ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນເສຍຊີວິດ ໃນການປະທ້ວງ ຢູ່ຊີເຣຍ


ພວກປະທ້ວງຕໍ່ຕ້ານລັດຖະບານ ໂຮມຊຸມນຸມກັນທີ່ຈະຕຸລັດແຫ່ງນຶ່ງ ໃນເມືອງ Deraa ໃນພາກໃຕ້ຊີເຣຍ (8 ເມສາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານ ໂຮມຊຸມນຸມກັນທີ່ຈະຕຸລັດແຫ່ງນຶ່ງ ໃນເມືອງ Deraa ໃນພາກໃຕ້ຊີເຣຍ (8 ເມສາ 2011)

ມີລາຍງານວ່າມີຜູ້ເສຍຊີວິດຢ່າງນ້ອຍ 36 ຄົນທີ່ຊີເຣຍ
ໃນວັນສຸກວານນີ້ບ່ອນທີ່ການປະທ້ວງລັດຖະບານໄດ້ລະ
ເບີດຂຶ້ນຢູ່ໃນຫຼາຍໆຫົວເມືອງ.

ພວກທີ່ເຫັນເຫດການກ່າວວ່າ ກຳລັງຮັກສາຄວາມສະ
ຫງົບໄດ້ສັງຫານຢ່າງນ້ອຍ 11 ຄົນ ໃນລະຫວ່າງການ
ປະທ້ວງຕໍ່ຕ້ານ ປະທານາທິບໍດີ Bashar al-Assad
ແລະພັກ Baath ທີ່ປົກຄອງຊີເຣຍໃນເວລານີ້.

ແຕ່ແນວໃດກໍຕາມພວກເຈົ້າໜ້າທີ່ຊີເຣຍໄດ້ຖິ້ມໂທດໃສ່
ກຸ່ມກຳລັງປະກອບອາວຸດກ່ຽວກັບຄວາມຮຸນແຮງທີ່ໄດ້
ເກີດຂຶ້ນ. ໂທລະພາບຂອງທາງການຊີເຣຍລາຍງານໃນ
ວັນສຸກມື້ວານນີ້ວ່າ ພວກໂຈມຕີໄດ້ສັງຫານຕຳຫຼວດ
19 ຄົນທີ່ເມືອງ Daraa ແລະລາຍງານຂ່າວໂທລະ
ພາບກ່ອນໜ້ານັ້ນແຈ້ງວ່າມີຕຳຫຼວດຄົນນຶ່ງ ແລະຄົນ
ຂັບລົດໂຮງໝໍຄົນນຶ່ງໄດ້ເສຍຊີວິດ.

ຄວາມບໍ່ກົງກັນໃນລາຍການກ່ຽວກັບຈຳນວນຜູ້ບາດເຈັບ
ລົ້ມຕາຍລະຫວ່າງພວກປະທ້ວງ ແລະເຈົ້າໜ້າທີ່ທາງການຊີເຣຍຍັງບໍ່ສາມາດເຮັດໃຫ້ລົງຮອຍ
ກັນໄດ້ໃນເວລານີ້.

ລາຍງານຂ່າວຂອງສື່ມວນຊົນຕ່າງປະເທດກ່ຽວກັບການປະທ້ວງທີ່ເມືອງ Daraa ໄດ້ອ້າງ ຄຳເວົ້າຂອງພວກທີ່ເຫັນເຫດການທີ່ກ່າວວ່າກຳລັງຮັກສາຄວາມສະຫງົບໄດ້ຍິງລູກປືນແທ້
ແລະລະເບີດນໍ້າຕາເຂົ້າໃສ່ພວກເດີນຂະບວນປະທ້ວງຈຳນວນຫຼາຍພັນຄົນທີ່ເມືອງດັ່ງກ່າວ
ຊຶ່ງຕັ້ງຢູ່ໃນພາກໃຕ້ຂອງຊີເຣຍ.

ຂະນະດຽວກັນການປະທ້ວງກໍໄດ້ລະເບີດຂຶ້ນຢູ່ໃນເຂດຊາວ Kurd ໃນພາກຕາເວັນອອກ
ສຽງເໜືອຂອງຊີເຣຍ.

ທ່ານ Assad ໄດ້ສະເໜີໃຫ້ສັນຊາດຊີເຣຍແກ່ຊາວ Kurd ຈຳນວນນຶ່ງ ໃນມື້ວັນພະຫັດ
ຜ່ານມາໃນອັນທີ່ຖືກເບິ່ງກັນວ່າ ເປັນການເຄື່ອນໄຫວເພື່ອຫຼຸດຜ່ອນໃນຄວາມຮູ້ສຶກຕໍ່ຕ້ານ
ລັດຖະບານລົງ. ພວກຊົນກຸ່ມນ້ອຍໃນຊີເຣຍ ໄດ້ປະເຊີນກັບບັນຫາຍຸ່ງຍາກໃນການຊອກ
ຫາວຽກເຮັດງານທຳ ໃນອະດີດຜ່ານມາຍ້ອນບັນຫາ ເລື່ອງສັນຊາດ.

ພວກຊາວ Kurd ຊຶ່ງເປັນຊົນກຸ່ມນ້ອຍ ຂອງຊີເຣຍ ໄດ້ພາກັນຈົ່ມທຸກ ມາເປັນເວລາດົນ
ນານແລ້ວກ່ຽວກັບການຈຳແນກກີດກັນຂອງລັດຖະບານຕໍ່ພວກເຂົາເຈົ້າ.

XS
SM
MD
LG