ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວຊີເຣຍຫຼາຍພັນຄົນ ໄວ້ທຸກໃຫ້ພວກປະທ້ວງ ທີ່ເສຍຊີວິດ


People hold candles during an event attempting to establish a Guinness world record for 'blowing out the most number of candles simultaneously' during Earth Hour in Shanghai.
People hold candles during an event attempting to establish a Guinness world record for 'blowing out the most number of candles simultaneously' during Earth Hour in Shanghai.

ປະຊາຊົນຊາວຊີເຣຍຈຳນວນຫຼາຍສິບພັນຄົນໄດ້ໄປຮ່ວມ
ພິທີສົ່ງສະການໃຫ້ແກ່ພວກທີ່ເສຍຊີວິດໃນລະຫວ່າງການ
ປາບປາມພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ຮຸນແຮງສຸດ
ເທົ່າທີ່ເຄີຍມີມາຢູ່ໃນຊີເຣຍ.

ໃນວັນເສົາມື້ນີ້ ພວກໄວ້ທຸກໄດ້ໄປໂຮມຊຸມນຸມກັນທີ່ເມືອງ
Izraa ໃນພາກໃຕ້ຊີເຣຍເພື່ອຝັງສົບໃຫ້ແກ່ຢ່າງນ້ອຍ 15
ຄົນທີ່ເສຍຊີວິດໃນລະຫວ່າງການປະທ້ວງໃນມື້ວັນສຸກວານ
ນີ້.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າມີຫຼາຍກວ່າ 75 ຄົນ
ໄດ້ເສຍຊີວິດທີ່ປະເທດຊີເຣຍ ໃນມື້ວັນສຸກວານນີ້ຫຼັງຈາກ
ກຳລັງຮັກສາຄວາມສະຫງົບໄດ້ຍິງປືນເຂົ້າໃສ່ພວກປະ
ທ້ວງທີ່ຮຽກຮ້ອງໃຫ້ປະທານາທິບໍດີ Bashar al-Assad ລາອອກ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ປະນາມຊີເຣຍໃນອັນທີ່ທ່ານເອີ້ນວ່າ ການ
ໃຊ້ຄວາມຮຸນແຮງທີ່ໜ້າຢ້ານກົວ ແລະກ່າວຫາທ່ານ Assad ວ່າ ຊອກສະແຫວງຫາການ
ຊ່ອຍເຫຼືອຂອງອີຣ່ານໃນການປາບປາມທີ່ໂຫດຮ້າຍດັ່ງກ່າວ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-moon ໄດ້ຮ່ວມສົມທົບກັບ
ທ່ານໂອບາມາຮຽກຮ້ອງໃຫ້ຢຸດເຊົາໃນທັນທີການປາບປາມຢູ່ໃນປະເທດຊີເຣຍ.

ອົງການຂ່າວ SANA ຂອງທາງການຊີເຣຍລາຍງານວ່າມີແຕ່ 10 ຄົນເທົ່ານັ້ນເສຍຊີວິດໃນ
ທົ່ວປະເທດມື້ວານນີ້ໂດຍຖິ້ມໂທດການກໍ່ຄວາມຮຸນແຮງ ໃສ່ກຸ່ມອັນທະພານປະກອບອາວຸດ
ພວກເຈົ້າໜ້າທີ່ຊີເຣຍ ໄດ້ຖິ້ມໂທດການກໍ່ຄວາມຮຸນແຮງສ່ວນໃຫຍ່ໃນຮອບເດືອນຜ່ານມານີ້ ໃສ່ກຸ່ມອັນທະພານບໍ່ເຄົາລົບກົດໝາຍທີ່ບໍ່ໄດ້ລະບຸຊື່ຈຳນວນນຶ່ງ.

XS
SM
MD
LG