄພຂອງຊີເຣຍ ປະທະກັນອີກ ກັບພວກກະບົດ ໃນວັນເສົາມື້ນີ້ ເພື່ອເຂົ້າຄວບຄຸມເອົາ ສະຖານີໂທລະພາບ ໃນເມືອງ ອາແລັບໂປ.
ກໍາລັງຮັກສາຄວາມປອດໄພຂອງຊີເຣຍ ປະທະກັນອີກ ກັບພວກກະບົດ ໃນວັນເສົາມື້ນີ້ ເພື່ອເຂົ້າຄວບຄຸມເອົາ ສະຖານີໂທລະພາບ ໃນເມືອງ ອາແລັບໂປ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງຊີ​ເຣຍ ​ໄດ້​ປະ​ທະ​ກັນ​ອີກ​ກັບ​ພວກ​ກະບົດ ​ໃນ​ວັນ​ເສົາ​ມື້​ນີ້ ​
ໃນ​ຂະນະ​ທີ່​ເຂົາ​ເຈົ້າທໍາ​ການ​ຕໍ່ສູ້​ ເພື່ອເຂົ້າຄວບ​ຄຸມ​ເອົາສະຖານີ​ໂທລະພາບ ​ໃນເມືອງ
Aleppo ທາງ​ພາກ​ເໜືອ​ຂອງປະ​ເທດ​ ​ແລະ​ພ້ອມ​ດຽວ​ກັນ ກໍາລັງ​ຂອງລັດຖະບານ ​ໄດ້​ລະ
ດົມ​ຍິງໃສ່ຫລາຍເຂດ​ທີ່​ໝັ້ນຂອງ​ພວກ​ກະບົດ ​ທີ່ນະຄອນຫລວງ Damascus.

ອົງການ​ສິ້ງ​ຊອມ​ສິດ​ທິມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ລອນ​ດອນ ກ່າວ​ວ່າ ​ປະມານ 20
ກວ່າ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ ຍ້ອນຄວາມ​ບໍ່ສະຫງົບ​ໃນ​ມື້ວັນ​ສຸກວານ​ນີ້.

ສະມັດຊາ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊ​າຊາດ ກໍ​ໄດ້ຮັບ​ຜ່ານ​ເອົາ​ມະຕິທີ່ບໍ່​ມີ​ຂໍ້​ຜູກ​ມັດ​ ​ໃນ​ວັນ
​ສຸກວານ​ນີ້ ​ທີ່​ປະນາມຊີ​ເຣຍ ທີ່ໃຊ້ອາ​ວຸດ​ໜັກ​ໃນ​ການ​ໂຈມ​ຕີ​ກໍາລັງ​ຂອງ​ພວກ​ກະບົດ. ມະຕິ​ດັ່ງ​
ກ່າວຍັງໄດ້​ຕິຕຽນ​ສະພາ​ຄວາ​ມໝັ້ນຄົງ ທີ່​ບໍ່​ສາມາດ​ຍຸດຕິ​ຄວາມ​ຮຸນ​ແຮງດັ່ງກ່າວ.

ສ່ວນຊີ​ເຣຍ ​ກໍໄດ້​ປະນາມ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ຂອງສະພາ​ຄວາ​ມໝັ້ນຄົງ.

ທູດຊີ​ເຣຍ ປະ​ຈໍາສະຫະ​ປະຊາ​ຊາດ​ ທ່ານ Bashar Ja’afari ​ເອີ້ນ​ການ​ລົງມະຕິຂອງ​ສະມັດ
ຊາ​ໃຫຍ່​ວ່າ “​ເປັນການ​ຫລິ້ນລະ​ຄອນສາກ​ນຶ່ງ” ທີ່​ຈະບໍ່​ມີຜົນ​ສະທ້ອນ​ໃດໆ​ຕໍ່​ປະ​ເທດຂອງ​ທ່ານ.

XS
SM
MD
LG