ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຝ່າຍຄ້ານປະທ້ວງ ຄັ້ງໃຫຍ່ ຢູ່ຊີເຣຍໃນມື້ນີ້ (ເບິ່ງວີດິໂອ)


ການໂຮມຊຸມປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ທີ່ເມືອງ Jasim ເມືອງ Deraa ແລະເມືອງ Governorate (22 ເມສາ 2011)
ການໂຮມຊຸມປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ທີ່ເມືອງ Jasim ເມືອງ Deraa ແລະເມືອງ Governorate (22 ເມສາ 2011)

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕໃນຊີເຣຍພວມ
ວາງແຜນຈັດການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຕໍ່
ຕ້ານປະທານາທິບໍດີ Bashar al-Assad ຂຶ້ນໃນທົ່ວ
ປະເທດໃນວັນສຸກມື້ນີ້ ທັງໆທີ່ເມື່ອໄວໆມານີ້ ທ່ານໄດ້
ດຳເນີນການເພື່ອເປັນການສະໜອງຕອບຕໍ່ຄວາມຮຽກ
ຮ້ອງຕ້ອງການຂອງພວກເຂົາເຈົ້າ.

ມີການສົ່ງກຳລັງຮັກສາຄວາມສະຫງົບໄປຮັກສາການຢູ່
ຕາມຫົວເມືອງຕ່າງໆຮວມ ທັງເມືອງ Homs ໃນພາກ
ກາງຂອງຊີເຣຍຊຶ່ງໄດ້ກາຍເປັນຈຸດສູນກາງຂອງຂະບວນ
ການປະທ້ວງນັ້ນ.

ການລົງຂ່າວທາງ Facebook ເພື່ອເຕົ້າໂຮມພວກສະ
ໜັບສະໜຸນເອີ້ນການປະທ້ວງໃນມື້ນີ້ວ່າ ເປັນການປະ
ທ້ວງໃນ “ວັນສຸກສັກສິດ” ຊຶ່ງໝາຍເຖິງວັນພັກທີ່ສຳຄັນ
ທາງສາສະໜາຄຣິສຕ໌. ຮູບທີ່ພິມເຜີຍແຜ່ທາງເວັບໄຊທ໌
ສະແດງໃຫ້ເຫັນຮູບພາບຕ່າງໆຂອງຊາວຄຣິສຕຽນ
ແລະຊາວມຸສລິມແລະຄຳເວົ້າທີ່ຂຽນວ່າ “ຫົວໃຈນຶ່ງດຽວ ມືນຶ່ງດຽວ ເປົ້າໝາຍນຶ່ງດຽວ.”

ການປະທ້ວງທີ່ວ່ານີ້ມີຂຶ້ນນຶ່ງມື້ຫຼັງຈາກທ່ານ Assad ໄດ້ລົງນາມໃນດຳລັດສະບັບນຶ່ງເພື່ອ
ສິ້ນສຸດການປະກາດໃຊ້ກົດພາວະສຸກເສີນທີ່ມີມາເປັນເວລາເກືອບ 50 ປີ.

ນີ້ແມ່ນການເຄື່ອນໄຫວຄັ້ງຫຼ້າສຸດໃນການສະແດງອອກຊຶ່ງຄວາມປາດຖະໜາໃນການຢາກ
ສ້າງຄວາມປອງດອງຊາດຂອງຜູ້ນຳຊີເຣຍໃນໄລຍະຫຼາຍໆອາທິດຜ່ານມານີ້ຂະນະທີ່ທ່ານ
ປະເຊີນກັບການຄັດຄ້ານຫຼາຍຂຶ້ນຕໍ່ລັດຖະບານຂອງທ່ານ.

ອົງການນິລະໂທດກຳສາກົນກ່າວວ່າ ການປະທ້ວງໃນວັນສຸກມື້ນີ້ອາດຈະເປັນການປະ
ທ້ວງທີ່ໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາ ແລະເຕືອນບໍ່ໃຫ້ພວກເຈົ້າໜ້າທີ່ຕອບໂຕ້ແບບຮຸນ
ແຮງ. ອົງການນິລະໂທດກຳສາກົນກ່າວວ່າມີຫຼາຍກວ່າ 228 ຄົນໄດ້ເສຍຊີວິດໃນການ
ປາບປາມພວກປະທ້ວງຂອງລັດຖະບານນັບແຕ່ເດືອນແລ້ວນີ້ເປັນຕົ້ນມາ.

XS
SM
MD
LG