ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດຊີເຣຍ ຖືກຂ້າຕາຍ ໃນການປະທ້ວງ


ການໂຮມຊຸມນຸມປະທ້ວງຂອງຊາວ Kurd ໃນຊີເຣຍ ຫຼັງຈາກພິທີສວດມົນພາວະນາ ໃນມື້ວັນສຸກ ທີ່ເມືອງ Qamishli (15 ເມສາ 2011)
ການໂຮມຊຸມນຸມປະທ້ວງຂອງຊາວ Kurd ໃນຊີເຣຍ ຫຼັງຈາກພິທີສວດມົນພາວະນາ ໃນມື້ວັນສຸກ ທີ່ເມືອງ Qamishli (15 ເມສາ 2011)

ອົງການຂ່າວຂອງທາງການຊີເຣຍລາຍງານວ່າ ຕຳຫຼວດ
ຄົນນຶ່ງ ໄດ້ຖືກພວກປະທ້ວງທຸບຕີຈົນຕາຍ ໃນມື້ວັນສຸກ
ວານນີ້ທີ່ເມືອງ Homs ໃນພາກກາງຂອງປະເທດ.

ອົງການຂ່າວ SANA ລາຍງານໃນວັນເສົາມື້ນີ້ວ່າ ຕຳ
ຫຼວດຄົນນຶ່ງໄດ້ຖືກທຸບຕີດ້ວຍໄມ້ຄ້ອນ ແລະກ້ອນຫີນ
ໃນລະຫວ່າງການປະທ້ວງຮຽກຮ້ອງເອົາປະຊາທິປະຊາ
ທິປະໄຕທີ່ໄດ້ກາຍເປັນຄວາມຮຸນແຮງນັ້ນ.

ການປະທ້ວງໄດ້ລະເບີດຂຶ້ນ ໃນທົ່ວປະເທດຊີເຣຍໃນ
ວັນສຸກວານນີ້ ແຕ່ການປະທ້ວງທີ່ໃຫຍ່ທີ່ສຸດ ໄດ້ມີຂຶ້ນ
ທີ່ເມືອງ Daraa ໃນພາກໃຕ້ຂອງປະເທດ ຊຶ່ງໄດ້ກາຍ
ເປັນຈຸດສູນກາງຂອງການປະທ້ວງຕໍ່ຕ້ານລັດຖະບານ.

ການເດີນຂະບວນປະທ້ວງ ຊຶ່ງໄດ້ເລີ່ມຂຶ້ນໃນເດືອນແລ້ວ
ໄດ້ກາຍເປັນຄວາມຮຸນແຮງຫຼາຍໆ ຄັ້ງເວລາພວກປະທ້ວງ ໄດ້ປະທະກັນກັບກຳລັງ
ຮັກສາຄວາມສະຫງົບ. ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າມີຫຼາຍກວ່າ 200 ຄົນ
ໄດ້ເສຍຊີວິດຂະນະທີ່ພວກເຈົ້າໜ້າທີ່ທັບມ້າງປາບປາມການປະທ້ວງ. ເຈົ້າໜ້າທີ່ຊີເຣຍ
ໄດ້ຖິ້ມໂທດໃນການກໍ່ຄວາມວຸ້ນວາຍໃສ່ກຸ່ມອັນທະພານທີ່ບໍ່ເຄົາລົບນັບຖືກົດໝາຍ.

ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ລັດຖະບານຂອງທ່ານພວມປະເຊີນກັບ
ການຕໍ່ຕ້ານເພີ່ມຂຶ້ນໄດ້ປະກາດກ່ຽວກັບການຈັດຕັ້ງລັດຖະບານຊຸດໃໝ່ ທີ່ມີລັດຖະມົນຕີ 30 ທ່ານໃນວັນພະຫັດຜ່ານມາ ແລະສັ່ງໃຫ້ປ່ອຍພວກທີ່ຖືກຈັບ ໃນລະຫວ່າງທີ່ມີການປະທ້ວງ. ອົງການຂ່າວຝຣັ່ງແຈ້ງວ່າ ທ່ານ Assad ຈະຖະແຫຼງຕໍ່ຄະນະລັດຖະບານຊຸດໃໝ່ໃນວັນເສົາ
ມື້ນີ້.

XS
SM
MD
LG