ອົງການສະຫະປະຊາຊາດໄດ້ເຕືອນໃນວັນອັງຄານວານນີ້ວ່າ ມີປະຊາຊົນຫຼາຍ ກວ່າ 2 ລ້ານຄົນໃນເມືອງ Aleppo ຂອງຊີເຣຍ ບໍ່ມີນ້ຳສະອາດຫຼືໄຟຟ້າໃຊ້ ແລະຮຽກຮ້ອງໃຫ້ຍຸຕິການສູ້ລົບກັນ ເພື່ອສ້ອມແປງພື້ນຖານໂຄງລ່າງທີ່ໄດ້ຮັບ ຄວາມເສຍຫາຍ ແລະ ຈັດສົ່ງການຊ່ວຍເຫລືອທາງດ້ານມະນຸດສະທຳໄປໃຫ້.
ທ່່ານ Stephen O’Brien ຫົວໜ້າອົງການໃຫ້ຄວາມຊ່ວຍເຫລືອທາງດ້ານມະ ນຸດສະທຳ ກ່າວຕໍ່ພວກນັກຂ່າວທີ່ນະຄອນນິວຢອກວ່າ ພວກເຮົາມີເຄື່ອງຊ່ວຍ ເຫລືອພ້ອມແລ້ວທີ່ຈະຈັດສົ່ງໄປໃຫ້ ເຄື່ອງໃຊ້ໃນໂຮງໝໍ ລັດໂຮງໝໍ ນ້ຳມັນເຊື້ອໄຟສຳລັບແລ່ນຈັກໄຟຟ້າ ອຸບປະກອນກ່ຽວກັບການກອງນ້ຳແລະອື່ນໆ. ພວກເຮົາສາມາດຈັດສົ່ງການຊ່ວຍເຫລືອເຫຼົ່ານີ້ໄປໃຫ້ພາຍໃນເວລາ 24 ຫາ 48 ຊົ່ວໂມງ ຖ້າຫາກໄດ້ຮັບການຄ້ຳປະກັນດ້ານຄວາມປອດໄພ.
ອົງການດັ່ງກ່າວຂອງສະຫະປະຊາຊາດໄດ້ຮຽກຮ້ອງອີກຄັ້ງນຶ່ງ ໃຫ້ມີການຢຸດຍິງເປັນເວ ລາ 48 ຊົ່ວໂມງສຳລັບຈັດສົ່ງການຊ່ວຍເຫລືອ ທີ່ປະຊາຊົນໃນເມືອງ Aleppo ຕ້ອງການເປັນທີ່ສຸດໄປໃຫ້ ແລະຍົກຍ້າຍພວກເຂົາເຈົ້າອອກໜີ ແຕ່ ສິ່ງເຫລົ່ານີ້ບໍ່ໄດ້ເກີດຂຶ້ນ. ທ່ານ O’Brien ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງອົງ ການສະຫະປະຊາຊາດ ໃຊ້ອິດທິພົນຂອງຕົນ ເພື່ອເຮັດໃຫ້ການຢຸດຍິງກາຍເປັນ ຄວາມຈິງຂຶ້ນມາ.
ການໂຈມຕີໃນອາທິດນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ໂຮງໄຟຟ້າແລະພື້ນຖານໂຄງລ່າງໃນການສະໜອງນ້ຳໃຊ້ໃນເມືອງ Aleppo ແລະທາງຫລວງ ສາຍສຳຄັນໃນການຕິດຕໍ່ກັບກ້ຳຕາເວັນອອກແລະກ້ຳຕາເວັນຕົກຂອງເມືອງດັ່ງ ກ່າວໄດ້ຖືກຕັດຂາດ ໃນໄລ ຍະສອງສາມອາທິດທີ່ຜ່ານມານີ້ ເຮັດໃຫ້ສະຖານະ ການດ້ານມະນຸດສະທຳທີ່ຮ້າຍແຮງຢູ່ແລ້ວນັ້ນ ຊຸດໂຊມລົງຕື່ມ.
ພວກນັກການທູດທີ່ສະພາຄວາມໝັ້ນຄົງ ໃຫ້ການສະໜັບສະໜຸນຕໍ່ການຢຸດຍິງ ເພື່ອມະ ນຸດສະທຳ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອກ່ຽວກັບບາດກ້າວໃນຂັ້ນທຳອິດ ທີ່ພວກທ່ານຈະເອົາ ເພື່ອເຮັດໃຫ້ການຢຸດຍິງກາຍເປັນຄວາມຈິງຂຶ້ນມາ.
ທ່ານ O’Brien ເຕືອນວ່າ ສະຖານະການດ້ານມະນຸດສະທຳຢູ່ໃນທົ່ວປະເທດ ຊີເຣຍແມ່ນຕົກຢູ່ໃນສະພາທີ່ໜ້າຢ້ານກົວ ຊຶ່ງທ່ານກ່າວວ່າ ສະພາບການໃນທົ່ວປະເທດຊີເຣຍແມ່ນມີຄວາມຫຍຸ້ງຍາກ ແລະພວມຫຍຸ້ງຍາກຂຶ້ນເລື້ອຍໆ.