ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ສັນນິບາດຊາດອາຫຣັບ ຮຽກຮ້ອງໃຫ້ຍຸດຕິ ຄວາມຮຸນແຮງໃນຊີເຣຍ


ທ່ານ Nabil Elaraby ເລຂາທິການໃຫຍ່ສັນນິບາດຊາດອາຫຣັບ ຮ່ວມກອງປະຊຸມສຸກເສິນ ທີ່ກຸງໄຄໂຣ ນະຄອນຫລວງຂອງອີຈິບ ວັນທີ 27 ສິງຫາ, 2011

ສັນນິບາດ​ຊາດ​ອາຫຣັບຮຽກຮ້ອງ​ໃຫ້​ຢຸດ​ການ​ນອງ​ເລືອດ​ກັນ​ໃນ​ຊີ​ເຣຍ ​ແລະ​ກ່າວ​ວ່າ
ສິດ​ທິຂອງ​ປະຊາຊົນ​ທີ່​ຢາກ​ເຫັນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຄວນ
​ຈະ​ໄດ້​ຮັບ​ການ​ນັບຖື.

ໃນ​ກອງ​ປະຊຸມສຸກ​ເສິນ​ໃນ​ກຸງ​ໄຄ​ໂຣ ນະຄອນຫລວງ​ຂອງ​ອີ​ຈິບ​ທີ່ອັດ​ລົງ​ໃນ​ເຊົ້າ​ວັນ​ອາທິດ
​ມື້​ນີ້ ສັນ​ນິບາດ​ຊາດ​ອາຫຣັບກ່າວ​ວ່າຕົນ​ຈະ​ສົ່ງ​ ທ່ານ Nabil Elaraby ເລຂາທິການ​
ໃຫຍ່​ຂອງ​ສັນນິບາດ​ໄປຍັງ​ກຸງ Damascus ​ເພື່ອ​ຊອກ​ຫາ​ທາງ​ແກ້​ໄຂ​ວິ​ກິດ​ການ​.

ກຸ່ມ​ດັ່ງກ່າວ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ແລະ​ຮັບ​ບາດ​ເຈັບ​ຫລາຍ​ພັນ​ຄົນແລ້ວ​ນັ້ນ.

ຖະ​ແຫລ​ງການ​ຂອງ​ສັນນິບາດ​ຊາດ​ອາຫຣັບມີ​ຂຶ້ນນຶ່ງ​ມື້​ຫລັງຈາກ ອິຣ່ານ ຊຶ່ງເປັນພັນທະ​ມິດ​ໃກ້ຊິດ​ຂອງ​ຊີ​ເຣຍ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ໃນກຸງ​ Damascus ຟັງ​ຄໍາ​ຮຽກຮ້ອງ​ທີ່​ຖືກຕ້ອງ​ຊອບ​ທໍາ ຕ່າງໆ​ຂອງ​ປະຊາຊົນນັ້ນ.

ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ Ali Akbar Salehi ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ນັບ​ວ່າ​ເປັນ​ຖ້ອຍ​ຖະ​ແຫລ​ງຄັ້ງ​ທໍາ​ອິດ​ຈາກ​ອິຣ່ານນັບ​ແຕ່ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ປະທານາທິບໍດີ Bashar al-Assad ແຫ່ງ​ຊີ​ເຣຍມາ​ເປັນ​ເວລາ 5 ​ເດືອນ​ເລີ້ມ​ຂຶ້ນມາ​ນັ້ນ.

ແຕ່​ ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ​ເຖິງ​ແມ່ນ​ມີ​ການ​ຮຽກຮ້ອງຢ່າງ​ກວ້າງຂວາງ​ເພື່ອ​ສັນຕິພາບ​ກໍ​ຕາມ ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Assad ​ໄດ້​ທໍາ​ການ​ໂຈມ​ຕີ​ອີກ​ໃໝ່​ຕໍ່ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັ້ນ. ຢ່າງ​ໜ້ອຍ​ປະຊາຊົນ 2 ຄົນ​ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ກັນ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ລັດຖະບານ​ຊີ​ເຣຍ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ການ​ປະ​ທ້ວງ​ຕ່າງໆ​ໃນ​ນະຄອນຫລວງນັ້ນ. ອົງການ​ຂ່າວ​ທາງ​ການ SANAA ຂອງທາງ​ການ​ຊີ​ເຣຍກ່າວ​ວ່າ​ພວກ​ອົງການ​ຂ່າວ​ຕ່າງປະ​ເທດ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ຂຶ້ນ​ມາ.

XS
SM
MD
LG