ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານຊີເຣຍ ຈະປະທ້ວງອີກ ໃນມື້ນີ້


ພວກເດີນຂະບວນຊາວຊີເຣຍພາກັນຮ້ອງຄຳຂວັນຕໍ່ຕ້ານ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ທີ່ເມືອງທ່າ Banias ຫຼັງຈາກພິທີສວດມົນພາວະນາ (29 ເມສາ 2011)
ພວກເດີນຂະບວນຊາວຊີເຣຍພາກັນຮ້ອງຄຳຂວັນຕໍ່ຕ້ານ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ທີ່ເມືອງທ່າ Banias ຫຼັງຈາກພິທີສວດມົນພາວະນາ (29 ເມສາ 2011)

ພວກຝ່າຍຄ້ານໃນຊີເຣຍພວມວາງແຜນທີ່ຈະພາກັນລົງຖະ
ໜົນຫົນທາງປະທ້ວງຕື່ມອີກເພື່ອເປັນການທ້າທາຍຕໍ່ການ
ປາບປາມພວກປະທ້ວງຢ່າງຮຸນແຮງຂອງລັດຖະບານ.

ການໂຮມຊຸມນຸມປະທ້ວງໃນທົ່ວປະເທດ ໄດ້ວາງແຜນຈະ
ຈັດໃຫ້ມີຂຶ້ນອີກໃນວັນສຸກມື້ນີ້ໃນອັນທີ່ໄດ້ກາຍເປັນການລະ
ບາຍຄວາມໂກດແຄ້ນແລະຄວາມບໍ່ພໍໃຈປະຈຳສັບປະດາຕໍ່
ຕ້ານລັດຖະບານ ຂອງປະທານາທິບໍດີ Bashar al-Assad.

ກຸ່ມພະລາດອນພາບມຸສລິມຫຼື Muslim Brotherhood
ທີ່ທາງການຊີເຣຍຫ້າມນັ້ນ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ
ໃຫ້ມີການໂຮມຊຸມນຸມປະທ້ວງເປັນເທື່ອທຳອິດ.

ໃນຖະແຫຼງການສະບັບນຶ່ງທີ່ສົ່ງໄປເຖິງອົງການຂ່າວຣອຍເຕີ້
ນັ້ນກຸ່ມພະລາດອນພາບມຸສລິມຮຽກຮ້ອງໃຫ້ປະຊາຊົນລົງ
ຖະໜົນຫົນທາງປະທ້ວງແລະຮຽກຮ້ອງເປັນສຽງດຽວກັນເພື່ອໃຫ້
ມີອິດສະຫຼະພາບແລະກຽດສັກສີ.

ທີ່ນະຄອນເຈນີວາ ສະພາສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ເປີດການອະພິປາຍ ກ່ຽວກັບຮ່າງຍັດຕິຂອງສະຫະລັດ ທີ່ຮຽກຮ້ອງໃຫ້ສ້າງຕັ້ງ ຄະນະກຳມາທິການອິດສະຫຼະຂຶ້ນ ເພື່ອສືບສວນກ່ຽວກັບການກ່າວຫາທີ່ວ່າ ມີການລ່ວງລະເມີດສິດທິມະນຸດໃນຊີເຣຍ.

ໃນຕົ້ນອາທິດນີ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບການ
ອອກຖະແຫຼງການປະນາມການໃຊ້ຄວາມຮຸນແຮງ ຕໍ່ພວກປະທ້ວງໃນຊີເຣຍ ລຸນຫຼັງທີ່ໄດ້ມີ ການຕ້ານຢັນຕໍ່ການເຄື່ອນໄຫວດັ່ງກ່າວ ຂອງພວກສະໜັບສະໜຸນຊີເຣຍ ຢູ່ໃນສະພາຄວາມ
ໝັ້ນຄົງ ຊຶ່ງມີຣັດເຊຍ ຈີນ ແລະເລບານອນ.

XS
SM
MD
LG