ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຢຸດຍິງ ໃນຊີເຣຍ ຢູ່ໃນສະພາບ ທີ່ແຕກຫັກງ່າຍ (ເບິ່ງວີດີໂອ)


ຫຼາຍໆຫົວເມືອງໃນຊີເຣຍ ຍັງສືບຕໍ່ຍິງຖະຫຼົ່ມໂດຍທະຫານລັດຖະບານ (20 ເມສາ 2012)
ຫຼາຍໆຫົວເມືອງໃນຊີເຣຍ ຍັງສືບຕໍ່ຍິງຖະຫຼົ່ມໂດຍທະຫານລັດຖະບານ (20 ເມສາ 2012)

ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ລາຍ​ງານ​ວ່າ ກຳລັງ​ຂອງ​ຝ່າຍ​ລັດຖະບານ​ໄດ້​ຍິງ​ຖະຫຼົ່ມ​ເຂດ​ທີ່​
ພວກ​ກະບົດ​ຄວບ​ຄຸມໃນ​ເມືອງ Homs ຊຶ່ງ​ເປັນຄວາມຮຸນ​ແຮງ​ລ່າສຸດຢູ່​ໃນ​ປະ​ເທດທີ່​ການ
ຢຸດ​ຍິງ​ແບບ​ສັ່ນ​ຄອນ ​ໄດ້​ມີ​ການ​ລ່ວງ​ລະ​ເມີດ​ຮ້າຍ​ແຮງຂຶ້ນນັບ​ມື້ນັ້ນ.

ອົງການ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍຊຶ່ງ​ມີ​ສຳນັກງານ​ທີ່​ປະ​ເທດ​ອັງກິດ​ກ່າວວ່າ ທະຫານ
ຊີ​ເຣຍໄດ້​ຍິງປືນ​ຄົກຖະຫຼົ່ມຄຸ້ມ Khadiyeh ຂອງ​ເມືອງ Homs ​ໂດຍ​ລາຍ​ງານ​ວ່າ ໄດ້
ຍິນ​ສຽງ​ລະ​ເບີດ​ແຕກ​ຂຶ້ນ​ໃນ​ທຸກໆຫ້າ​ນາທີ. ນອກ​ນັ້ນ​ແລ້ວ ກຸ່ມ​ດັ່ງກ່າວ​ຍັງ​ເວົ້າວ່າ​ໄດ້​ຍິນ
ສຽງປືນ​ດັງ​ຂຶ້ນຢູ່​ຕາມ​ຖະໜົນ​ຫົນທາງ​ ໃນ​ເ​ມືອງ Qusair ຊຶ່ງ​ຕັ້ງຢູ່​ໃກ້ໆ​ຊາຍ​ແດນ​ເລ​ບາ​
ນອນແລະ​ພວມ​ມີ​ການ​ສົ່ງ​ກອງໜຸນ​ຂອງຝ່າຍ​ລັດຖະບານ​ໄປ​ຍັງ​ເມືອງ​ດັ່ງກ່າວ.

ຄວາມ​ຮຸນ​ແຮງ​ໃນ​ວັນ​ສຸກ​ມື້ນີ້​ ເປັນຄວາມ​ຮຸນ​ແຮງ​ລ່າ​ສຸດ​ໃນ​ການ​ປະ​ທະ​ກັນ​ເປັນລຳດັບ​ມາ​
ທີ່​ໄດ້​ລະ​ເບີດ​ຂຶ້ນນັບ​ແຕ່​ການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ມີ​ຜົນ​ບັງ
ຄັບ​ໃຊ້ ນັບ​ແຕ່​ສັບປະດາ​ແລ້ວ​ເປັນຕົ້ນມາ ​ແລະ​ທີ່​ນະຄອນເຈ​ນີວາ​ໃນ​ວັນ​ສຸກ​ມື້ນີ້ ​ໂຄສົກ​
ຂອງ​ທ່ານ​ໂຄ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ​ອົງການສະຫະ​ປະ​ຊາ​ຊາດ​ແລະ​ສັນນິບາດ​ອາຣັບ
ໄດ້​ເຕືອນ​ວ່າ​ສະຖານະ​ການ​ພວມ​ຮ້າຍ ​ແຮງ​ຂຶ້ນຕື່ມ.

