ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

62 ຄົນເສຍຊີວິດ ໃນການປະທ້ວງ ຢູ່ຊີເຣຍ


ພວກປະທ້ວງທີ່ເມືອງ Qamishli ໃນພາກຕາເວັນອອກສຽງເໜືອຂອງຊີເຣຍ ພາກັນຈີກຮູບໂປສເຕີ້ຂອງປະທາ ນາທິບໍດີ Bashar al-Assad (ຊ້າຍ) ແລະມື້ລາງທ່ານ Hafez Assad ບິດາຂອງທ່ານ (30 ເມສາ 2011)
ພວກປະທ້ວງທີ່ເມືອງ Qamishli ໃນພາກຕາເວັນອອກສຽງເໜືອຂອງຊີເຣຍ ພາກັນຈີກຮູບໂປສເຕີ້ຂອງປະທາ ນາທິບໍດີ Bashar al-Assad (ຊ້າຍ) ແລະມື້ລາງທ່ານ Hafez Assad ບິດາຂອງທ່ານ (30 ເມສາ 2011)

ພວກທີ່ເຫັນເຫດການແລະພວກນັກເຄື່ອນໄຫວກ່າວວ່າ
ມີຢ່າງນ້ອຍ 62 ຄົນເສຍຊີວິດໃນການປະທ້ວງຢູ່ທົ່ວປະ
ເທດຊີເຣຍບ່ອນທີ່ກຳລັງຮັກສາຄວາມສະຫງົບໄດ້ຍິງປືນ
ເຂົ້າໃສ່ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ທີ່ໄດ້ພາ
ກັນທ້າທາຍ ຕໍ່ການປາບປາມພວກປະທ້ວງ ຂອງລັດຖະ
ບານນັ້ນ.

ລາຍງານຂ່າວຂອງປະເທດຕາເວັນຕົກແຈ້ງວ່າ ຈຳນວນ
ພວກທີ່ເສຍຊີວິດເຫລົ່ານີ້ ແມ່ນໄດ້ຮັບລາຍງານມາຈາກ
ເມືອງ Homs ໃນພາກກາງຂອງຊີເຣຍ ເມືອງ Fastan
ທີ່ຕັ້ງຢູ່ໃກ້ຄຽງ ແລະເມືອງ Daraa ໃນພາກໃຕ້ຂອງປະ
ເທດທີ່ໄດ້ກາຍເປັນຈຸດສູນກາງໃນການລຸກຮືຂຶ້ນຕໍ່ຕ້ານປະ
ທານາທິບໍດີ Bashar al-Assad ເປັນເວລາ 6 ອາທິດ.

ພວກທີ່ເຫັນເຫດການກ່າວວ່າກຳລັງຮັກສາຄວາມສະ
ຫງົບໄດ້ຍິງປືນເຂົ້າໃສ່ພວກປະທ້ວງທີ່ໄປໂຮມຊຸມນຸມກັນ
ຢູ່ໃນເມືອງ Daraa ຫຼັງຈາກພິທີສວດມົນພາວະນາໃນມື້ວັນສຸກ.

ນອກນັ້ນຍັງມີພວກນັກເຄື່ອນໄຫວຝ່າຍຄ້ານ 10,000 ກວ່າຄົນ ໄດ້ໂຮມຊຸມນຸມກັນທີ່ນະ
ຄອນຫຼວງ Damuscus ຊຶ່ງເປັນການເດີນຂະບວນ ທີ່ໃຫຍ່ທີ່ສຸດໃນນະຄອນຫຼວງນັບແຕ່
ການປະທ້ວງໄດ້ເລີ່ມມາ.

ພວກປະທ້ວງ ທີ່ພາກັນຮ້ອງຄຳຂວັນຕໍ່ຕ້ານທ່ານ Assad ຍັງໄດ້ເດີນຂະບວນຢູ່ຕາມຫົວ
ເມືອງຕ່າງໆຮວມທັງເມືອງ Banias ແລະເມືອງ Latakia.

ໃນຕອນເຊົ້າຂອງມື້ວານນີ້ລັດຖະບານຊີເຣຍກ່າວວ່າ ທະຫານຂອງຕົນ 4 ຄົນ ຖືກຂ້າຕາຍ
ແລະ 2 ຄົນຖືກຈັບໂຕໄປໃນອັນທີ່ລັດຖະບານເວົ້າວ່າເປັນການໂຈມຕີຂອງພວກກໍ່ການຮ້າຍ
ທີ່ເມືອງ Daraa. ສື່ມວນຊົນຂອງທາງການຊີເຣຍອ້າງຄຳເວົ້າຂອງໂຄສົກກອງທັບຄົນນຶ່ງທີ່
ກ່າວວ່າ ພວກມືປືນໄດ້ບຸກໂຈມຕີຄ້າຍທະຫານໃນຕອນເຊົ້າມືດຂອງມື້ວັນສຸກວານນີ້.

XS
SM
MD
LG