ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບຊີເຣຍ ບຸກເຂົ້າໄປ ໃນເຂດປົກຄອງ ຂອງ ກຸ່ມລັດອິສລາມ ທີ່ແຂວງ Raqqa


ພວກຄົນຈຳນວນນຶ່ງ ຊອກຫາເຄື່ອງຂອງຕ່າງໆ ຈາກຂະບວນລົດ ບັນທຸກການຊ່ວຍເຫຼືອ ທີ່ໄດ້ຮັບ ຄວາມເສຍຫາຍ ໃນລະຫວ່າງ ການໂຈມຕີທາງອາກາດ ໃນເຂດຄຸ້ມ al-Sakhour ຂອງເມືອງ Aleppo ທີ່ປົກຄອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ, ວັນທີ່ 4 ມິຖຸນາ 2016.
ພວກຄົນຈຳນວນນຶ່ງ ຊອກຫາເຄື່ອງຂອງຕ່າງໆ ຈາກຂະບວນລົດ ບັນທຸກການຊ່ວຍເຫຼືອ ທີ່ໄດ້ຮັບ ຄວາມເສຍຫາຍ ໃນລະຫວ່າງ ການໂຈມຕີທາງອາກາດ ໃນເຂດຄຸ້ມ al-Sakhour ຂອງເມືອງ Aleppo ທີ່ປົກຄອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ, ວັນທີ່ 4 ມິຖຸນາ 2016.

ກອງທັບບົກຂອງຊີເຣຍຍັງສືບຕໍ່ເຄື່ອນ​ກຳລັງເຂົ້າໄປໃນແຂວງ Raqqa ທາງພາກເໜືອ ຂອງປະເທດ ອັນເປັນເມືອງຫຼວງ ຂອງກຸ່ມທີ່​ປະກາ​ດຕົນ ລັດອິສລາມ ທີ່ກຳລັງຕໍ່ສູ້ຢູ່ໃນ ຊີເຣຍ ແລະ ອີຣັກ ທີ່​ເປັນເພື່ອນບ້ານ. ໃນຂັ້ນຕົ້ນກອງທັບ​ຊີ​ເຣຍ ໄດ້ບຸກເຂົ້າໄປໃນ​ແຂວງ Raqqa ​ເປັນ​ເທື່ອ​ທຳ​ອິດ​ໃນວັນເສົາວານນີ້.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ກ່າວວ່າ ກອງທະຫານ ຊີເຣຍ ໄດ້ເຂົ້າໄປເຖິງ “ເຂດຊາຍແດນ” ຂອງແຂວງ Raqqa ຊຶ່ງໄດ້ຮັບການໜູນຫຼັງ ໂດຍການໂຈມຕີທາງອາກາດ ຂອງຣັດເຊຍ.

ອີງຕາມນັກເຄື່ອນໄຫວຂອງກຸ່ມດັ່ງກ່າວ ກອງທະຫານຂອງຊີເຣຍ ໄດ້ປະທະກັບພວກນັກ ລົບ ລັດອິສລາມ ຢູ່ຕາມເສັ້ນທາງໃຫຍ່ ທີ່ເຊື່ອມຕໍ່ແຂວງ Raqqa ກັບແຂວງ Hama ທີ່​ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ນັ້ນ. ພວກກອງທະຫານຊີເຣຍ ຫວັງວ່າຈະເຂົ້າໄປເຖິງ ທະເລສາບ Assad ແລະທາງຫຼວງທີ່ເຊື່ອມຕໍ່ເມືອງ Raqqa ຫາເມືອງ Aleppo ຊຶ່ງເປັນ ທີ່ໝັ້ນອີກແຫ່ງໜຶ່ງຂອງກຸ່ມລັດອິສ.

ພວກຫົວຮຸນແຮງລັດອິສລາມ ໄດ້​ຄວບ​ຄຸມເມືອງ Raqqa ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ເວລາພວກເຂົາໄດ້ຍຶດເອົາເມືອງ ຈາກກຸ່ມຕໍ່ຕ້ານປະທານາທິບໍດີ Bashar al-Assad.

ສື່ມວນ​ຊົນຂອງທາງການຊີເຣຍ ລາຍງານວ່າ ມີການເສຍຊີວິດຢ່າງໜັກ ພາຍໃນກຸ່ມຫົວ ຮຸນແຮງລັດອິສລາມ. ກອງທັບຊີເຣຍ ຍັງບໍ່ໄດ້​ເປີດ​ເປີ​ດ​ເຜີຍ​ຕົວ​ເລກ ທີ່ເປັນທາງການ ໃດໆ ກ່ຽວກັບຈຳນວນຂອງຜູ້ທີ່ເສຍຊີວິດ.

ກຸ່ມສິ້ງຊອມສິດທິມະນຸດ ໄດ້ກ່າວໃນວັນເສົາວານນີ້ ວ່າ ໃນລະຫວ່າງການສູ້ລົບກັນ ເປັນ ເວລາ 3 ມື້ ນັ້ນ ພວກຫົວຮຸນແຮງລັດອິສລາມ ຢ່າງນ້ອຍ 26 ຄົນ ໄດ້ຖືກຂ້າຕາຍ ພ້ອມ ດ້ວຍ ທະຫານ 9 ຄົນ ຈາກກອງທັບຊີເຣຍ ແລະ ກຳລັງພັນທະມິດ.

ກອງທະຫານຊີເຣຍ ໄດ້ເລີ້ມເຄື່ອນໄຫວ​ເຂົ້າສູ່ແຂວງດັ່ງກ່າວ ໃນວັນພຸດຜ່ານມາ ຊຶ່ງເປັນ ມື້ດຽວກັນ ກັບທີ່ກອງກຳລັງທີ່ໜູນຫຼັງໂດຍສະຫະ ລັດ ໄດ້ບຸກໂຈມຕີເມືອງ Manbij ທີ່ໝັ້ນ ຂອງລັດອິສລາມອີກແຫ່ງໜຶ່ງ ຢູ່ຫ່າງຈາກເມືອງ Raqqa ທາງກ້ຳຕາເວັນຕົກສຽງເໜືອ ປະມານ 115 ກິໂລແມັດ.

ພວກທະຫານຂອງກຳລັງປະຊາທິປະໄຕຊີເຣຍຫຼື SDF ທີ່ໜູນຫຼັງໂດຍສະຫະລັດ ຊຶ່ງ ສ່ວນໃຫຍ່ ແມ່ນຊາວເຄີດ ໄດ້ເຄື່ອນກຳລັງ​ເຂົ້າ​ໄປໃກ້ໆ ກັບເມືອງ Manbij ໃນວັນເສົາ ວານນີ້. ກຸ່ມສິ້ງຊອມສິດທິມະນຸດ ກ່າວວ່າ ພວກນັກລົບ SDF ຍຶດເອົາ 34 ບ້ານ ຢູ່ໃກ້ໆ ເມືອງ Manbij.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Kurdish Forces Claim to Capture 9 Iraq Villages from IS
please wait

No media source currently available

0:00 0:00:50 0:00

XS
SM
MD
LG