ທ່ານ Ahmad Fawzi ​ເອີ້ນການ​ຢຸດ​ຍິງ​ວ່າ ​ແຕກ​ຫັກ​ໄດ້​ງ່າຍ ​ໂດຍ​ເວົ້າວ່າ ສະຖານະ​
ການ​ແມ່ນ​ຢູ່​ໃນ​ສະພາບ ​ທີ່​ບໍ່ຄ່ອຍ​ດີ. ທ່ານ Fawzi ຍັງ​ໄດ້​ສະ​ແດງ​ຄວາມຫວັງ​ອອກ​ມາ​
ວ່າ ຄະນະ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ​ທີ່​ຍັງ​ເຫຼືອຢູ່​ນັ້ນ ​ໃນ​ເວລາ​ນີ້ກໍ​ຈະ​ເຂົ້າປະ
ຈຳ​ທີ່. ຂະນະ​ດຽວ​ກັນ​ໄດ້​ມີ​ຄວາມ​ວິຕົກ​ກັງວົນເພີ້ມຂຶ້ນ ຢ້ານ​ວ່າການ​ດຳ​ເນີນ​ຄວາມ​ພະຍາ
ຍາມ​ທາງ​ດ້ານ​ການ​ທູດ​ແລະການ​ຮ້ອງ​ຂໍ​ກຳລັງ​ຮັກສາ​ສັນຕິພາບ​ເພີ່ມ​ຕື່ມ​ນັ້ນ ຈະ​ບໍ່ໄດ້​ຕາມ​
ຄວາມ​ຄາດໝາຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ ທ່ານ Alain Juppe ​ໄດ້​ກ່າວ​ຢໍ້າ​ ໃນ​ວັນ​ສຸກມື້ນີ້ວ່າ ​
ໂລກ​ເຮົາ​ບໍ່​ສາມາດ​ທີ່​ຈະ​ຄອງ​ຄອຍ​ຖ້າ​ໄດ້​ຕໍ່​ໄປ​ອີກ​ແລ້ວ​ເພື່ອ​ໃຫ້ການ​ຢຸດຍິງ​ແລະ​ແຜນການ​
ສັນຕິພາບ ​ທີ່​ທ່ານ​ອັນ​ນັນ​ໄດ້​ນຳ​ສະ​ເໜີ​ນັ້ນມີ​ການຈັດຕັ້ງປະຕິບັດ ​ໂດຍ​ເຕືອນວ່າ ​ຊີ​ເຣຍ
ພວມ​ຈະ​ກ້າວ​ເຂົ້າສູ່​ສົງຄາມ​ກາງ​ເມືອງ. ຈີນຊຶ່ງ​ໄດ້​ຄັດຄ້ານໃນ​ການ​ເອົາ​ມາດ​ຕະການ​ຢ່າງ
ແຂງ​ຂັນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ຕໍ່ອຳນາດ​ການ​ປົກຄອງ​ຊີເຣຍນັ້ນ ກ່າວ​ວ່າ ຕົນ
ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເພີ່ມ​ຕື່ມ ​ເພື່ອ​ຮັກສາ​ໃຫ້​ມີ​ການ​ຢຸດ​ຍິງ​ຕໍ່​ໄປ​ໂດຍ​ເວົ້າວ່າ ຕົນ​
ເຕັມ​ໃຈ​ ທີ່​ຈະ​ສົ່ງ​ພວກ​ສັງ​ເກດການ​ໄປ​ຮ່ວມ​ການ​ປະຕິບັດ​ງານ ​ຂອງ​ອົງການ​ສະຫະ​ປະຊາ​
ຊາດ.

ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clin-
ton ຮຽກຮ້ອງ​ໃຫ້ມີ​ການ​ລົງ​ໂທດ​ຢ່າງ​ໜັກ​ຂອງ​ອົງການ​ສະຫະ​ປະຊາຊາດ​ຕໍ່​ຊີ​ເຣຍ ຖ້າ​ປະ
ເທດ​ດັ່ງກ່າວ​ຫາກ​ປະສົບ​ຄວາມ​ລົ້ມ​ແຫຼວ​ໃນ​ການຈັດຕັ້ງປະຕິ​ບັດ​ແຜນການ​ສັນຕິພາບ.

XS
SM
MD
LG